Homeຂ່າວຕ່າງປະເທດທະເລຈີນໃຕ້ເລີ່ມເຄັ່ງຕຶງ! ໄຕ້ຫວັນສົ່ງກຳປັ່ນທະຫານ ເຂົ້າເຂດຂັດແຍ່ງ ຫລັງບໍ່ພໍໃຈຄຳຕັດສິນຂອງສານ!

ທະເລຈີນໃຕ້ເລີ່ມເຄັ່ງຕຶງ! ໄຕ້ຫວັນສົ່ງກຳປັ່ນທະຫານ ເຂົ້າເຂດຂັດແຍ່ງ ຫລັງບໍ່ພໍໃຈຄຳຕັດສິນຂອງສານ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 13 ກໍລະກົດນີ້ວ່າ ໄຕ້ຫວັນໄດ້ສົ່ງກຳປັ່ນທະຫານລຳໜຶ່ງ ເຂົ້າໄປເກາະໄທປິງ ຊຶ່ງອ້າງກຳມະສິດໂດຍໄຕ້ຫວັນ ໃນເຂດໝູ່ເກາະສະແປຣດລີ ໃນທະເລຈີນໃຕ້ ເພື່ອປົກປ້ອງອະນາເຂດທາງທະເລຂອງຕົນ ຫລັງຈາກໜຶ່ງວັນທີ່ ສານອະນຸຍາໂຕຕຸລາການລະຫວ່າງປະເທດ ໄດ້ຕັດສິນວ່າ ຈີນບໍ່ມີສິດທາງປະຫວັດສາດ ໃນການຄອບຄອງພື້ນທີ່ທະເລຈີນໃຕ້ທັງໝົດ, ເຂົ້າຮ່ວມໃນພິທີສົ່ງກຳປັ່ນລຳດັ່ງກ່າວນີ້ໂດຍ ທ່ານ ນາງ ໄຊ່ ອິງເຫວິນ ປະທານາທິບໍດີຂອງໄຕ້ຫວັນ.

ລັດຖະບານໄຕ້ຫວັນລະບຸວ່າ ຄຳຕັດສິນນີ້ບໍ່ອາດສາມາດຍອມຮັບໄດ້ຢ່າງສິ້ນເຊີງ ແລະ ບໍ່ມີອຳນາດຜູກມັດທາງກົດໝາຍ ເນື່ອງຈາກສານອະນຸຍາໂຕຕຸລາການ ບໍ່ໄດ້ເຊີນໄຕ້ຫວັນເຂົ້າຮ່ວມ ໃນການພິຈາລະນາຄະດີນີ້, ພ້ອມກັນນັ້ນ ກະຊວງປ້ອງກັນປະເທດໄຕ້ຫວັນ ຍັງໄດ້ອອກມາປະກາດອີກວ່າ ຈະປ້ອງກັນອານາເຂດ ແລະ ອຳນາດອະທິປະໄຕຂອງໄຕ້ຫວັນຢ່າງແຂງແຮງ ໂດຍໄຕ້ຫວັນຈະບໍ່ປ່ຽນແປງ ການອ້າງສິດໃນນ່ານນ້ຳຍຸດທະສາດແຫ່ງນີ້ ເພາະຄຳຕັດສິນດັ່ງກ່າວ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...