spot_img
Homeຂ່າວພາຍ​ໃນລັດອະນຸຍາດ 38 ໂຮງງານສົ່ງອອກໄມ້ຝານ ຕົກຄ້າງ 12 ພັນກວ່າແມັດກ້ອນ

ລັດອະນຸຍາດ 38 ໂຮງງານສົ່ງອອກໄມ້ຝານ ຕົກຄ້າງ 12 ພັນກວ່າແມັດກ້ອນ

Published on

 

ລັດ​ອະ­ນຸ­ຍາດ​ໃຫ້​ພຽງ 38 ໂຮງ  ງານ​ທີ່​ນອນ​ໃນ 6 ແຂວງ​ພາກ​ກາງ ແລະ ໃຕ້​ສົ່ງ​ອອກ​ຜະ­ລິດ​ຕະ​ພັນ​ໄມ້​ປອກ ແລະ ໄມ້​ຝານ​ທີ່​ຍັງ​ຕົກ​ຄ້າງ​ຢູ່​ໂຮງ­ງານ  12 ພັນກວ່າ​ແມັດ​ກ້ອນ ໂດຍ​ນອກ­ຈາກ​ຈຳ­ນວນນີ້​ແລ້ວ ​ລັດ​ບໍ່​ອະ­ນຸ­ຍາດ​ໃຫ້​ຜະ­ລິດ ແລະ ສົ່ງ​ອອກ​ອີກ.

ທ່ານ ຈະ­ເລີນ ເຢຍ​ປາວ​ເຮີ ລັດ​ຖະ​ມົນຕີ​ປະ­ຈຳ​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ, ໂຄ­ສົກ​ລັດ­ຖະ­ບານ​ໄດ້​ຖະ­ແຫຼງ​ຂ່າວ​ຕໍ່​ສື່ມວນ​ຊົນ​ໃນ​ວັນ​ທີ 15 ກໍ­ລະ­ກົດ 2016 ກ່ຽວ​ກັບ​ການ​ແກ້​ໄຂ​ຜະ­ລິດ​ຕະ​ພັນ​ໄມ້ປອກ-ໄມ້​ຝານ​ວ່າ: ເພື່ອ​ຄວາມ​ກະ­ຈ່າງ ແຈ້ງ ແລະ​ເຂົ້າ­ໃຈ​ຢ່າງ​ຖືກ­ຕ້ອງ​ຂອງ​ພໍ່ ແມ່​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ແລະ​ຜູ້​ປະ­ກອບການ​ທຸ­ລະ​ກິດ​ໄມ້​ທົ່ວ​ປະ­ເທດ​ໄດ້​ຮັບ​ຊາບຕາມ​ຄວາມ​ເປັນ​ຈິງ.

ກອງ​ປະ­ຊຸມ​ນາ­ຍົກ-ຮອງ​ນາ­ຍົກ​ລັດ​ຖະມົນ­ຕີ​ໄດ້​ພິ­ຈາ­ລະ­ນາ ແລະ​ຊີ້​ນຳ​ແກ້​ໄຂບັນ­ຫາ​ຜະ­ລິດ​ຕະ​ພັນ​ໄມ້​ປອກ-ໄມ້​ຝານ​ທີ່ ຍັງ​ຕົກ​ຄ້າງ ໂດຍ​ເຫັນ​ດີ​ໃຫ້​ກວດ­ກາ​ຄືນລະ­ຫັດ​ໄມ້​ປອກ-ໄມ້​ຝານ​ທີ່​ຍັງ​ຕົກ​ຄ້າງ​ຢູ່​ບັນ­ດາ​ໂຮງ­ງານ​ຕ່າງໆ ເພື່ອ​ສົ່ງ​ອອກ, ໂດຍ​ມອບ​ໃຫ້​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ແລະ​ກະ­ຊວງ​ກະ­ສິ­ກຳ ແລະ​ປ່າໄມ້​ເປັນ​ເຈົ້າ​ການ​ສົມ­ທົບ​ກະ​ພາກ­ສ່ວນ ທີ່​ກ່ຽວ­ຂ້ອງ​ກວດ­ເບິ່ງ​ຄືນ​ສັນ­ຍາ ແລະ​ຂຶ້ນ ບັນ­ຊີ​ຈຳ­ນວນ​ໄມ້​ແຕ່​ລະ​ປະ­ເພດ​ທີ່​ຍັງ​ຕົກຄ້າງ​ຢູ່​ໃຫ້​ລະ­ອຽດ ແລະ​ຊັດ​ເຈນ​ແລ້ວ​ຈິ່ງ ຂໍ­ອະ­ນຸ­ຍາດ​ໃຫ້​ສົ່ງ​ອອກ ແລະ​ສົ່ງ​ອອກໃນ​ຈຳ­ນວນ​ທີ່​ມີ​ໃນ​ໂຮງ­ງານ​ເທົ່າ​ນັ້ນ.

