spot_img
Homeມູມໄອທີລາວບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 10 ກໍລະກົດ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 10 ກໍລະກົດ

Published on

ວັນທີ 10 ກໍລະກົດ ປີ 2008 ຫຼືມື້ນີ້ເມື່ອ 8 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Resident Evil 0 ເທິງເຄື່ອງ Wii ທີ່ປະເທດຍີ່ປຸ່ນ ໂດຍເວີຊັ່ນທີ່ລົງ Wii ນີ້ ເປັນການພອຣ໌ດຈາກເວີຊັ່ນທີ່ລົງໃຫ້ກັບເຄື່ອງ GameCube ເມື່ອປີ 2002 ມາກ່ອນ ແລະຍັງເປັນພາກສຸດທ້າຍຂອງຍຸກ Original Resident Evil ທີ່ຍັງຄົງໃຊ້ມຸມກ້ອງໃນເກມແບບກ້ອງວົງຈອນປິດ (CCTV) ກ່ອນທີ່ຈະປ່ຽນຮູບແບບຂອງເກມໃນພາກ Resident Evil 4.

ສຳລັບເຫດການຂອງ Resident Evil 0 ແມ່ນເລີ່ມຂຶ້ນໃນວັນທີ 23 ກໍລະກົດ 1998 ເມື່ອມີລົດໄຟຂະບວນໜຶ່ງຈາກບໍລິສັດ Umbrella ທີ່ມີຊື່ວ່າ Ecliptic Express ໄດ້ຖືກລອບໂຈມຕີໂດຍຝູງປີງນັບບໍ່ຖ້ວນເຊິ່ງຄວບຄຸມໂດຍຊາຍເລິກລັບຄົນໜຶ່ງ ຈົນມາເຖິງ 2 ຊົ່ວໂມງຕໍ່ມາ, ໜ່ວຍ STARS ທີ່ເປັນໜ່ວຍພິເສດຂອງສະຖານີຕຳຫຼວດຈາກເມືອງແຮັກຄູນກໍໄດ້ຮັບຮູ້ມາວ່າມີຄະດີຂ້າຕະກຳເກີດຂຶ້ນທີ່ພູເຂົາ Arklay ເຊິ່ງຕັ້ງຢູ່ນອກເມືອງແຮັກຄູນ ໂດຍລະຫວ່າງທີ່ກຳລັງຈະຮອດບ່ອນເກີດເຫດ ເຮລິຄອບເຕີ້ຂອງທີມບຣາໂວ້ໄດ້ເກີດຂັດຂ້ອງຈົນຕ້ອງລົງຈອດສຸກເສີນໃນປ່າແຮັກຄູນ ສະມາຊິກທີມບຣາໂວ້ຈຶ່ງຕ້ອງອອກສຳຫຼວດພາກພື້ນດິນແທນ ແລະກໍໄດ້ພົບລົດຂອງເຈົ້າໜ້າທີ່ຈາກກອງທັບພິກຄວ່ຳຢູ່ ພ້ອມກັບສົບເຈົ້າໜ້າທີ່ 2 ຄົນ ແລະລາຍຊື່ນັກໂທດນາມວ່າ ບິວລີ້ ໂຄເອນ (Biily Coen) ທີ່ຫຼົບໜີໄປຢ່າງໄຮ້ຮ່ອງຮອຍ ທີມບຣາໂວ້ເລີຍຕັດສິນໃຈແຍກກັນເພື່ອຫາບິວລີ້ແລະສືບຄະດີໄປພ້ອມກັນ. ທາງດ້ານຣີເບກກ້າ ເຈົ້າໜ້າທີ່ໜ້າໃໝ່ຂອງທີມບຣາໂວ້ກໍໄດ້ໄປພົບກັບຂະບວນລົດໄຟ Ecliptic Express ທີ່ຈອດຊື່ໆຢູ່ ແລະນາງກໍໄດ້ພົບກັບບິວລີ້ບ່ອນຫັ້ນ ເຊິ່ງກໍເປັນຈຸດເລີ່ມຕົ້ນໂດຍບັງເອີນຂອງການປະຈົນໄພເອົາຊີວິດລອດຂອງທັງສອງ.

