spot_img
Homeຂ່າວທ້ອງຖິ່ນຜົນສຳເລັດພັດທະນາເສດຖະກິດ-ສັງຄົມເມືອງຮົ່ມ

ຜົນສຳເລັດພັດທະນາເສດຖະກິດ-ສັງຄົມເມືອງຮົ່ມ

Published on

ເມືອງ​ຮົ່ມ​ເປັນ​ເມືອງ​ທີ່​ຕັ້ງ​ຫ່າງ​ຈາກ​ເທ­ສະ​ບານ​ແຂວງ​ໄຊ​ສົມ­ບູນ ໄປ​ທາງ​ທິດ­ຕາ­ເວັນ­ອອກ​ສຽງ​ໃຕ້​ປະ­ມານ 97 ກິ­ໂລ­ແມັດທິດ​ເໜຶອ​ຕິດ​ກັບ​ເມືອງ​ອາ​ນຸ​ວົງ, ທິດ­ໃຕ້​ຕິດ​ກັບ​ເມືອງ​ທ່າ​ພະ​ບາດ ແຂວງ​ບໍ​ລິ​ຄຳ​ໄຊ, ທິດ​ຕາ­ເວັນ ອອກ​ຕິດ​ກັບ​ເມືອງ​ທ່າ​ໂທມ ແຂວງ ໄຊ​ສົມ­ບູນ ແລະ​ເມືອງ​ບໍ​ລິ​ຄັນ ແຂວງ​ບໍ​ລິ​ຄຳ​ໄຊ, ທິດ­ຕາ­ເວັນ­ຕົກ​ຕິດ​ກັບ​ເມືອງ​ລ້ອງ​ຊານ,  ເມືອງ​ຮົ່ມ​ປະ­ກອບ​ມີ 13 ບ້ານ, 1.711 ຫຼັງ­ຄາ​ເຮືອນ ແລະ​ມີ​ພົນ­ລະ­ເມືອງ ທັງ​ໝົດ 11.821 ຄົນ ຍິງ 5.651 ຄົນ ມີ 5 ຊົນ­ເຜົ່າ​ຄື: ເຜົ່າ​ມົ້ງ ກວມ ເອົາ 93,48%, ເຜົ່າ​ລາວ1,83%, ເຜົ່າ​ກືມ​ມຸ 0,11%, ເຜົ່າ​ອີວ​ມຽນ 4,17%, ເຜົ່າ​ໄຕ 0,4%, ປະ­ຊາ ຊົນ​ສ່ວນ​ຫຼາຍ​ຖື​ສາ​ສະ​ໝາ​ຜີ.

ການ​ຕັ້ງ​ພູ​ລຳ​ເນົາ​ທີ່­ຢູ່​ອາ­ໄສ​ເຫັນ​ວ່າ​ເໝາະ​ສົມ​ກັບ​ການ​ດຳ­ລົງ​ຊີ­ວິດ​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ເພາະ­ວ່າ​ເມືອງ​ມີ​ເນື້ອ­ທີ່​ທຳ​ການຜະ­ລິດ​ທີ່​ອຸ­ດົມ­ສົມ­ບູນ​ເໝາະ​ແກ່​ການ​ປູກ­ຝັງ ແລະ​ລ້ຽງ­ສັດ, ມີ​ແມ່­ນ້ຳ ແລະ​ຫ້ວຍ­ຮ່ອງ​ຫຼາຍ​ສາຍ​ສາ­ມາດ​ສ້າງ​ລະ­ບົບ​ຊົນ­ລະ­ປະ­ທານ ເອົາ​ນ້ຳ​ເຂົ້າ​ໃສ່​ນາ​ໄດ້​ສອງ​ລະ­ດູ ແລະ​ແທດ­ເໝາະ​ກັບ​ການ​ສ້າງ​ເຂື່ອນ​ໄຟ­ຟ້າ​ຫຼາຍ​ແຫ່ງ, ມີ​ຊັບ­ພະ­ຍາ­ກອນ​ໃຕ້​ດິນ, ໜ້າ­ດິນ​ຫຼາຍ​ຊະ ນິດ, ນອກ​ນັ້ນ ຍັງ​ມີ​ສະ­ຖານ­ທີ່​ທຳ​ມະ​ຊາດ​ສາ­ມາດ​ສ້າງ​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ໄດ້​ຫຼາຍ​ແຫ່ງ​ບັນ­ດາ​ສິ່ງ​ດັ່ງ­ກ່າວ​ລ້ວນ​ແຕ່​ເປັນ​ເງື່ອນ ໄຂ ແລະ​ທ່າ­ແຮງ​ທີ່​ສາ­ມາດ​ສ້າງ ລາຍ​ຮັບ​ໃຫ້​ແກ່​ປະ­ຊາ­ຊົນ​ບັນ­ດາ ເຜົ່າ​ກໍ​ຄື​ຊາວ​ເມືອງ​ຮົ່ມ​ທຸກໆ​ຄົນ.

