HomeມູມໄອທີລາວHuawei Maimang 5 ເປີດໂຕມາພ້ອມກັບຊິບເຊັດ Snapdragon 625

Huawei Maimang 5 ເປີດໂຕມາພ້ອມກັບຊິບເຊັດ Snapdragon 625

Published on

ກ່ອນໜ້ານີ້ເຮົາໄດ້ຂຽນຂ່າວກ່ຽວກັບໂທລະສັບມືຖືທີ່ຄ້າຍໆກັນກັບ Mate 8 ນັ້ນກໍຄື Huawei Maimang 5 ແລະຈະເປີດໂຕໃນຊ່ວງເດືອນກໍລະກົດນີ້. ມາໃນມື້ນີ້ເອງໂທລະສັບລຸ້ນດັ່ງກ່າວກໍເປີດໂຕອອກມາຢ່າງເປັນທາງການແລ້ວ ແລະກໍເປັນລຸ້ນໜຶ່ງທີ່ຈະເຂົ້າມາເຮັດຕະຫຼາດສະມາດລະດັບກາງລຸ້ນໃໝ່. ແຕ່ເຖິງຢ່າງໃດກໍຕາມລຸ້ນດັ່ງກ່າວຈະບໍ່ຄືກັນກັບທີ່ Huawei ເປີດໂຕໃນປີນີ້ ເພາະວ່າ Maimang 5 ຈະມາພ້ອມກັບຊິບ Snapdragon 625 (ຂ່າວກ່ອນໜ້ານີ້ບອກວ່າ SD 652) ແລະຈະເປັນລຸ້ນລະດັບກາງລຸ້ນໜຶ່ງທີ່ບໍ່ໄດ້ໃຊ້ຊິບປະມວນຜົນ Kirin.

ໃນທາງດ້ານຂອງ Maimang 5 ແມ່ນຈະໃຊ້ວັດສະດຸແບບໂລຫະຕັດຂອບດ້ວຍເພັດ ໂຕເຄື່ອງນັ້ນມີຂະໜາດຄວາມໜາປະມານ 7.3 ມມ ແລະ ໜັກປະມານ 167 ກຣາມ. ໜ້າຈໍຂະໜາດ 5.5 ນິ້ວ, ຄວາມລະອຽດ FullHD (1920 x 1080 ພິກເຊວ) ແລະມາພ້ອມກັບຈໍໂຄ້ງ 2.5D. ໃນທາງດ້ານຫຼັງຂອງໂຕເຄື່ອງແມ່ນຈະມີເຊັນເຊີ້ສະແກນນິ້ວມື 3D (ຕົ້ນຂຽນ 3D). 

ທາງດ້ານຮາດແວຣ໌ Maimang 5 ມາພ້ອມກັບຊິບ Snapdragon 625 ຄວາມແຮງຢູ່ທີ່ 2GHz ພ້ອມກັບ RAM 3GB + ROM 32GB ແລະ RAM 4GB +  ROM 64GB. ສ່ວນທາງດ້ານຫຼັງຂອງໂຕເຄື່ອງແມ່ນຈະມີກ້ອງຫຼັງຄວາມລະອຽດ 16 ລ້ານພິກເຊວ ເຊັນເຊີ້ Sony IMX298 ນອກນີ້ກໍມາພ້ອມກັບ 3 axis OIS, ແຟລັດຄູ່ໂທນ, ເລນ 6P, PDAF ແລະ Hybrid AF. ໃນຂະນະທີ່ກ້ອງໜ້າໃຫ້ມາ 8 ລ້ານພິກເຊວ ພ້ອມກັບຄ່າ f/2.0 ແລະ beauty 2.0 (ໜ້າຈະເປັນໂໝດກ້ອງແບບບິວຕີ້).

ທາງດ້ານຊ໋ອບແວຣ໌ມາພ້ອມກັບລະບົບ Android 6.0 Marshmallow ຄອບດ້ວຍ EMUI 4.1. ຄຸນສົມບັດອື່ນໆກໍມີ 4G+, ຮອງຮັບ 2 ຊິມສະແຕນບາຍທັງສອງ, ແລະພອຣ໌ດ USB Type-C. ສ່ວນແບັດເຕີຣີໃຫ້ມາ 3340mAh ແລະດ້ວຍການຜະລິດແບບ 14 ນມ ຂອງຊິບເຊັດ 625 ເຊິ່ງຈະຊ່ອຍໃຫ້ແບັດເຕີຣີອຶດຂຶ້ນຫຼາຍເທົ່າເລີຍ.

ສຳລັບໂທລະສັບລຸ້ນນີ້ແມ່ນຈະຂາຍຜ່ານ JD.com, Huawei mall, Lynx store ແລະ Suning. ສຳລັບລາຄາແມ່ນດັ່ງນີ້:

  • Huawei Maimang 5 ລຸ້ນທີ່ມາພ້ອມກັບ RAM 3 GB + ROM 32 GB ຢູ່ທີ່ 2399 ຢວນ (2.900.000 ກີບ)
  • Huawei Maimang 5 ລຸ້ນທີ່ມາພ້ອມກັບ RAM 4 GB + ROM 64 GB ຢູ່ທີ່ 2599 ຢວນ (3.145.000 ກີບ)

ທີ່ມາ:gizmochina,ເດັກລາວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...