spot_img
Homeມູມໄອທີລາວບົດຄວາມເກມ: ມະຫັນຕະໄພຂອງວົງການເກມ ໃນປີ 1983

ບົດຄວາມເກມ: ມະຫັນຕະໄພຂອງວົງການເກມ ໃນປີ 1983

Published on

ໃນປັດຈຸບັນ ວົງການເກມຖືເປັນວົງການໜຶ່ງທີ່ເປັນທຸລະກິດສື່ບັນເທີງໃນທົ່ວໂລກ ແລະໄດ້ຮັບຄວາມນິຍົມເປັນອັນດັບຕົ້ນໆຂອງໂລກ. ເຊິ່ງກໍມີຫຼາຍບໍລິສັດທີ່ປະສົບຜົນສຳເລັດກັບວົງການນີ້ ແລະກໍມີຫຼາຍບໍລິສັດທີ່ລົ້ມລະລາຍເພາະວົງການນີ້ເຊັ່ນກັນ, ນອກນີ້ວົງການເກມກໍຖືວ່າເປັນວົງການໜຶ່ງທີ່ສ້າງວຽກເຮັດງານທຳໃຫ້ແກ່ຄົນເຮົາໄດ້ດີ ໂດຍເປັນສູນກາງຄວາມສົມດູນຂອງວຽກງານເລີຍ ເວົ້າໄດ້ວ່າວົງການນີ້ຈະບໍ່ມີທາງລົ້ມສະຫຼາຍ ຫຼື ຕາຍຈາກໄປໄດ້ຢ່າງແນ່ນອນ ຫຼືຖ້າມີຄົນບອກວ່າວົງການນີ້ຕ້ອງລົ້ມສະຫຼາຍແນ່ນອນ ກໍຕ້ອງມີຄົນບອກວ່າ “ເປັນໄປບໍ່ໄດ້”. ແຕ່ໃຜຈະຮູ້ວ່າວົງການເກມເຄີຍລົ້ມສະຫຼາຍມາກ່ອນແລ້ວເທື່ອໜຶ່ງ ເມື່ອປີ ຄ.ສ 1983 ໃນຍຸກທີ່ໄມເຄີນ ແຈັກສັນ ກຳລັງມີຊື່ສຽງໂດ່ງດັງ ຫຼືໃນຍຸກທີ່ວົງ X Japan ຫາກ່ອນເລີ່ມສ້າງໂຕ. ໂດຍນັກປະຫວັດສາດເກມໄດ້ຕັ້ງຊື່ໄວ້ວ່າ “ຍຸກວິກິດການ Video Game 1983”

ກ່ອນທີ່ຈະເຂົ້າເຖິງເຫດການດັ່ງກ່າວ ເຮົາມາເວົ້າເຖິງຈຸດເລີ່ມຕົ້ນຂອງຍຸກສະໄໝເກມໃນຊ່ວງເວລານັ້ນກັນກ່ອນ, ໃນຍຸກນັ້ນ Nintendo ຍັງຄົງຜະລິດໄພ້, Sony ຍັງຜະລິດເຄື່ອງໃຊ້ໄຟຟ້າ, ບິວເກດ (Bill Gate) ຍັງຄົງມົວເມົາຢູ່ກັບການເຮັດ Windows. ເຊິ່ງໃນຊ່ວງນີ້ບໍລິສັດທີ່ມີສ່ວນແບ່ງການຕະຫຼາດຂອງ Video Game ຫຼາຍທີ່ສຸດໃນຕອນນັ້ນກໍຄື Atari ດ້ວຍການບຸກຍຶດຕະຫຼາດດ້ວຍເຄື່ອງ Home Pong ເຄື່ອງເກມຕີປິງປ໋ອງທີ່ເປັນເກມອາເຂດສຸດຮິດ ກ່ອນທີ່ຈະມາປ່ຽນເປັນເຄື່ອງ Console ສຳລັບບ້ານ ແລະຕີຕະຫຼາດແຕກດ້ວຍເຄື່ອງ Atari 2600 ເຄື່ອງເກມທີ່ສາມາດປ່ຽນກະແຊັດເກມໄດ້ ແລະໂຕເກມຈະເປັນຮູບແບບງ່າຍໆ ບໍ່ຍາກ ແຕ່ໃນຍຸກນັ້ນເກມຈຳພວກນີ້ຖືເປັນສິ່ງທີ່ໜ້າຕື່ນຕາຕື່ນໃຈທີ່ສຸດ ເຮັດໃຫ້ Atari ກາຍເປັນບໍລິສັດທີ່ເຮັດກຳໄລຫຼາຍທີ່ສຸດ ແລະກາຍເປັນເຈົ້າແຫ່ງວົງການເກມ Console ໃນຍຸກນັ້ນໄປເລີຍ. ເຊິ່ງຄວາມນິຍົມຂອງ Video Game ແພ່ກະຈາຍໄປຢ່າງກວ້າງໃຫຍ່ໄພສານ ແນ່ນອນວ່າໃຜໆກໍຢາກຈະເຂົ້າມາມີສ່ວນແບ່ງເຄັກກັບ Atari ເຮັດໃຫ້ເກີດຄ້າຍເກມຫຼາກຫຼາຍ ທັງຜະລິດເກມເທິງເຄື່ອງ Atari ແລະຜະລິດຄອນໂຊນຂຶ້ນມາເອງກໍມີ.