ໃນ​ໄລ­ຍະ 1 ປີ­ຜ່ານ­ມາ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ຂອງ ເມືອງ​ຮົ່ມ ໄດ້​ສືບ­ຕໍ່​ຂະ­ຫຍາຍ­ຕົວ​ຢ່າງ​ໜັ້ນ​ທ່ຽງ ແລະ​ໜັກ​ແໜ້ນ​ຂຶ້ນ ເທື່ອ​ລະ​ກ້າວ​ສາ­ມາດ​ຮັກ­ສາ​ການ​ຈະ­ເລີນ​ເຕີບ​ໂຕ​ຂອງ​ເສດ­ຖະ­ກິດ​ໄດ້​ຢ່າງ​ຕໍ່​ເນື່ອງ ໂດຍ​ສະ­ເພາະ​ການ​ຜະ­ລິດ​ໃຫ້​ກາຍ­ເປັນ​ສິນ­ຄ້າ ເຮັດ​ໃຫ້​ຊີ­ວິດ​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ໄດ້​ຮັບ​ການ​ປັບ­ປຸງ​ດີ​ຂຶ້ນ ແລະ​ຈັງ­ຫວະ​ການ​ຂະ­ຫຍາຍ­ຕົວ​ຂອງ​ເສດ­ຖະ­ກິດ​ຢູ່​ໃນ​ລະ­ດັບ​ສະ­ເລ່ຍ 7,5% ຕໍ່​ປີ ລວມ​ຍອດ​ລາຍ​ຮັບ​ຜະ­ລິດ​ຕະ​ພັນ​ພາຍ​ໃນ​ເມືອງ​ບັນ­ລຸ​ໄດ້ 43,73 ຕື້​ກວ່າ​ກີບ, ສະ­ເລ່ຍ​ໃສ່​ພົນ­ລະ­ເມືອງ​ໄດ້ 3,7 ລ້ານ​ກວ່າ​ກີບ​ຕໍ່​ຄົນ​ຕໍ່​ປີ. ນອກ​ນີ້ ຍັງ​ໄດ້​ສຸມ​ໃສ່​ຂະ­ຫຍາຍ​ເນື້ອ­ທີ່​ການ​ຜະ­ລິດ​ຕິດ​ພັນ​ກັບ​ການ​ນຳ​ໃຊ້​ເຕັກ­ນິກ​ວິ­ທະ­ຍາ­ສາດ​ໃໝ່ ແລະ​ກົນ​ຈັກ​ເຂົ້າ​ສູ່​ການ​ຜະ­ລິດ​ຊຶ່ງ​ເຮັດ​ໃຫ້​ຜົນ​ຜະ­ລິດ​ເພີ່ມ​ຂຶ້ນ, ໂດຍ​ສະ­ເພາະ​ແມ່ນ​ສະ­ມັດ­ຖະ­ພາບ​ການ​ຜະ­ລິດ​ສູງ​ຂຶ້ນ​ກວ່າ​ແຕ່​ກ່ອນ. ເນື້ອ­ທີ່​ສວນ  ແລະ​ນາ​ທັງ ໝົດ 1 ພັນ​ກວ່າ​ເຮັກ­ຕາ, ຜົນ​ຜະ­ລິດ​ໄດ້ 3 ພັນ​ກວ່າ​ໂຕນ​ສະ­ເລ່ຍ​ຕໍ່​ປະ­ຊາ­ກອນ​ໄດ້ 300 ກວ່າ​ກິ​ໂລກ​ຣາມ​ຕໍ່​ຄົນ​ຕໍ່​ປີ. ນອກ​ນັ້ນ ຍັງ​ມີ​ເນື້ອ­ທີ່​ປູກ​ມັນ­ຕົ້ນ, ສາ­ລີ ແລະ​ພືດ ຜັກ​ອື່ນໆ​ອີກ.

