Homeສຸຂະພາບ ແລະ ສີ່ງແວດລ້ອມຄຸນປະໂຫຍດຂອງກະທຽມ

ຄຸນປະໂຫຍດຂອງກະທຽມ

Published on

ກະທຽມ ຈັດວ່າເປັນສະໝຸນໄພທີ່ຍອມຮັບກັນມາຕັ້ງແຕ່ສະໄໝບູຮານ ໂດຍເຊື່ອວ່າ ມີຄຸນຄ່າທາງອາຫານ ແລະຄຸນຄ່າທາງຢາສູງ ຄົນໃນຊາດແຖວອາຊີ ນິຍົມໃຊ້ກະທຽມແຕ່ລົດແລະແຕ່ງກິ່ນໃນອາຫານເກືອບທຸກຊະນິດ ນັກວິຊາການໃນສະໄໝໃໝ່ໄດ້ຄົ້ນຄວ້າ ພົບເຫດຜົນທີ່ໜ້າເຊື່ອຕາມທີ່ໄດ້ເຊື່ອກັນມາວ່າ ກະທຽມມີສັບພະຄຸນເປັນຢາປະຕິຊີວະນະ, ເປັນຢາຂ້າເຊື້ອ ສາມາດກຳຈັດພາວະລ້າງພິດໃນຮ່າງກາຍ ແລະເປັນສະໝຸນໄພທີ່ມີສັບພະຄຸນໃນການກະຕຸ້ນທົ່ວໆໄປໄດ້ອີກດ້ວຍ.

ຄຸນປະໂຫຍດຂອງກະທຽມທີ່ໄດ້ທຳການຄົ້ນຄວ້າທັງໃນປັດຈຸບັນ ແລະທີ່ໄດ້ເຊື່ອຖືກັນມານານມີດັ່ງນີ້ :

  1. ຢຸດຢັ້ງການຈະເລີນເຕີບໂຕຂອງເຊື້ອຈຸລິນຊີ.
  2. ຊ່ວຍຂັບເຫື່ອ ແລະຂັບມູນພາວະຕ່າງໆອອກຈາກຮ່າງກາຍ ໂດຍການໄປຜູກໂຕເຂົ້າກັບໂມເລກຸນທີ່ເປັນພິດ ແລ້ວຮ່າງກາຍຈະຂັບອອກທາງອຸດຈາລະ.
  3. ເປັນຢາອາຍຸວັດທະນະ ຖ້າຮັບປະທານສະໝໍ່າສະເໝີ.
  4. ກະຕຸ້ນການໄຫລວຽນຂອງເລືອດ ແລະຊ່ວຍສ້າງພູມຄຸ້ມກັນຕໍ່ໂລກ.
  5. ປັບລະດັບນ້ຳຕານໃນເລືອດໃຫ້ປົກກະຕິ ແລະຫລຸດຄໍເລດສະເຕີໂຣນ.
  6. ປ້ອງກັນບໍ່ໃຫ້ເກີດເລືອດເກາະເປັນກ້ອນອຸດຫລອດເລືອດ ເຊິ່ງເປັນສາເຫດຂອງອຳມະພາດ ຫລືອຳມະພຶກໄດ້.
  7. ປັບຄວາມດັນເລືອດໃຫ້ຄົງສະພາບຕາມໄວ.
  8. ສົ່ງເສີມລະດັບການຍ່ອຍ ແລະເຮັດໃຫ້ທ້ອງບໍ່ຜູກ.
  9. ແກ້ໄຂ ແກ້ປວດຫົວ ແລະກະວົນກະວາຍໃຈ.
  10. ປ້ອງກັນແລະຮັກສາກ່ຽວກັບລະບົບຫາຍໃຈ ເຊັ່ນ ຫວັດ ເຍື່ອດັງອັກເສບ ນ້ຳມູກໄຫລ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...