spot_img
Homeຂ່າວຕ່າງປະເທດຄົນ​ເວ​ເນ​ຊູ​ເອລາ​ຫຼາຍ​ພັນ​ຄົນ ​ແຫ່​ໄປ​ຊື້​ອາຫານ​ຢູ່​ໂກ​ໂລມ​ບີ

ຄົນ​ເວ​ເນ​ຊູ​ເອລາ​ຫຼາຍ​ພັນ​ຄົນ ​ແຫ່​ໄປ​ຊື້​ອາຫານ​ຢູ່​ໂກ​ໂລມ​ບີ

Published on

ທາງ​ການ​ເວ​ເນ​ຊູ​ເອລາ​ປະກາດ​ເປີດ​ຊາຍ​ແດນ​ທີ່​ຕິດ​ກັບປະ​ເທດ​ໂກ​ໂລມ​ບີ​ຊົ່ວຄາວ​ເປັນ​ເວລາ 12 ຊົ່ວ​ໂມງ ​​ເພື່ອ​ໃຫ້​ປະຊາຊົນ​ປະມານ 35 ພັນ​ຄົນ ​ເດີນທາງ​ໄປ​ຈັບ​ຈ່າຍ​ໃຊ້​ສອຍ​ສິນຄ້າ​ອຸປະ​ໂພ​ກບໍລິ​ໂພ​ກ​ໃນ​ປະ​ເທດ​ເພື່ອນ​ບ້ານ​ໄດ້ ທ່າມກາງ​ວິ​ກິດ​ຂາດ​ແຄນ​ອາຫານ​ຮຸນ​ແຮ​ງຂອງ​ເວ​ເນ​ຊູ​ເອລລາ.

ສຳນັກຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ກ່ອນ​ໜ້າ​ນີ້ ທ່ານ ນິ​ໂຄ​ລັສ ມາຣູ​ໂຣ ປະທານາທິບ​ບໍດີ ຂອງ​ເວ​ເນ​ຊູ​ເອລາ ສັ່ງ​ປິດ​ຊາຍ​ແດນ​ໄປ​ໃນ​ເດືອນ​ສິງຫາ​ປີ​ທີ່​ຜ່ານ​ມາ ​ເພື່ອ​ຫວັງ​ຈະ​ກວາດ​ລ້າງ​ການ​ອາດ​ສະ​ຍາ​ກຳ ລວມທັງ​ເປັນ​ການ​ປ້ອງ​ກັນ​ການ​ລັກລອບ​ຂົນ​ສິນຄ້າ​ຂ້າມ​ໄປ​ຍັງ​ໂກ​ໂລມ​ບີ ລາຍ​ງານ​ລະບຸ​ຕື່ມ​ວ່າ ຄົນ​ເວ​ເນ​ຊູ​ເອລາ​ຂ້າມ​ຊາຍ​ແດນ​ໃນ 7 ຊົ່ວ​ໂມງ​ທຳ​ອິດ​ມີ​ເຖິງ 25 ພັນ​ຄົນ ​ໂດຍ​ມີ​​ລົດ​ຮັບ​ສົ່ງ ພ້ອມ​ຈັດ​ກຳລັງ​ເຝົ້າ​ລະວັງ​ທີ່​ຮ້ານ​ຊູ​ເປີ​ມາ​​ເກັດ​ໃຫຍ່​ຂອງ​​ເມືອງ​ກວ່າ 300 ຄົນ ​ເນື່ອງ​ຈາກ​ອາທິດ​ທີ່​ຜ່ານ​ມາ​ມີ​ຄົນ​ເວ​ເນ​ຊູ​ເອລາ​ປະມານ 500 ຄົນ​ຜ່ານ​ດ່ານ​ເຈົ້າ​ໜ້າ​ທີ່​ເພື່ອ​ຂ້າມ​ຊາຍ​ແດນ​ໄປ​ຊື້​ອາຫານ ​ໂດຍ​ບັນຍາກາດ​ໃນ​ຊູ​ເປີ​ມາ​ເກັດ​ຕ່າງໆ​ຢູ່​ທີ່​ຊາຍ​ແດນ​ໂກ​ໂລ​ມບີ​ເປັນ​ໄປ​ຢ່າງ​ຄຶກຄັກ ຄົນ​ເວ​ເນ​ຊູ​ເອລາ​ຕ່າງ​ລະດົມ​ຄົນ​ເຂົ້າ​ໄປ​ຈັບ​ຈ່າຍ​ຊື້​ສິນຄ້າ ​ໂດຍ​ສະ​ເພາະ​ສິນຄ້າ​​ເພື່ອ​ບໍລິ​ໂພ​ກ​ເຊັ່ນ: ​ເຂົ້າ, ​ແປ້ງ, ນ້ຳຕານ ​ແລະ ນ້ຳມັນ ທີ່​ຫາ​ຊື້​ໄດ້​ຍາກ ​ແລະ ມີ​ລາຄາ​ແພງ​ຫຼາຍ​ໃນ​ປະ​ເທດ​ຂອງ​ຕົນ.

ທັງ​ນີ້ ​ໃນ​ໄລຍະ​ຫຼາຍ​ເດືອນ​ທີ່​ຜ່ານ​ມາ ​ເວ​ເນ​ຊູ​ເອລາ​ຕ້ອງ​ປະ​ເຊີນ​ກັບ​ພາວະ​ຂາດ​ແຄນ​ອາຫານ ​ແລະ ຢາ, ບໍ່​ມີ​ໄຟຟ້າ​ໃຊ້​ຢ່າງ​ພຽງພໍ ຈາກ​ປັດ​ໃຈຫຼາຍ​ດ້ານ​ເຊັ່ນ: ການ​ໄດ້​ຮັບ​ຜົນ​ກະທົບ​ຈກການ​ຫຼຸດ​ລົງ​ລາຄາ​ນ້ຳມັນ​​ໂລກ ຊຶ່ງ​ເວ​ເນ​ຊູ​ເອລາ​ຕ້ອງ​ເພິ່ງ​ພາ​ການ​ສົ່ງ​ອອກ​ພະລັງງານ​ເຖິງ 96% ຂອງມູນ​ຄ່າ​ການ​ສົ່ງ​ອອກ​ທັງ​ໝົດ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...