spot_img
Homeຂ່າວຕ່າງປະເທດພໍ່​ແມ່​ຄົນຫວຽດນາມ​ ສົ່ງ​ລູກ​​ຮຽນ​ຕ່າງປະ​ເທດ​ຫຼາຍ​ຂຶ້ນ

ພໍ່​ແມ່​ຄົນຫວຽດນາມ​ ສົ່ງ​ລູກ​​ຮຽນ​ຕ່າງປະ​ເທດ​ຫຼາຍ​ຂຶ້ນ

Published on

ພໍ່ແມ່ຄົນຫວຽດນາມຫຼາຍຄົນ ຍອມຈ່າຍເງິນຈຳນວນຫຼາຍສົ່ງລູກໄປສຶກສາຕໍ່ຕ່າງປະເທດ ເພື່ອໃຫ້ລູກມີໂອກາດປະສົບຄວາມສຳເລັດໃນອະນາຄົດ.

ສຳນັກຂ່າວຕ່າງປະເທດລາຍງານວ່າ ຄົນຫວຽດນາມຫຼາຍກວ່າ 110 ພັນຄົນ ກຳລັງສຶກສາຢູ່ໃນ 47 ປະເທດທົ່ວໂລກ ຄິດເປັນຄ່າໃຊ້ຈ່າຍລວມປີລະ 3 ຕື້ໂດລາສະຫະລັດ ຂະນະທີ່ຜົນການສຳຫຼວດຂອງທະນາຄານເອຊເອສບີຊີເປີດເຜີຍວ່າ ຫວຽດນາມເປັນປະເທດທີ່ສົ່ງລູກໄປສຶກສາຕໍ່ຢູ່ອາເມລິກາຫຼາຍເປັນອັນດັບ 6 ຂອງໂລກ ຮອງຈາກ ຈີນ, ອິນເດຍ, ສ.ເກົາຫຼີ, ຊາອຸດິດອາຣັບບີ ແລະ ການາດາ, ນອກຈາກນີ້ ຍັງນິຍົມສົ່ງລູກໄປຮຽນຕໍ່ຢູ່ອົດສະຕຣາລີ ແລະ ການາດາອີກດ້ວຍ ສາເຫດໜຶ່ງເພາະເປັນປະເທດທີ່ໃຊ້ພາສາອັງກິດ, ເຫດຜົນທີ່ພໍ່ແມ່ຍອມຈ່າຍເງິນຈຳນວນຫຼາຍເພາະເຊື່ອວ່າ ການຮຽນຢູ່ຕ່າງປະເທດວຸດທິການສຶກສາອັນມີກຽດ, ລູກຫຼານຈະມີຄວາມຮູ້ທີ່ໃຊ້ໄດ້ຈິງ ມີທັກສະນະພາສາຕ່າງປະເທດ ແລະ ທັກສະການເຂົ້າສັງຄົມ.

ຢ່າງໃດກໍຕາມ ຫຼາຍຝ່າຍເຕືອນວ່າ ການຈົບການສຶກສາຈາກຕ່າງປະເທດບໍ່ໄດ້ເປັນຫຼັກປະກັນວ່າ ຈະໄດ້ວຽກເຮັດດີສະເໝີໄປ, ບັນດິດຈົບຈາກຕ່າງປະເທດບາງຄົນຄິດວ່າ ຕົນເອງມີຄຸນສົມບັດເໝືອກວ່າຄົນຮຽນຈົບໃນຕ່າງປະເທດ ຈິ່ງຮຽກເງິນເດືອນສູງເກີນຄວນ ທັງທີ່ຍັງບໍ່ທັນມີປະສົບການ ຜູ້ຊ່ຽວຊານແນະນຳວ່າ ລັດຖະບານຄວນສົ່ງເສີມໃຫ້ຕ່າງປະເທດມາເປີດໂຮງຮຽນທີ່ມີຄຸນນະພາບ ດ້ວຍການຫຼຸດຂໍ້ຈຳກັດ ແລະ ຂັ້ນຕອນທີ່ເຂັ້ມງວດເກີນໄປ ເພາະຕົວເລກການລົງທຶນດ້ານການສຶກສາຂອງຕ່າງປະເທດຫຼຸດລົງຈາກ 822,3 ລ້ານໂດລາໃນຕົ້ນປີກ່ອນເຫຼືອ 732 ລ້ານໂດລາໃນ 6 ເດືອນຕົ້ນປີນີ້.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...