ພ້ອມ​ດຽວ​ກັນ​ນັ້ນ ຍັງ​ໄດ້​ຊຸກ­ຍູ້ ແລະ​ຄຸ້ມ​ຄອງ​ບັນ­ດາ​ຫົວ­ໜ່ວຍ​ທຸ­ລະ​ກິດ​ຕ່າງໆ​ຢູ່​ພາຍ​ໃນ​ເມືອງ​ໃຫ້​ເຄື່ອນ​ໄຫວ​ຖືກ­ຕ້ອງ​ຕາມ​ລະ­ບຽບ​ກົດ­ໝາຍ, ສົ່ງ­ເສີມ​ໃຫ້​ເອ­ກະ​ຊົນ​ລົງ­ທຶນ​ຂະ­ຫຍາຍ​ຕະ­ຫຼາດ ແລະ​ຫ້າງ​ຮ້ານ​ບໍ­ລິ­ການ​ຕ່າງໆ​ສົ່ງ­ເສີມ​ການ​ຜະ­ລິດ​ເປັນ​ສິນ­ຄ້າ​ເພື່ອ​ສົ່ງ​ອອກ,ຫຼຸດ­ຜ່ອນ​ການ​ນຳ​ເຂົ້າ​ສິນ­ຄ້າ​ທີ່​ເຫັນ​ວ່າ​ບໍ່​ມີ​ຄວາມ​ຈຳ­ເປັນ​ໂດຍ​ສະ­ເພາະ​ແມ່ນ​ສິນ­ຄ້າ​ກະ­ສິ­ກຳ. ຕິດ­ຕາມ ແລະ​ກວດ­ກາ​ການ​ເໝັງ​ຕີງ ຂອງ​ລາ­ຄາ​ສິນ­ຄ້າ​ໃນ​ທ້ອງ​ຕະ­ຫຼາດ​ເປັນ​ປະ­ຈຳ​ແຕ່​ລະ​ວັນ.

ຕິດ­ຕາມ​ການ​ກໍ່­ສ້າງ​ຕາ​ຂ່າຍ​ໄຟ­ຟ້າ​ແຮງ​ກາງ ແລະ​ແຮງ​ຕ່ຳ​ຢູ່​ບັນ­ດາ​ບ້ານ​ໃນ​ຂອບ​ເຂດ​ຂອງ​ເມືອງ​ຮົ່ມ​ຮັບ­ຜິດ­ຊອບ ແລະ​ຕິດຕາມ​ໂຄງ­ການ​ກໍ່­ສ້າງ​ຂະ­ໜາດ​ກາງ​ເຂົ້າ​ໃສ່​ສຳ­ນັກ­ງານ​ປົກ­ຄອງ ເມືອງ​ມາ​ຮອດ​ປະ­ຈຸ​ບັນ​ທົ່ວ​ເມືອງ​ມີ​ໄຟ­ຟ້າ​ຖາ­ວອນ​ນຳ​ໃຊ້ ທັງ​ໝົດ 7 ບ້ານ​ເທົ່າ​ກັບ 69,23% ຂອງ​ອັດ­ຕາ​ການ​ນຳ​ໃຊ້​ໄຟ­ຟ້າ​ທົ່ວ​ເມືອງ,  ນຳ​ໃຊ້​ໄຟ­ຟ້າ​ແສງ​ຕາ­ເວັນ​ມີ 3 ບ້ານ​ເທົ່າ​ກັບ 23%  ແລະ​ບໍ່​ທັນ​ມີ​ໄຟ­ຟ້າ​ໃຊ້ 3 ບ້ານ. ປະ­ຈຸ​ບັນ​ໄດ້​ມີ ການ​ສຳ​ຫຼວດ​ເຂື່ອນ​ໄຟ­ຟ້າ​ນ້ຳ­ຕົກ​ຂະ­ໜາດ​ນ້ອຍ​ຄື​ເຂື່ອນ​ໄຟ­ຟ້າ​ນ້ຳ ພວນ​ແມ່ນ​ໄດ້​ສຳ­ເລັດ​ການ​ສຳ​ຫຼວດ-ອອກ​ແບບ​ເຂື່ອນ​ເບື້ອງ​ຕົ້ນ​ແລ້ວ. ສ່ວນ​ວຽກ​ງານ​ບໍ່​ແຮ່​ໃນ​ໄລ­ຍະ 1 ປີ­ຜ່ານ­ມາ​ໄດ້​ເອົາ­ໃຈ­ໃສ່​ຄຸ້ມ​ຄອງ, ຕິດ­ຕາມ, ກວດ­ກາ ແລະ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ແກ່​ບັນ­ດາ​ບໍ­ລິ­ສັດ​ນັກ​ລົງ­ທຶນ​ທັງ​ພາຍ​ໃນ ແລະ​ຕ່າງ­ປະ­ເທດ​ທີ່​ເຂົ້າ​ມາ​ສຳ​ຫຼວດ​ແຮ່​ທາດ ແລະ​ບັນ­ດາ​ຫົວ­ໜ່ວຍ​ທຸ­ລະ​ກິດ​ທີ່​ມາ​ດຳ­ເນີນ​ຢູ່​ພາຍ​ໃນ ເມືອງ​ໃຫ້​ເຄື່ອນ​ໄຫວ​ຖືກ­ຕ້ອງ​ສອດ ຄ່ອງ​ຕາມ​ລະ­ບຽບ​ກົດ­ໝາຍ.