ສ່ວນລະບົບຂອງພາກນີ້ຈະຍັງຄົງໃຊ້ການຄວບຄຸມບັງຄັບຄືກັບ Resident Evil ພາກກ່ອນໆ ທີ່ເອີ້ນວ່າ Tank Control ທີ່ບໍ່ວ່າໂຕລະຄອນຈະຫັນໜ້າໄປທິດທາງໃດກໍຈະຕ້ອງໃຊ້ປຸ່ມ “ເທິງ” ຂອງ D-Pad ໃນການຍ່າງໄປດ້ານໜ້າສະເໝີ, ພ້ອມກັນນີ້ໂຕເກມພາກ 0 ກໍຈະຕັດລະບົບຝາກໄອເທັມໃນຄລັງ Item Box ອອກໄປ, ແລ້ວໃຊ້ລະບົບຖິ້ມເຄື່ອງລົງພື້ນແທນ ໂດຍຖ້າຜູ້ຫຼິ້ນຖິ້ມເຄື່ອງໄວ້ບ່ອນໃດ ກໍຕ້ອງກັບມາເອົາຄືນຢູ່ຈຸດນັ້ນເທົ່ານັ້ນ ແລະດ້ວຍຄວາມທີ່ໂຕເອກຂອງເກມພາກນີ້ມີ 2 ຄົນ ໄດ້ແກ່: ຣີເບກກ້າ ກັບ ບິວລີ້ ຈຶ່ງເປັນທີ່ມາຂອງລະບົບ Partner Zapping ທີ່ຜູ້ຫຼິ້ນສາມາດສະຫຼັບໂຕລະຄອນໄປມາໄດ້ເຖິງວ່າຈະຢູ່ຄົນລະຟາກຂອງສະຖານທີ່ກໍຕາມ. ໂດຍຣີເບກກ້າຈະມີຈຸດເດັ່ນຄືສາມາດປະສົມສະໝຸນໄພ ແລະສານເຄມີໄດ້, ໃນຂະນະທີ່ບິວລີ້ຈະສາມາດຍູ້ວັດຖຸທີ່ໜັກຫຼາຍໆໄດ້ ແລະມີພະລັງຊີວິດທີ່ສູງກວ່າຣີເບກກ້າ ເຊິ່ງການສະຫຼັບໂຕໄປມາຈະມີປະໂຫຍດຕໍ່ການແກ້ປິດສະໜາໃນຫຼາຍໆຈຸດ, ໂດຍລັກສະນະການຫຼິ້ນສ່ວນໃຫຍ່ຈະເປັນການເອົາບິວລີ້ໄປລຸຍກຳຈັດສັດຕູກ່ອນ ແລ້ວຈຶ່ງເອົາຣີເບກກ້າເຂົ້າມານຳຫຼັງເພື່ອແກ້ປິດສະໜານັ້ນເອງ.

Fact ເລັກນ້ອຍກ່ຽວກັບເກມ Resident Evil 0

  • ໃນຊ່ວງທຳອິດທາງ Capcom ເຄີຍວາງແຜນວ່າຈະພັດທະນາ Resident Evil 0 ເພື່ອລົງໃຫ້ກັບເຄື່ອງ Nintendo 64 ມາກ່ອນ ພ້ອມກັບມີການປ່ອຍພາບຕົວຢ່າງຂອງເກມມາໃຫ້ຊົມເລັກນ້ອຍ ແຕ່ແລ້ວໂປຣເຈັກດັ່ງກ່າວກໍຕ້ອງພັບເກັບໄປເນື່ອງຈາກເຄື່ອງ Nintendo 64 ນັ້ນມີຂໍ້ຈຳກັດໃນເລື່ອງຂອງການໃຊ້ກະແຊັດໃນການຫຼິ້ນ ດ້ວຍເຫດນີ້ມັນຈຶ່ງບໍ່ສາມາດບັນຈຸຂໍ້ມູນໄດ້ເທົ່າແຜ່ນຊີດີ ແຖມຍອດຂາຍອຸປະກອນເສີມຂອງ Nintendo 64 ທີ່ມີຊື່ວ່າ 64DD ກໍຢູ່ໃນຂັ້ນໜ້າເປັນຫ່ວງ (64DD ແມ່ນອຸປະກອນທີ່ເຮັດໃຫ້ Nintendo 64 ຫຼິ້ນແຜ່ນ Magnetic Disk ໄດ້). ດັ່ງນັ້ນ Capcom ເລີຍເກັບໂປຣເຈັກພັດທະນາ Resident Evil 0 ໄປ ເພື່ອຖ້າແພລັດຟອຣ໌ມທີ່ເໝາະສົມອອກມາ, ຈົນການມາຂອງ GameCube ບໍລິສັດຈຶ່ງນຳເອົາໂປຣເຈັກດັ່ງກ່າວມາພັດທະນາຕໍ່.

