spot_img
Homeຂ່າວທ້ອງຖິ່ນເປີດ​ຫ້ອງ​ວາງ­ສະ­ແດງ​ຊີ­ວິດ ແລະ​ ພາ­ລະ­ກິດ​ປະ­ຕິ­ວັດຂອງ ທ່ານ ສີ​ສົມ​ພອນ ລໍ​ວັນ​ໄຊ

ເປີດ​ຫ້ອງ​ວາງ­ສະ­ແດງ​ຊີ­ວິດ ແລະ​ ພາ­ລະ­ກິດ​ປະ­ຕິ­ວັດຂອງ ທ່ານ ສີ​ສົມ​ພອນ ລໍ​ວັນ​ໄຊ

Published on

 

ດ້ວຍ​ຜົນ­ງານ ແລະ ຄຸນ­ງາມ­ຄວາມ­ດີ​ອັນ​ໃຫຍ່​ຫຼວງ​ທີ່​ມີ​ຕໍ່​ພາ­ລະກິດ​ປະ­ຕິ­ວັດ, ຮັບ​ໃຊ້​ປະ­ເທດ​ຊາດ ແລະ​ປະ­ຊາ­ຊົນ​ລັດ­ຖະ­ບານ ກໍ​ຄື​ແຂວງບໍ​ລິ​ຄຳ​ໄຊ ໄດ້​ຈັດ​ພິ­ທີ​ເປີດ​ຫ້ອງ​ວາງ­ສະ­ແດງ​ຊີ­ວິດ ແລະ​ພາ­ລະ­ກິດ​ປະ­ຕິ­ວັດ​ຂອງ​ທ່ານ ສີ​ສົມ​ພອນ ລໍ​ວັນ​ໄຊ ຢູ່​ໃນ​ຖ້ຳ​ຈຳ­ລອງ​ຫໍ​ພິ​ພິ​ຕະ​ພັນ ທ່ານ ສີ​ສົມພອນ ລໍ​ວັນ​ໄຊ ຂຶ້ນ​ໃນ​ວັນ​ທີ 7 ກໍ­ລະ­ກົດ​ນີ້ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ກອງ​ແກ້ວ ໄຊ​ສົງ­ຄາມ ເຈົ້າ­ແຂວງ​ບໍ​ລິ​ຄຳ​ໄຊ, ທ່ານ ສີງ​ທອງ ສີງ​ຫາ​ປັນ­ຍາ ຮອງ​ຫົວ­ໜ້າ​ຄະ­ນະ​ຮັບ­ຜິດ­ຊອບ​ພິ​ພິ​ຕະ​ພັນ ທ່ານ ໄກ­ສອນ ພົມ­ວິ­ຫານ, ມີ​ບັນ­ດາ​ການ​ນຳຂັ້ນ​ແຂວງ, ເມືອງ, ຫົວ­ໜ້າ​ພະ­ແນກ­ການ, ນາຍŒພົນ­ທະ­ຫານ, ນາຍŒພົນ​ຕຳ­ຫຼວດ ແລະ​ຍາດ­ຕິ​ພີ່­ນ້ອງ​ຂອງ ທ່ານ ສີສົມ​ພອນ ລໍ​ວັນ​ໄຊ ຕະ­ຫຼອດ​ຮອດ​ພະ­ນັກງານ​ລັດ­ຖະ­ກອນ​ພາຍ​ໃນ​ແຂວງ​ບໍ​ລິ​ຄຳໄຊ​ເຂົ້າ​ຮ່ວມ.

ທ່ານ ບຸນ​ມາ ບຸ​ຈະ­ເລີນ ຮອງ​ເຈົ້າແຂວງ​ບໍ​ລິ​ຄຳ​ໄຊ​ໄດ້​ຂຶ້ນ​ກ່າວ​ເປີດ​ຫ້ອງ​ວາງ­ສະ­ແດງ ຊຶ່ງ​ມີ​ບາງ​ຕອນ​ວ່າ: ທ່ານ ສີ​ສົມ​ພອນ ລໍ​ວັນ​ໄຊ ແມ່ນ​ພະ­ນັກ­ງານ​ທີ່ ໄດ້​ເຕີບ​ໃຫຍ່​ຂຶ້ນ​ໃນ​ຂະ​ບວນ​ການ​ຕໍ່­ສູ້​ປະ­ຕິ­ວັດ​ຂອງ​ມະ­ຫາ­ຊົນ ແລະ​ໄດ້​ຜ່ານ​ການ​ທົດ​ສອບ​ອັນ​ຂ້ຽວ­ຂາດ​ມາ​ບໍ່​ຈັກ​ວ່າ​ເທົ່າ­ໃດ ຈະ​ຖືກ​ສັດ­ຕູ​ຈັບ​ກຸມ, ຖືກ​ທຸບ​ຕີ​ທໍ­ລະ­ມານ​ແຕ່​ກໍ​ບໍ່​ໄດ້​ເຮັດ​ໃຫ້​ເພິ່ນ​ເກີດ​ຄວາມ​ທໍ້­ຖອຍ​ໝົດ​ກຳ­ລັງ​ໃຈ​ແລ້ວ​ປະ­ລະ​ອຸ­ດົມ​ຄະ­ຕິ​ປະ­ຕິ­ວັດ​ແຕ່​ຢ່າງ­ໃດ, ກົງ­ກັນ­ຂ້າມ​ມັນ​ພັດເປັນ​ການ​ຊຸບ​ຫຼໍ່​ເພິ່ນ​ໃຫ້​ກາຍ­ເປັນ​ນັກ­ຮົບ​ປະ­ຕິ­ວັດ​ຜູ້​ຮັກ​ຊາດ​ທີ່​ມີ​ຄວາມ​ເດັດ­ດ່ຽວ​ໜຽວ​ແໜ້ນ.

