Homeຂ່າວທ້ອງຖິ່ນເມືອງໜອງບົກ ຂຸ້ນຂ້ຽວປັກດຳເຂົ້ານາປີ ຄາດໃຫ້ສຳເລັດ ທ້າຍເດືອນກໍລະກົດນີ້!

ເມືອງໜອງບົກ ຂຸ້ນຂ້ຽວປັກດຳເຂົ້ານາປີ ຄາດໃຫ້ສຳເລັດ ທ້າຍເດືອນກໍລະກົດນີ້!

Published on

ທ່ານ ຄຳມອນ ພົມພິພັກ ຫົວໜ້າຫ້ອງການກະສິກຳ -ປ່າໄມ້ ເມືອງໜອງບົກໃຫ້ຮູ້ວ່າ: ການລົງມືສູ່ການຜະລິດ ລະດູຝົນປີນີ້ ແມ່ນເລີ່ມມາແຕ່ກາງເດືອນພຶດສະພາເປັນຕົ້ນມາ ແລະ ມາຮອດຕົ້ນເດືອນມີຖຸນາຜ່ານມາ ໃນບ່ອນທີ່ມີເງື່ອນໄຂ ແມ່ນໄດ້ລົງມືປັກດຳ. ມາຮອດປັດຈຸບັນແມ່ນສຳເລັດແລ້ວ 4.000 ກວ່າເຮັກຕາ, ໃນນັ້ນເຂດທີ່ປັກດຳຫຼາຍກວ່າໝູ່ ແມ່ນເຂດບ້ານໜອງບົກ, ບ້ານສອງເໝືອງ, ບ້ານຫາດຊຽງດີ, ເຂດບ້ານນາຈຳປາ ແມ່ນສຳເລັດແລ້ວຫຼາຍກວ່າ 25%. ນອກຈາກການປັກດຳແລ້ວ ຊາວກະສິກອນບາງເຂດ ແມ່ນໄດ້ເຮັດນາແບບໃໝ່ ທີ່ໃຊ້ກົນຈັກທີ່ທັນສະໄໝ ເປັນຕົ້ນແມ່ນເຮັດນາຝາຍ (ຫວ່ານ) ເນື້ອທີ່ 7.800 ກວ່າເຮັກຕາ, ມາຮອດປັດຈຸບັນ ແມ່ນສຳເລັດແລ້ວ 75%. ໃນເນື້ອທີ່ນາທົ່ວເມືອງທັງນາທີ່ປັກດຳ ແລະ ນາຫວ່ານ ແມ່ນມີເນື້ອທີ່ທັງໝົດ 15.000 ກວ່າເຮັກຕາ. ຄາດວ່າການປັກດຳນາປີປີນີ້ ຈະໃຫ້ສຳເລັດໃນທ້າຍເດືອນນີ້. ນອກ ຈາກນັ້ນ ຊາວກະສິກອນຍັງໄດ້ຫັນມາປູກພືດສຳຮອງຕື່ມອີກ ໂດຍສະເພາະແມ່ນຢູ່ເຂດບ້ານດອນຂຽວເໜືອ, ບ້ານດອນປາແດກ ເປັນຕົ້ນ ແລະ ເຂດທີ່ມີເງື່ອນໄຂ ຊຶ່ງພືດທີ່ນຳມາປູກແມ່ນຜັກບົ່ວ, ຜັກຫອມປ້ອມ, ໝາກເຂືອ, ສາລີ, ໝາກເຜັດ ແລະ ພືດຜັກອື່ນໆ ໃນເນື້ອທີ່ 500 ເຮັກຕາ.

 

ແຫລ່ງຂ່າວ:

ປຊຊ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...