spot_img
Homeຂ່າວທ້ອງຖິ່ນຈໍາປາສັກພົບເຫັນການສໍ້ລາດບັງຫລວງເປັນເຄືອຂ່າຍ ເຮັດໃຫ້ການເກັບລາຍຮັບບໍ່ເຂົ້າລັດ

ຈໍາປາສັກພົບເຫັນການສໍ້ລາດບັງຫລວງເປັນເຄືອຂ່າຍ ເຮັດໃຫ້ການເກັບລາຍຮັບບໍ່ເຂົ້າລັດ

Published on

ແຂວງຈໍາປາສັກຊີ້ແຈງຜົນການເກັບລາຍຮັບເຂົ້າງົບປະມານຂອງແຂວງໃນ 6 ເດືອນຕົ້ນປີຂອງສົກ 2015-2016 ພົບວ່າບັນລຸໄດ້ພຽງ 529 ຕື້ກີບ ເທົ່າກັບ 41% ຖືວ່າໄດ້ໜ້ອຍ ຫລື ບໍ່ບັນລຸເປົ້າໝາຍທີ່ວາງໄວ້ເມື່ອທຽບໃສ່ແຜນປີ ຍ້ອນເປັນແນວນັ້ນ ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງຈຳປາສັກພ້ອມຄະນະພິເສດຈິ່ງໄດ້ລົງຕິດກວດກາ ແລະ ຊີ້ນໍາຄືນຕໍ່ເຈົ້າໜ້າທີ່ພາສີ-ອາກອນຈໍານວນໜຶ່ງບໍ່ມີຄວາມຈິງໃຈ ແລະ ເຊື່ອງອໍາບາງແຫລ່ງຮັບຂອງລັດໂດຍສະເພາະຂີ້ຕົວະຕົວເລກຮ້ານຜູ້ປະກອບການທຸລະກິດຄ້າ-ຂາຍ ແລະ ສ້າງໜ່ວຍງານນາຍໜ້າເປັນບໍລິສັດຂົນສິນຄ້ານໍາເຂົ້າແບບເໝົາຝ່າຍດຽວ.

ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງຈຳປາສັກລາຍງານໃນວັນທີ 6 ກໍລະກົດ 2016 ນີ້ວ່າ: ບັນຫາທີ່ພົ້ນເດັ່ນ ໃນປັດຈຸບັນ ແມ່ນແຂວງພວກເຮົາມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ພື້ນຖານໂຄງລ່າງໄດ້ຮັບການປັບປຸງ ແລະ ກໍ່ສ້າງຂຶ້ນໃໝ່ຫລາຍແຫ່ງ. ເດັ່ນກວ່າໝູ່ແມ່ນ ການກໍ່ສ້າງເສັ້ນທາງເປຕົງໃນເທດສະບານເມືອງປາກເຊ 4 ເລນ 6 ເລນ ແລະ ການກໍ່ສ້າງຂົວຂ້າມແມ່ນ້ຳເຊໂດນທີ່ເປັນຂົວໃຫຍ່ ແລະ ກວ້າງກວ່າໝູ່ມີຂະໜາດ 4 ເລນ ເຊິ່ງເຫັນວ່າແຂວງພວກເຮົາບໍ່ເຄີຍມີມາກ່ອນ. ເສດຖະກິດໄດ້ຮັບການພັດທະນາຂະຫຍາຍຕົວຕໍ່ເນື່ອງ, ຄຸນນະພາບຊີວິດຂອງປະຊາຊົນ ໄດ້ຮັບການຍົກລະດັບດີຂຶ້ນເປັນກ້າວໆ, ປະຊາຊົນຍູທ່າງທຳມາຫາກິນ. ເຊິ່ງເປັນພຶື້ນຖານອັນດີໃຫ້ແກ່ການພັດທະນາເສດຖະກິດສັງຄົມພາຍໃນແຂວງ.

