spot_img
Homeເກມ6 ຄວາມລັບສຸດຫຼອນຈາກເກມຕ່າງໆ

6 ຄວາມລັບສຸດຫຼອນຈາກເກມຕ່າງໆ

Published on

ສຳລັບເກມແລ້ວຖືເປັນຄວາມມ່ວນຢ່າງໜຶ່ງທີ່ເຮັດໃຫ້ຄົນຫຼິ້ນມີຄວາມສຸກ ແລະບາງເກມເອງກໍມີປິດສະໜາເລິກລັບໃຫ້ຄົ້ນຫາ, ແຕ່ກໍມີຫຼາຍໆເກມທີ່ທາງຜູ້ສ້າງນັ້ນໃສ່ຄວາມລັບທີ່ໜ້າສົນໃຈເຂົ້າມານຳ ຫຼືທີ່ເຮົາຮູ້ຈັກກັນໃນຊື່ວ່າ ​ Easter Eggs. ໂດຍຄວາມລັບໃນເກມແບບນີ້ຖືວ່າສາມາດເພີ່ມຄວາມໜ້າສົນໃຈໃຫ້ໂຕເກມບໍ່ໜ້ອຍກໍຫຼາຍເລີຍ ແຕ່ໃຜຈະຮູ້ວ່າບາງເກມທາງຜູ້ສ້າງໄດ້ໃສ່ຄວາມລັບທີ່ເປັນຕາຢ້ານມານຳ ເຮົາມາເບິ່ງນຳກັນເລີຍວ່າຄວາມລັບທີ່ເປັນຕາຢ້ານແບບນີ້ມີເກມຫຍັງແດ່

1. ຜີພູ Gordo ຈາກເກມ Grand Theft Auto V

ເປັນຄວາມລັບສຸດຫຼອນຈາກເກມ GTA V ທີ່ຖ້າເຮົາໄປທີ່ພູ Gordo ເວລາ 11.00 PM ໃນຕອນກາງຄືນຂອງເກມເຮົາກໍຈະໄດ້ພົບກັບວິນຍານຜີຈາກໄລຍະໄກທີ່ລອຍຢູ່ ເຊິ່ງຖ້າເຮົາເຂົ້າໄປໃກ້ໆ ຜີກໍຈະຫາຍໄປແຕ່ກໍຈະມີຊື່ທີ່ຂຽນດ້ວຍເລືອດຢູ່ເທິງພື້ນວ່າ Jock ເຊິ່ງເຮົາສາມາດເຫັນໜ້າຜີເຕັມໆດ້ວຍການຈັບເອົາສະໄນເປີ້ມາຊູມເບິ່ງ.

2. ຖືກ Robbit the Rabbit ຈັບໄດ້ໃນຂະນະລັກເບິ່ງ ຈາກເກມ Silent Hill 4 : The Room

ຕຸກກະຕາກະຕ່າຍສຸດຫຼອນຈາກຊີຣີ Silent Hill ເຊິ່ງໃນພາກ 4 ຕອນທີ່ເຮົາລັກເບິ່ງຄົນຂ້າງຫ້ອງເຮົາກໍຈະເຫັນຕຸກກະຕາໂຕນີ້ຢູ່ເທິງຕຽງ ເຊິ່ງຖ້າເຮົາລັກເບິ່ງຕຸກກະຕາໂຕນີ້ຈະຫັນມາທາງຮູທີ່ເຮົາລັກເບິ່ງແລະຊີ້ມາທີ່ເຮົາ ເວົ້າໄດ້ວ່າຫຼອນສຸດໆເລີຍ.

3. ສົບໃນທະເລ ຈາກເກມ Bioshock Inifinite : Burial at Sea

ໃນເກມ Bioshock Inifinite : Burial at Sea Part 2 ເຮົາຈະໄດ້ຫຼິ້ນເປັນອະລິຊາເບດ ແລະໃນສາກທີ່ເຮົາຢູ່ເທິງເຮືອກັບຝາແຝດ Lutece ເທິງນ້ຳຖ້າເຮົາຫັນໄປແນມເບິ່ງດີດີ ຈະເຫັນສົບທີ່ຄ້າຍກັບອະລິຊາເບດຢູ່ເທິງນ້ຳ ເຊິ່ງໃຫ້ຄວາມຮູ້ສຶກວ່າເປັນວິນຍານແບບນັ້ນເລີຍ ບວກກັບພາບບັນຍາກາດຫຼອນໆແບບຂາວດຳ ຍິ່ງເປັນຕາຢ້ານ.

4. Screen Savers ທີ່ເປັນຕາຢ້ານ ຈາກເກມ Fatal Frame

ໃນລະຫວ່າງທີ່ເຮົາຫຼິ້ນເກມນີ້ຖ້າປ່ອຍ Controller ໄວ້ໂດຍບໍ່ກົດຫຍັງເລີຍໄລຍະໜຶ່ງ ຈະມີຮູບໜ້າຜີສຸດສະຢອງໂພ່ມາແນມເຮົາ ເວົ້າໄດ້ວ່າຖ້າບໍ່ຮູ້ມາກ່ອນນີ້ຄົງຕົກໃຈຫຼາຍເຕີບ.

5. ສິ່ງທີ່ຢູ່ໃນນ້ຳ ຈາກເກມ Assassin’s Creed II

ຖ້າເຮົາໄປສຸສານນັກຂ້າບ່ອນສຸດທ້າຍທີ່ຊື່ “Visitazione’s Secret” ເຈົ້າຈະສາມາດໃຊ້ຄັນໂຍກເຂົ້າໄປບ່ອນທີ່ຢືນໃກ້ນ້ຳໄດ້ແລະຖ້າແນມໄປທີ່ແມ່ນ້ຳເຮົາຈະເຫັນສິ່ງມີຊີວິດທີ່ຄ້າຍກັບປາມຶກຢູ່ໃນນ້ຳແລະຖ້າໃຊ້ຄັນໂຍກໃກ້ໆ ແລະແນມລົງໄປທີ່ແມ່ນ້ຳອີກຄັ້ງເຮົາກໍຈະໄດ້ເຫັນເຊີໄພ້ໜວດທີ່ສຸດເປັນຕາຢ້ານ

6. ຜີລິບ ຈາກເກມ Pokemon X/Y

ບໍ່ໜ້າເຊື່ອເລີຍວ່າເກມສົດໃສ ໜ້າຮັກໜ້າຮັກແບບ Pokemon ຈະມີຄວາມລັບທີ່ເປັນຕາຢ້ານແບບນີ້ ໂດຍຖ້າເຮົາອອກຈາກລິບເທິງຊັ້ນສອງຂອງຕຶກໃນເມືອງ Lumiose ໜ້າຈໍກໍຈະດຳໄປວິສອງວິແລະນາງກໍຈະໂພ່ອອກມາດ້ານຫຼັງ ແລະຍ່າງຜ່ານໄປພ້ອມກັບເວົ້າວ່າ “ເຈົ້າບໍ່ໄດ້ຢູ່ຄົນດຽວ”

ທັງໝົດນີ້ລ້ວນແຕ່ເປັນຄວາມລັບພາຍໃນເກມ ແຕ່ລະຢ່າງນີ້ກໍຖືວ່າເປັນຕາຢ້ານກັນເລີຍ.

ທີ່ມາ:online station

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...