ດ້ວຍ​ຜົນ­ງານ ແລະ​ຄຸນ­ງາມ­ຄວາມ­ດີອັນ​ໃຫຍ່​ຫຼວງ​ທີ່​ມີ​ຕໍ່​ພາ­ລະ­ກິດ​ປະ­ຕິ­ວັດ, ຮັບ​ໃຊ້​ປະ­ເທດ​ຊາດ ແລະ​ປະ­ຊາ­ຊົນລັດ­ຖະ­ບານເວົ້າ​ສະ­ເພາະ​ແຂວງບໍ​ລິ​ຄຳ​ໄຊ ຈິ່ງ​ໄດ້​ຈັດ​ຕັ້ງ​ວາງ­ສະ­ແດງ​ຮູບ​ພາບ​ທີ່​ຫ້ອງ​ວາງ­ສະ­ແດງ​ຊີ­ວິດ ແລະ​ພາ­ລະ­ກິດ​ປະ­ຕິ­ວັດ​ຂອງທ່ານ ສີ​ສົມ​ພອນ ລໍ​ວັນ​ໄຊ ຢູ່​ໃນ
ຖ້ຳ​ຈຳ­ລອງ​ຫໍ​ພິ​ພິ​ຕະ​ພັນ ທ່ານ ສີ​ສົມ ພອນ ລໍ​ວັນ​ໄຊ ໂດຍ​ປະ­ກອບ​ມີ​ບັນ­ດາ​ຮູບ​ພາບ, ເອ­ກະ­ສານ, ວັດ­ຖຸ​ພັນ​ຈຳ­ນວນ​ເກືອບ 200 ກວ່າ​ຢ່າງ ທີ່​ສະ­ແດງ​ເຖິງ​ບັນ­ດາເຫດ­ການ​ອັນ​ສຳ­ຄັນ, ໂດດ​ເດັ່ນ, ເລິກ­ເຊິ່ງ ແລະ​ປະ​ທັບ​ໃຈ​ທີ່​ສະ­ທ້ອນ​ສ່ອງ​ແສງ​ໃຫ້​ເຫັນ​ວິ­ວັດ​ແຫ່ງ​ການ­ເຄື່ອນ­ໄຫວ​ພາ­ລະ­ກິດ​ປະ­ຕິ­ວັດ ແລະ​ວິ­ລະ​ກຳ​ອັນ​ລ້ຳ​ເລີດຂອງ​ທ່ານ ທີ່​ລະ​ອິດ​ລະ​ອ້ຽວ​ເພື່ອ​ເຮັດ​ສຳ ເລັດ​ການ​ປະ­ຕິ­ວັດ​ກອບ​ກູ້​ເອ­ກະ­ລາດ, ອິດ­ສະ­ຫຼະ­ພາບ ແລະ​ຜືນ​ແຜ່ນ­ດິນ​ອັນ​ຄົບ​ຖ້ວນ ຂອງ​ຊາດ​ລາວ​ເຮົາ ກໍ​ຄື​ຜົນ­ງານ​ອັນ​ໃຫຍ່ ຫຼວງ​ສຳ­ຄັນ​ຂອງ​ພັກ, ຂອງ​ລັດ​ທີ່​ໄດ້​ກຳນົດ​ຍຸດ​ທະ​ສາດ, ນະ­ໂຍ­ບາຍ​ອັນ​ຖືກ­ຕ້ອງ ແລະ​ຊີ້​ນຳŒນຳ­ພາ​ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ​ຈັດ​ຕັ້ງ​ປະ­ຕິ­ບັດ​ແຕ່​ລະ​ໄລ­ຍະ​ຂອງ​ປະ­ຫວັດ­ສາດ​ໂດຍ​ມີ​ຜົນ­ສຳ­ເລັດ​ເປັນ​ກ້າວໆມາ ແລະ​ນຳ​ເອົາ​ປະ­ເທດ​ເຮົາ​ກ້າວ​ຂຶ້ນ​ສູ່​ຄວາມ​ຈະ­ເລີນ​ຮຸ່ງ­ເຮືອງ​ສີ­ວິ­ໄລ ແລະ​ຍຸ­ຕິ​ທຳ​ມາ​ເຖິງ​ທຸກ​ວັນ​ນີ້.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...