Homeສຸຂະພາບ ແລະ ສີ່ງແວດລ້ອມຄຸນປະໂຫຍດຂອງນ້ຳກະຊາຍ

ຄຸນປະໂຫຍດຂອງນ້ຳກະຊາຍ

Published on

 

ກະຊາຍ ເປັນພືດຊະນິດໜຶ່ງທີ່ມີຄຸນປະໂຫຍດຫລາຍ ຄວນຈະຫາມາປູກໄວ້ຂ້າງໆບ້ານ. ເມື່ອນຳກະຊາຍມາປັ່ນ ຈະມີວິຕາມິນ ຊີ, ບີ1, ບີ3, ບີ6 ແລະແຄນຊຽມ ເມື່ອດື່ມຈະເຮັດໃຫ້ :

  • ຊ່ວຍບຳລຸງເສັ້ນເອັນໃຫ້ແຂງແຮງ ກະດູກບໍ່ຜ່ອຍ.
  • ຊ່ວຍບຳລຸງຕັບ, ໝາກໄຂ່ຫລັງໃຫ້ແຂງແຮງ, ເບິ່ງແຍງລະບົບໝຸດລູກ, ຮັງໄຂ່, ພົກຍ່ຽວ.
  • ຊ່ວຍບຳລຸງຫົວໃຈ ຊ່ວຍໃຫ້ລະບົບກ້າມເນື້ອຫົວໃຈແຂງແຮງ ເຕັ້ນສະໝໍ່າສະເໝີ ຊ່ວຍໃຫ້ເລືອດໄຫລວຽນໄປລ້ຽງຫົວໃຈດີຂຶ້ນ.
  • ຊ່ວຍຟື້ນຟູຕ່ອມໄຮ້ທໍ່ຕ່າງໆ ເຊັ່ນ ຕ່ອມໄທຣອຍ ຕ່ອມໃຕ້ສະໝອງ ຕ່ອມໝວກໝາກໄຂ່ຫລັງ ແລະຕັບອ່ອນ.
  • ຊ່ວຍປັບສົມດຸນຂອງຮໍໂມນເພດຍິງ ຄື ແອດສະໂຕເຈນ ແລະຮໍໂມນເພດຊາຍຄື ເທດໂທດສະເຕີ

ໂຣນ ເຊິ່ງມີຢູ່ໃນຮ່າງກາຍຂອງທຸກໆຄົນ ບໍ່ວ່າຜູ້ຊາຍຫລືຜູ້ຍິງ ຖ້າຜູ້ຍິງມີຮໍໂມນເພດຍິງໃນໂຕຫລາຍເກີນໄປກໍອາດຈະເປັນມະເຮັງເຕົ້ານົມ ຫລືມີນ້ອຍໄປ ກໍອາດຈະເປັນມະເຮັງປາກໝຸດລູກ ສ່ວນຜູ້ຊາຍນັ້ນ ນ້ຳກະຊາຍຈະຊ່ວຍຄຸມບໍ່ໃຫ້ຕ່ອມລູກໝາກໃຫຍ່.

  • ຊ່ວຍບຳລຸງສະໝອງ ຊ່ວຍໃຫ້ເລືອດໄຫລວຽນໄປລ້ຽງສະໝອງສ່ວນກາງດີຂຶ້ນ ຖ້າກິນຄູ່ກັບໃບຜັກໜອກ ຈະບຳລຸງສະໝອງໄດ້ໂດຍກົງ ຕ້ອງກິນເປັນປະຈຳເພື່ອປ້ອງກັນຄວາມຈຳເສື່ອມ.
  • ປັບຄວາມດັນເລືອດໃຫ້ພໍດີ ບໍ່ໃຫ້ສູງ ຫລືຕໍ່າຫລາຍເກີນໄປ.
  • ກິນນ້ຳກະຊາຍເປັນປະຈຳ ຊ່ວຍໃຫ້ເສັ້ນຜົມບໍ່ຫງອກງ່າຍກ່ອນໄວ ເລັບມື ເລັບຄີນ ແຂງແຮງ.
  • ຊ່ວຍຂັບນ້ຳຄາວ ສຳລັບຜູ້ຍິງຫລັງຄອດລູກ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...