ສຳລັບ 6 ເດືອນຕົ້ນປີໆນີ້ ການເກັບລາຍຮັບເຂົ້າງົບປະມານຂອງແຂວງບັນລຸໄດ້ພຽງ 529 ຕື້ກີບ ເທົ່າກັບ 41% ຖືວ່າໄດ້ໜ້ອຍເມື່ອທຽບໃສ່ແຜນປີ ໃນນັ້ນລາຍຮັບຂອງສູນກາງບັນລຸໄດ້ 259 ຕື້ກີບເທົ່າກັບ 35% ຂອງແຂວງ ເມື່ອເຫັນວ່າການຈັດເກັບລາຍຮັບບໍ່ໄດ້ຕາມແຜນ ທາງຂ້າພະເຈົ້າເອງກໍ່ໄດ້ລົງຊຸກຍູ້ຊີ້ນຳ ແລະ ໃຊ້ມາດຕະການຕ່າງໆ ເພື່ອໃຫ້ບັນລຸແຜນ ຜ່ານໃນໄລຍະ 2 ເດືອນຄືເດືອນ 5-6 ໄດ້ເຮັດໃຫ້ການຈັດເກັບລາຍຮັບເພີ່ມຂຶ້ນ ມາຮອດປັດຈຸບັນສາມາດເກັບລາຍຮັບໄດ້ 917 ຕື້ກີບເທົ່າກັບ 63% ຂອງແຜນການຖືວ່າເປັນຜົນງານທີ່ໜ້າເພິ່ງພໍໃຈຄືລາຍຮັບຂອງສູນກາງບັນລຸໄດ້ 432 ຕື້ກີບຈາກ 35% ມາເປັນ 54% ສ່ວນລາຍຮັບຂອງແຂວງຈາກ 276 ຕື້ກີບ ເພີ່ມມາເປັນ 484 ຕື້ກີບເທົ່າ 70%.
ການທີ່ລາຍຮັບເພີ່ມຂືຶ້ນຄືດັ່ງກ່າວແມ່ນຍ້ອນໄດ້ນຳໃຊ້ມາດຕະການເກັບຄົບ,ເກັບຖືກ,ເກັບທັນເວລາ ໂດຍກວດກາລາຍການສິນຄ້າແຈ້ງເຂົ້າເສຍພາສີອາກອນຢູ່ດ່ານ ແລ້ວນຳຕິດຕາມກວດນັບຮອດປາກສາງລູກຄ້າ ຖ້າລາຍການສິນຄ້າເພີ່ມຕ້ອງໄດ້ເສຍຄືນເພີ່ມອີກ. ພ້ອມນັ້ນ ກໍຈຳກັດນາຍໜ້າ ເຊິ່ງຜ່ານມາເຫັນວ່າບັນດາບໍລິສັດໄດ້ມອບໃຫ້ນາຍໜ້າເປັນຜູ້ເສຍຖືກກວ່າບໍລິສັດແຈ້ງເສຍເອງ ເຮັດໃຫ້ລັດເຮົາອັບປະໂຫຍດ.ຈິ່ງເຮັດໃຫ້ລາຍຮັບຫລຸດລົງ.

ປັດຈຸບັນ ແມ່ນໃຫ້ບໍລິສັດແຈ້ງເສຍເອງ ຈິ່ງເຮັດໃຫ້ການເກັບລາຍຮັບພົ້ນເດັ່ນຂຶ້ນ ຈາກນັ້ນກໍ່ໄດ້ມອບໃຫ້ບໍລິສັດໃຫຍ່ໆ ຖືບັນຊີຊື້ຂາຍຜ່ານລະບົບເອເລັກໂຕຼນິກ ປັດຈຸບັນເຮັດໄດ້ແລ້ວ 2ບໍລິສັດ ພ້ອມນີ້ ໃນໄລຍະໄຟໄໝ້ຢູ່ຕະຫລາດໃໝ່ປາກເຊ ກໍ່ກວດພົບເຫັນ 200 ກວ່າຮ້ານ ທີ່ບໍ່ລາຍງານ ຕົວເລກແຈ້ງເສຍອາກອນ, ຈາກການນຳໃຊ້ມາດຕະການດັ່ງກ່າວເຫັນວ່າສາມາດກໍາຈັດໄດ້ບັນຫາການສໍ້ລາດບັງຫລວງ ແລະ ຮັບປະກັນໄດ້ຄວາມໂປ່ງໃສ ແລະ ມີຄວາມຍຸຕິທໍາເພີ່ມຂຶ້ນ ຄາດວ່າການຈັດເກັບລາຍຮັບເຂົ້າງົບປະມານຂອງແຂວງຈຳປາສັກຈະໃຫ້ໄດ້ຕາມແຜນ ແລະ ລື່ນຄາດໝາຍທີ່ລັດຖະບານມອບໝາຍໃຫ້.

ຂ່າວ: ຂປລ

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...