ໂດຍ​ປະ­ຈຸ​ບັນ​ທົ່ວ​ເມືອງ​ມີ​ໂຮງ ຮຽນ​ທັງ​ໝົດ 17 ແຫ່ງ ມີ​ຫ້ອງ​ຮຽນ 124 ຫ້ອງ, ມີ​ນັກ­ຮຽນ 3.921ຄົນ, ຍິງ 1.771 ຄົນ, ພະ­ນັກ­ງານ ຫ້ອງ­ການ ແລະ​ຄູ​ສອນ​ທັງ​ໝົດ 207 ຄົນ ຍິງ 28 ຄົນ ສຳ­ລັບ​ວຽກ​ງານ​ສາ­ທາ­ລະ­ນະ​ສຸກ​ປີ​ຜ່ານ ມາ​ໄດ້​ຖື​ເອົາ​ການ​ຮັກ­ສາ​ສຸ­ຂະ­ພາບ​ຂັ້ນ​ຕົ້ນ​ເປັນ​ປັດ​ໄຈ​ກາງ​ໃນ​ການ​ກັນ​ພະ­ຍາດ-ສົ່ງ­ເສີມ​ສຸ­ຂະ­ພາບ​ທົ່ວ​ສັງ­ຄົມ, ເອົາ​ການ​ປິ່ນ­ປົວ​ເປັນ​ສິ່ງ​ສຳ­ຄັນ ໂດຍ​ສົມ­ທົບ​ກັບ​ອົງ­ການ​ປົກ­ຄອງ​ແຕ່​ລະ​ຂັ້ນ ເພື່ອ​ຂະ­ຫຍາຍ​ຕາ​ໜ່າງ​ສາ­ທາ­ລະ­ນະ​ສຸກ​ລົງ​ສູ່​ຮາກ​ຖານ​ບ້ານ. ມາ​ຮອດ​ປະ­ຈຸ​ບັນ​ສາ­ມາດ​ສ້າງ​ບ້ານ​ຕົວ​ແບບ​ດ້ານ​ສາ­ທາ­ລະ­ນະ​ສຸກ​ໄດ້ 8 ບ້ານ ທົ່ວ​ເມືອງ​ມີ​ສຸກ­ສາ­ລາ 2 ແຫ່ງ ແລະ​ໄດ້​ສ້າງ​ຖົງ​ຢາງ​ປະ­ຈຳ​ບ້ານ​ໄດ້ 10 ບ້ານ, ໄດ້​ໃຊ້​ນ້ຳ​ສະ­ອາດ ກວມ75% ແລະ​ປະ­ຊາ­ຊົນ​ໄດ້​ໃຊ້​ວິດ­ຖ່າຍ ກວມ 65%.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...