  • Resident Evil 0 ເວີຊັ່ນ GameCube ສາມາດເຮັດຍອດຂາຍທົ່ວໂລກໄດ້ 1.25 ລ້ານຊຸດ ໂດຍໄດ້ຮັບຄຳຍ້ອງໃນເລື່ອງກຣາບຟິກທີ່ງາມກວ່າ Resident Evil ພາກຣີເມກເລັກນ້ອຍ, ແຕ່ວ່າໃນ Wii ພັດໄດ້ຮັບຄຳວິຈານໄປໃນທາງລົບຫຼາຍກວ່າ ຢ່າງທຳອິດເລີຍກໍຄື Wii ນັ້ນເປັນການພອຣ໌ດຈາກເວີຊັ່ນ GameCube ແບບຄືກັນສຸດໆ ແຕ່ພັດບໍ່ປັບປຸງໃຫ້ໂຕເກມຮອງຮັບກັບ Wiimote ໄດ້ແບບເຕັມທີ່ນັ້ນເອງ.

  • ຊິນຈິ ມິຄາມິ ຜູ້ໃຫ້ກຳເນີດຊີຣີ Resident Evil ແລະຮັບໜ້າທີ່ເປັນທີ່ປຶກສາໃຫ້ກັບ Resident Evil 0 ໄດ້ໃຫ້ສຳພາດກ່ຽວກັບປະເດັນທີ່ຍອດຂາຍຂອງພາກ 0 ໜ້ອຍກວ່າພາກອື່ນໆ ທີ່ອອກມາກ່ອນໜ້າວ່າ: “ມັນເຖິງເວລາແລ້ວທີ່ຊີຣີນີ້ຕ້ອງປະຕິວັດໂຕເກມຄັ້ງໃຫຍ່ ເພື່ອໃຫ້ໂຕເກມສາມາດຕໍ່ຍອດໄປໄດ້ອີກ ຫຼັງຈາກທີ່ໂຕເອງໄດ້ລອງຫຼິ້ນ Resident Evil 0 ແລ້ວຮູ້ສຶກວ່າລະບົບເກມຂ້ອນຂ້າງຈະເກົ່າແລ້ວ ແລະບໍ່ມີຫຍັງເປັນຕາຕື່ນເຕັ້ນຫຼາຍ” ແລະນີ້ກໍເປັນຈຸດເລີ່ມຕົ້ນທີ່ເຮັດໃຫ້ລາວລົງມືກຳກັບພາກ Resident Evil 4 ດ້ວຍໂຕເອງ, ຈົນຊີຣີນີ້ໄດ້ເຂົ້າຍຸກປ່ຽນຜ່ານຈາກ Original Resident Evil ມາເປັນຍຸກ Modern Resident Evil ຈົນເຖິງປັດຈຸບັນ.

