spot_img
Homeຄົມຄິດຄົມຄົນ10 ວິທີສູ່ຄວາມສຸກ

10 ວິທີສູ່ຄວາມສຸກ

Published on

ການສ້າງພູມຄຸ້ມກັນໃຫ້ຊີວິດຕົນເອງນັ້ນ ເປັນສິ່ງທີ່ສຳຄັນ ເໝືອນກັບເປັນກຳແພງເຫຼັກທີ່ປ້ອງກັນໄພອັນຕະລາຍຕ່າງໆ ບໍ່ໃຫ້ມາທຳຮ້າຍເຮົາໄດ້ ສ່ວນຫຼາຍຄົນທີ່ມີບັນຫາໃນການດຳລົງຊີວິດ ແລະບໍ່ມີຄວາມສຸກນັ້ນ ຕົ້ນຕໍກໍແມ່ນ “ຄວາມຄຽດ” ເຊິ່ງທຸກຄົນຫຼີກລຽງບໍ່ໄດ້ ແຕ່ມັນມີວິທີປ້ອງກັນໄດ້ ດັ່ງນີ້

  1. ຮັກຕົນເອງ ຊື່ນຊົມໃນຕົນເອງ ເບິ່ງຂໍ້ດີທີ່ມີຢູ່ໃນໂຕເຮົາ ແລະພັດທະນາໃຫ້ດີຍິ່ງຂຶ້ນ.
  2. ມີເພື່ອນຄູ່ຄິດ ຄົ້ນຫາຄົນທີ່ເຮົາສາມາດເວົ້ານຳໄດ້ ເປິກສາໄດ້ ຊ່ວຍເຫຼືອເກື້ອກູນກັນ ແລະບຳລຸງຈິດໃຈເຊິ່ງກັນແລະກັນ.
  3. ໝັ່ນຍິ້ມຫົວຢູ່ຕະຫຼອດ ເບິ່ງໂລກໃນແງ່ດີ ແລະມີອາລົມຂັນໃນຕົນເອງ.
  4. ບໍ່ປິດລ້ອມຕົນເອງ ມີຄວາມສຸກຕໍ່ການເວົ້າກັບຄົນອື່ນ ຢ່າງໃກ້ຊິດ ສະໜິດສະໜົມ ຫ່ວງໃຍ ຮັກໃຄ່ ອົບອຸ່ນ.
  5. ໃຫ້ຄວາມສຳຄັນກັບຊີວິດປັດຈຸບັນໃຫ້ຫຼາຍໆ ອາດີດເປັນພຽງຫົນທາງທີ່ເຮົາເດີນຜ່ານມາ ເຊິ່ງອາດຈະໃຫ້ບົດຮຽນທີ່ດີຫຼືຮ້າຍກໍໄດ້ ແຕ່ມັນກໍເປັນພຽງບົດຮຽນເທົ່ານັ້ນ ປັດຈຸບັນຄືທຸກຫຼືສຸກໃນຊີວິດ ເຊິ່ງແວດລ້ອມແລະມີອິດທິພົນຕໍ່ເຮົາຢ່າງຫລວງຫລາຍ.
  6. ຫາເວລາພັກຜ່ອນໃຫ້ຕົນເອງ ຕ້ອງເຫັນຄວາມສຳຄັນຂອງສຸຂະພາບແລະຊີວິດ ບໍ່ນ້ອຍໄປກວ່າໜ້າທີ່ການງານ.
  7. ອອກກຳລັງກາຍໃຫ້ສະໝໍ່າສະເໝີແລະຕໍ່ເນື່ອງ.
  8. ຮູ້ຈັກວາງເປົ້າໝາຍໃນຊີວິດ ຢ່າຢູ່ລ້າໆໄປວັນໆ ຫລືໃຊ້ຊີວິດໂດຍບໍ່ມີເປົ້າໝາຍ.
  9. ສະໜຸກສະໜານກັບການເຮັດວຽກ ເຖິງວ່າວຽກຈະເປັນໜ້າທີ່ ແຕ່ຄວາມເປັນໜ້າທີ່ກໍຕ້ອງໃຫ້ມັນມີຄວາມສຸກຢູ່ນຳດ້ວຍ.
  10. ຮູ້ຈັກເປັນຜູ້ໃຫ້ ຄວາມສຸກທີ່ເກີດຈາກການໃຫ້ ຈະເຮັດໃຫ້ເຮົາອີ່ມອົກອີ່ມໃຈຢູ່ສະເໝີ ເປັນ ຄວາມສຸກທີ່ເຮັດໃຫ້ຍືນຍາວແລະຖາວອນ.

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...