ຜ່ານ​ການ​ກວດ­ກາ​ຕົວ​ຈິງ​ຂອງ​ກະຊວງ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ, ກະ­ຊວງກະ­ສິ­ກຳ ແລະ​ປ່າ­ໄມ້ ໂດຍ​ສົມ­ທົບ​ກັບ​ພາກ ສ່ວນ​ທີ່​ກ່ຽວ­ຂ້ອງ​ເຫັນ​ວ່າ​ຈຳ­ນວນ​ໂຮງ ງານ​ທີ່​ຜະ­ລິດ​ໄມ້​ປອກ ແລະ​ໄມ້​ຝານ​ທົ່ວ ປະ­ເທດ​ມີ​ຈຳ­ນວນ 47 ໂຮງ­ງານ ໃນ​ນີ້ ໂຮງ­ງານ​ທີ່​ໄດ້​ຜະ­ລິດ ແລະ​ຍັງ​ບໍ່​ທັນ​ໄດ້ ສົ່ງ​ອອກ​ຜະ­ລິດ​ຕະ​ພັນ​ໄມ້​ປອກ-ໄມ້​ຝານ ມີ 38 ໂຮງ­ງານ​ໃນ 6 ແຂວງ​ຄື​ແຂວງສາ­ລະ​ວັນ, ອັດ​ຕະ​ປື, ຈຳ­ປາ​ສັກ,  ສະ­ຫວັນນະ​ເຂດ, ຄຳ​ມ່ວນ ແລະ​ແຂວງ​ບໍ​ລິ​ຄຳ​ໄຊ ຊຶ່ງ​ມີ​ບໍ​ລິ​ມາດ​ຜະ­ລິດ​ຕະ​ພັນ​ໄມ້​ປອກ-ໄມ້ ຝານ ທີ່​ຍັງ​ບໍ່​ທັນ​ສົ່ງ​ອອກ 12.456 ກວ່າ ແມັດ​ກ້ອນ ໂດຍ​ຈຳ­ນວນ​ດັ່ງ­ກ່າວ​ແມ່ນ ກຳ­ລັງ​ຂໍ­ອະ­ນຸ­ຍາດ​ຈາກ​ລັດ­ຖະ­ບານ ເພື່ອ ສົ່ງ​ອອກ​ຫຼາຍ​ຄວາມ​ວ່າ ນອກ­ຈາກ​ຈຳ ນວນ​ນີ້​ແລ້ວ​ແມ່ນ​ບໍ່​ອະ­ນຸ­ຍາດ​ໃຫ້​ຜະ­ລິດ ແລະ​ສົ່ງ​ອອກ​ອີກ.