  • ຜູ້ຫຼິ້ນສາມາດປົດລ໋ອກຄວາມລັບຕ່າງໆ ໃນເກມດ້ວຍການເຄລຍເກມໃນລະດັບຄວາມຍາກ Normal ຫຼື Hard ພາຍໃນໄລຍະເວລາດັ່ງນີ້:
  1. Ranking D (ເຄລຍເກມໂດຍໃຊ້ເວລາກາຍ 9 ຊົ່ວໂມງຂຶ້ນໄປ) ຈະປົດລ໋ອກກະແຈຕູ້ເສື້ອຜ້າແລະມິນິເກມ Leech Hunter
  2. Ranking C (ເຄລຍເກມໂດຍໃຊ້ເວລາລະຫວ່າງ 7 ຊົ່ວໂມງ – 9 ຊົ່ວໂມງ) ຈະປົດລ໋ອກກະແຈຕູ້ເສື້ອຜ້າແລະມິນິເກມ Leech Hunter.
  3. Ranking B (ເຄລຍເກມໂດຍໃຊ້ເວລາລະຫວ່າງ 5 ຊົ່ວໂມງ – 7 ຊົ່ວໂມງ) ຈະປົດລ໋ອກກະແຈຕູ້ເສື້ອຜ້າແລະມິນິເກມ Leech Hunter.
  4. Ranking A (ເຄລຍເກມໂດຍໃຊ້ເວລາລະຫວ່າງ 3 ຊົ່ວໂມງເຄິ່ງ – 5 ຊົ່ວໂມງ) ຈະປົດລ໋ອກກະແຈຕູ້ເສື້ອຜ້າ, ມິນິເກມ Leech Hunter ແລະປືນ Sub-machine Gun ແບບລູກປືນບໍ່ຈຳກັດມາໃຊ້ໃນການຫຼິ້ນຮອບຕໍ່ໄປ.
  5. Ranking S (ເຄລຍເກມໂດຍໃຊ້ເວລາໄວກວ່າ 3 ຊົ່ວໂມງເຄິ່ງ) ຈະປົດລ໋ອກກະແຈຕູ້ເສື້ອຜ້າ, ມິນິເກມ Leech Hunter, ປືນ Sub-machine Gun ແລະ Rocket Launcher ແບບລູກປືນບໍ່ຈຳກັດມາໃຊ້ໃນການຫຼິ້ນຮອບຕໍ່ໄປ.

  • ສຳລັບມິນິເກມ Leech Hunter ຈະເປັນໂໝດພິເສດທີ່ຣີເບກກ້າ ແລະບິວລີ້ຈະຕ້ອງຊ່ອຍກັນເກັບປີງທີ່ມີໃນສາກໃຫ້ໄດ້ຫຼາຍທີ່ສຸດ ແລ້ວຈຶ່ງອອກມາປະຕູດ້ານໜ້າຄະລືຫາດເພື່ອນັບຈຳນວນປີງທີ່ເກັບໄດ້ແລ້ວມາແລກເປັນລາງວັນ ໂດຍຣີເບກກ້າຈະເກັບໄດ້ສະເພາະປີງສີຂຽວ ແລະບິວລີ້ຈະເກັບໄດ້ແຕ່ປີງສີຟ້າ, ແຕ່ວ່າໃນຫ້ອງຕ່າງໆກໍຈະມີສັດຕູເຝົ້າຢູ່ ຜູ້ຫຼິ້ນຈຶ່ງຄວນໄລ່ກຳຈັດສັດຕູທຸກຫ້ອງໃຫ້ໝົດກ່ອນແລ້ວຈຶ່ງມາເກັບປີງຮວດດຽວ ເຊິ່ງລາງວັນຕ່າງໆຂອງໂໝດ Leech Hunter ກໍຈະມີດັ່ງນີ້:
  1. ເກັບປີງໄດ້ລວມ 1-29 ອັນ ຈະປົດລ໋ອກລູກປືນ Sub-machine Gun ໃຫ້ມີເກັບໄດ້ໃນໂໝດເນື່ອເລື່ອງ
  2. ເກັບປີງໄດ້ລວມ 30-59 ອັນ ຈະປົດລ໋ອກປືນ Handgun ແບບລູກປືນບໍ່ຈຳກັດໃນໂໝດເນື້ອເລື່ອງ
  3. ເກັບປີງໄດ້ລວມ 60-89 ອັນ ຈະປົດລ໋ອກປືນ Hunting Rifle ແບບລູກປືນບໍ່ຈຳກັດໃນໂໝດເນື້ອເລື່ອງ
  4. ເກັບປີງໄດ້ລວມ 90-99 ອັນ ຈະປົດລ໋ອກປືນ Magnum Revolver ແບບລູກປືນບໍ່ຈຳກັດໃຫ້ເກັບໄດ້ໃນໂໝດເນື້ອເລື່ອງ
  5. ເກັບປີງໄດ້ຄົບ 100 ອັນ ຈະເຮັດໃຫ້ປືນທຸກຊະນິດໃນໂໝດເນື້ອເລື່ອງມີລູກປືນໃຫ້ໃຊ້ບໍ່ຈຳກັດ

ທີ່ມາ:online station,ເດັກລາວ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...