Homeສຸຂະພາບ ແລະ ສີ່ງແວດລ້ອມແກ້ໂລກຜິວໜັງດ້ວຍຫົວຂ່າ

ແກ້ໂລກຜິວໜັງດ້ວຍຫົວຂ່າ

Published on

ຂ່າເປັນສະໝຸນໄພທີ່ໃຊ້ເປັນເຄື່ອງເທດມາດົນນານແລ້ວ ສ່ວນທີ່ໃຊ້ຄື ຫົວອ່ອນແລະຫົວແກ່ ຫົວຂ່າມີລົດເຜັດໃຊ້ແຕ່ງກິ່ນລົດອາຫານ ເຊັ່ນ ໃຊ້ເປັນເຄື່ອງປຸງໃນເຄື່ອງແກງ, ຕົ້ມຂາໄກ່, ຜັດເຜັດ, ລາບ, ແກງສົ້ມ… ຂ່າມີປະໂຫຍດຊ່ວຍດັບກິ່ນຄາວຂອງຊີ້ນ ແລະປາ ໃນຫົວຂ່າມີນ້ຳມັນຫອມລະເຫີຍໃນປະລິມານສູງ ປະກອບດ້ວຍສານຫລາຍຊະນິດ ເຊັ່ນ ຊິນີອອນ (Cineol) ຢູຈີນອນ(eugenol) ເຄມເຟີຣອນ(kaempferol) ກາຣບູຣ(camphor) ແລະຊີນາມິກອັນດີຮາຍ (cinamic aldehyde) ເປັນຕົ້ນ.

ນ້ຳມັນຫອມລະເຫີຍ ມີລິດໃນການຊ່ວຍຂັບລົມ, ແກ້ອາການທ້ອງອືດ ທ້ອງເຟີ້, ຈຸກ, ສຽບ, ແໜ້ນ ແລະຍັງມີລິດຂ້າເຊື້ອແບັກທີເລຍ ແລະຢຸດຢັ້ງເຊື້ອລາທີ່ຜິວໜັງບາງຊະນິດໄດ້ອີກດ້ວຍ. ຫົວຄ່າ ເມື່ອໃຊ້ກັບພາຍນອກຂອງຮ່າງກາຍ ຈະສາມາດຮັກສາຂີ້ກາກ, ຂີ້ເກື້ອນໄດ້ ໂດຍໃຊ້ຫົວແກ່ໆ ສົດໆ ຝົນກັບເຫລົ້າ ຫລືນ້ຳສົ້ມສາຍຊູ ຫລືຕຳໃຫ້ແຫລກແລ້ວແຊ່ໃນນ້ຳເຫລົ້າ ໃຊ້ທາຜິວໜັງບໍລິເວນທີ່ເປັນ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...