Homeມູມໄອທີລາວຫຼຸດຮູບໂທລະສັບປິດສະໜາ ຈາກ LeEco ພ້ອມການອອກແບບກ້ອງແນວໃໝ່

ຫຼຸດຮູບໂທລະສັບປິດສະໜາ ຈາກ LeEco ພ້ອມການອອກແບບກ້ອງແນວໃໝ່

Published on

​ຫຼ້າສຸດນີ້ຜູ້ໃຊ້ງານຈາກເວັບໄຊ Weibo ນາມວ່າ @KJuma ໄດ້ໂພສຮູບພາບໂທລະສັບລຸ້ນໃໝ່ຂອງ LeEco ລົງແລະໄດ້ບອກວ່າຮູບເຫຼົ່ານີ້ແມ່ນຫຼຸດມາຈາກພະນັກງານພາຍໃນບໍລິສັດ.

ສຳລັບຮູບທີ່ຫຼຸດອອກມານີ້ຈະເຫັນໄດ້ວ່າມີການອອກແບບໃນສ່ວນຂອງເລນກ້ອງມາແນວໃໝ່ ໂດຍເປັນກ້ອງຫຼັງແບບຄູ່ ວາງໄວ້ຫ່າງກັນໜ້ອຍໜຶ່ງ ແລະແຟລັດ LED ທີ່ວາງໄວ້ລະຫວ່າງກາງຂອງກ້ອງດ້ານລຸ່ມ ແຖມຍັງມີໂລຫະວົງມົນອ້ອມຮອບໄວ້ ເຮັດໃຫ້ໜ້າຕາອອກຕະຫຼົກຯ ແດ່ ເບິ່ງຄືກັນກັບ ໜ້າຂອງວິນຍານຕົ້ນໄມ້ຍີ່ປຸ່ນ ຈາກອະນິເມະເລີຍ 55+ 

ຖັດຈາກດ້ານລຸ່ມຂອງກ້ອງຫຼັງແລ້ວກໍຍັງມີເຊັນເຊີ້ສະແກນນິ້ວມື ແລະມີຮູບໂລໂກ້ຂອງ LeEco ຕິດຢູ່.

ສ່ວນໂຕເຄື່ອງຂອງໂທລະສັບລຸ້ນນີ້ຈະເປັນແບບໂລຫະໝົດໂຕ ແລະການອອກແບບຈະຄ້າຍໆກັນກັບ Meizu Pro 6.

ໂທລະສັບລຸ້ນນີ້ຍັງມາພ້ອມກັບຈໍໂຄ້ງ 2.5D ແລະຂອບເສັ້ນດຳທີ່ບາງລົງ. LeEco ຍັງໄດ້ມີການປ່ຽນແປງການອອກແບບຂອງປຸ່ມ capacitive ໂດຍການແທນທີ່ປຸ່ມທາງກາງດ້ວຍໂລໂກ້ຂອງ LeEco.

ສຳລັບຂໍ້ມູນຂອງໂຕເຄື່ອງໃນຕອນນີ້ນັ້ນຍັງບໍ່ທັນມີຫຼາຍເທື່ອ ເຊັ່ນ: RAM, ROM ຫຼືແມ້ແຕ່ຊິບປະມວນຜົນກໍຍັງບໍ່ມີການລາຍງານອອກມາແຕ່ຢ່າງໃດ, ແຕ່ກໍຄາດວ່າອາດຈະໃຊ້ຊິບເຊັດໂຕໃໝ່ແບບ Snapdragon 821 ກໍເປັນໄດ້.

ທີ່ມາ:gizmochina

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...