ຜະ­ລິດ​ຕະ​ພັນ​ໄມ້​ປອກ-ໄມ້​ຝານ​ແມ່ນ ຜະ­ລິດ​ຕະ​ພັນ​ໄມ້​ຈາກ​ໂຮງ­ງານ​ປຸງ​ແຕ່ງ ໄມ້​ທີ່​ຜ່ານ​ຂະ​ບວນ​ການ​ປອກ ຫຼື ຝານ ຊຶ່ງ​ນຳ​ໃຊ້​ວັດ­ຖຸ​ດິບ​ຈາກ​ໄມ້​ທ່ອນ, ຜະ­ລິດຕະ​ພັນ​ດັ່ງ­ກ່າວ​ມີ​ມູນ​ຄ່າ​ປານ​ກາງ​ສາມາດ​ສະ­ໜອງ​ໃຫ້​ໂຮງ­ງານ​ປຸງ​ແຕ່ງ​ໄມ້ ເພື່ອ​ສືບ­ຕໍ່​ປຸງ​ແຕ່ງ​ເປັນ​ຜະ­ລິດ​ຕະ​ພັນ​ສຳເລັດ​ຮູບ​ເປັນ­ຕົ້ນ​ໄມ້­ອັດ, ແຜ່ນ​ໄມ້, ແຜ່ນໜ້າ​ໂຕະ ແລະ​ອື່ນໆ ຊຶ່ງ​ຜະ­ລິດ​ຕະ​ພັນ​ໄມ້ປອກ (ວິ​ເນຍ) ແລະ​ໄມ້​ຝານ (ສະ​ໄລ​ຊິງ) ແມ່ນ​ຜະ­ລິດ​ຕະ​ພັນ​ໄມ້​ຕາມ​ການ​ກຳ­ນົດຂອງ​ສາ­ກົນ ISIC (ເລກ​ລະ­ຫັດ​ກິດ​ຈະ ການ​ແມ່ນ 1621) ມີ​ລະ­ຫັດ​ສິນ­ຄ້າ 4408 ຕາມ​ຂໍ້​ກຳ­ນົດ​ໃນ​ຂໍ້​ຕົກ­ລົງ 2005/ອຄ.ກອຫ ລົງ​ວັນ​ທີ 28 ກັນ­ຍາ 2015 ຂອງ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ ວ່າ​ດ້ວຍ​ຜະ­ລິດ​ຕະ​ພັນ​ໄມ້ ໂດຍ​ຜະ­ລິດ​ຕະ ພັນ​ໄມ້​ປອກ ແລະ​ໄມ້​ຝານ​ມີ​ຄວາມ​ໜາ ແຕ່ 0,1-0,5 ມິ​ລິ​ແມັດ, ກວ້າງ 1,20 ຊັງ​ຕີ​ແມັດ ແລະ​ຍາວ 2,50 ຊັງ​ຕີ​ແມັດ ສຳ­ລັບ​ການ​ນຳ​ໃຊ້​ວັດ­ຖຸ​ດິບ​ແມ່ນ​ນຳ​ໃຊ້ໄມ້​ປະ­ເພດ​ເນື້ອ​ອ່ອນ ຊຶ່ງ​ເປັນ​ໄມ້​ຄຸ້ມ​ຄອງ 1, 2, 3 ເປັນ­ຕົ້ນໄມ້­ຍາງ, ໄມ້​ຊີ, ໄມ້ ບາກ ແລະ​ອື່ນໆ.

ນອກ­ຈາກ​ບັນ­ຫາ​ໄມ້​ປອກ-ໄມ້​ຝານແລ້ວ ​ກອງ​ປະ­ຊຸມ​ນາ­ຍົກ-ຮອງ​ນາ­ຍົກ​ລັດ ຖະ​ມົນ­ຕີ​ຍັງ​ໄດ້​ຊີ້​ນຳ​ໃຫ້​ກະ­ຊວງ​ກ່ຽວ ຂ້ອງ​ຮີບ​ຮ້ອນ​ຄົ້ນ­ຄວ້າ, ສະ­ເໜີ​ທິດ​ທາງ ແລະ​ວິ­ທີ​ແກ້​ໄຂ​ກ່ຽວ​ກັບ​ໄມ້​ປູກ ເພື່ອ​ໃຫ້ລັດ­ຖະ­ບານ​ພິ­ຈາ­ລະ­ນາ​ຕົກ­ລົງ​ຕາມ​ຄວາມເໝາະ​ສົມ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...