Homeຄົມຄິດຄົມຄົນຄຳສຸພາສິດໄອເດຍດີໆ ເຮັດໃຫ້ຊີວິດສົດໃສ

ໄອເດຍດີໆ ເຮັດໃຫ້ຊີວິດສົດໃສ

Published on

ບາງເທື່ອ ຊີວິດເຮົາກໍໜ້າເບື່ອ ເມື່ອເຮົາລົງມືເຮັດສິ່ງໃດສິ່ງໜຶ່ງແລ້ວມັນບໍ່ໄດ້ດັ່ງປາຖະໜາ  ຄ້າຍໆກັບວ່າ ໃນຕອນນັ້ນ ລົມຫາຍໃຈຂອງເຮົາມັນສິ້ນສຸດລົງ ເປັນເຫດໃຫ້ເຮົາບໍ່ມີແຮງສູ້ຊົນໃນຊີວິດ, ອ່ອນແອ ແລະໝົດກຳລັງໃຈ. ແຕ່ມື້ນີ້ ຜູ້ຂຽນມີໄອເດຍ ຫລືຂໍ້ຄິດດີໆ ເມື່ອອ່ານແລ້ວຈະເຮັດໃຫ້ເຮົານັ້ນມີພະລັງຮຶດໃຫ້ຊົນສູ້ໄປໄດ້.

  • ເຝິກຝົນໃຫ້ຍ່າງໄວຂຶ້ນ ຄິດໃຫ້ວ່ອງໄວຂຶ້ນ.
  • ເຝິກຝົນໃຫ້ກິລິຍາອາການ ແລະບຸກຄະລິກກະພາບ ໃຫ້ມີຄວາມຄ່ອງແຄ້ວ ແລະນຸ່ມນວນ.
  • ເຊົາຄຶດ ແລະວິຕົກກັງວົນກັບສິ່ງທີ່ຍັງມາບໍ່ເຖິງ ເປັນຕົ້ນວ່າ : ຝັນເລື່ອນລອຍເຖິງອະນາຄົດ ເຮົາຕ້ອງຢູ່ກັບປັດຈຸບັນນີ້ເທົ່ານັ້ນ.
  • ຈົ່ງສ້າງວຽກງານຂອງຕົນໃຫ້ມັນເປັນຕາສົນໃຈສະເໝີ ເພາະວ່າສິ່ງນັ້ນຄືສິ່ງທີ່ເຮົາຮັກ ແລະເອົາຈິງເອົາຈັງກັບມັນ.
  • ໃຫ້ຄິດສະເໝີວ່າ ວຽກງານທີ່ເຮົາກຳລັງເຮັດນັ້ນ ຄືສິ່ງທີ່ທ້າທາຍ ພວມຈະເປີດໂອກາດໃໝ່ໆໃຫ້ເຮົານັ້ນໄດ້ຮຽນຮູ້ ແລະເກັບກ່ຽວປະສົບການຈາກມັນ.
  • ສຶກສາຫາຄວາມຮູ້ໃໝ່ໆຈາກຕຳລາ, ຊອກຫາຈາກຫໍສະໝຸດ, ຂຸດຄົ້ນນຳອິນເຕີເນັດ, ອ່ານນຳມືຖື ແລະແທັບເລັດກໍໄດ້ ທຸກມື້ນີ້ຊອກຫາຢ່າງງ່າຍດາຍ.
  • ຢູ່ໃກ້ຄົນແບບໃດ ກໍຈະເປັນແບບນັ້ນ ຕົກໝູ່ແຮ້ງເປັນແຮ້ງ ຕົກໝູ່ກາເປັນກາ ສະນັ້ນ ຄວນຊອກຫາຄົນດີໆ ມາຜູກສາຍສຳພັນໄວ້ ຂໍຍົກຕົວຢ່າງ : ຄຳເວົ້າຂອງຜູ້ຮູ້ທ່ານໜຶ່ງວ່າ “ມີສັດຕູຄົນໜຶ່ງ ຖືວ່າຫລາຍພັນຄົນແລ້ວ ມີໝູ່ເພື່ອນເປັນແສນຍັງນັບວ່າໜ້ອຍເກີນໄປ”

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...