ແຕ່ການທີ່ມີບໍລິສັດ Video Game ເຂົ້າມາຮ່ວມຂໍສ່ວນແບ່ງຈາກ Atari ຫຼາກຫຼາຍ ມັນຈຶ່ງເຮັດໃຫ້ວົງການເກມເກີດການ “ເຟີ້” ຢ່າງຮຸ່ນແຮງ ເຮັດໃຫ້ຈາກເກມທີ່ຂາຍດີກໍເລີ່ມມີເຕັມຕະຫຼາດຂຶ້ນເລື້ອຍໆ ຈາກເຄັກກ້ອນໃຫຍ່ໆກໍເລີ່ມນ້ອຍລົງເລື້ອຍໆ ເຮັດໃຫ້ບໍລິສັດທີ່ເຂົ້າຮ່ວມກິນເຄັກກໍເລີ່ມລົ້ມຫາຍຕາຍຈາກໄປ ແຕ່ຍັງດີທີ່ Atari ຍັງຄອງສ່ວນແບ່ງການຕະຫຼາດໄດ້ດີດ້ວຍເກມແລະຄຸນນະພາບທີ່ຄົງເສັ້ນຄົງວາ.

“ແຕ່ຖ້າຫາກ Atari ທີ່ເປັນຜູ້ນຳເກີດລົ້ມເຫຼວເອງເດະ” ແນ່ນອນວ່າວົງການເກມຖ້າຫາກຜູ້ນຳເປັນຜູ້ເຮັດພາດເອງກໍຄົງບໍ່ມີໃຜເຊື່ອແນ່ນອນ ແລະ Atari ກໍພັດເຮັດຜິດພາດຂຶ້ນມາແທ້ໆ.

ກ່ອນຈະໄປເວົ້າເຖິງຄວາມຜິດພາດດັ່ງກ່າວເຮົາມາຮູ້ຈັກກັບ 2 ສິ່ງທີ່ເປັນຈຸດປ່ຽນຂອງ Atari ກັນກ່ອນຄື: ຮູບເງົາເອລ້ຽນເລື່ອງ E.T. ທີ່ເປັນຜົນງານຂອງສະຕີເວນ ສະປິວເບີຣ໌ກ ທີ່ກ່ຽວຂ້ອງກັບເອລ້ຽນລົງມາສູ່ໂລກແລະຕ້ອງການຫາທາງກັບບ້ານ ເຊິ່ງຮູບເງົາເລື່ອງນີ້ສາຍເມື່ອປີ 1982 ເຊິ່ງເຮັດລາຍຮັບໄດ້ຖະຫຼົ່ມຖະລາຍ ແລະອີກອັນໜຶ່ງກໍຄື Pac-Man ເກມຕູ້ອາເຂດ (Arcade) ສຸດຮິດ. ເຊິ່ງທາງ Atari ແນມເຫັນຫົນທາງທີ່ຈະເຮັດລາຍຮັບໄດ້ເປັນກອບເປັນກຳໃນຊ່ວງຄຣິສມາດປີ 1982, Atari ຈຶ່ງໄດ້ຕິດຕໍ່ກັບທາງ Namco ເຈົ້າຂອງເກມ Pac-Man ເພື່ອຂໍຊື້ລິຂະສິດເກມມາພອຣ໌ດລົງເຄື່ອງ Atari 2600 ແລະຕິດຕໍ່ຄ້າຍ Univelsal ເພື່ອຂໍລິຂະສິດຮູບເງົາເລື່ອງ E.T. ໄປເຮັດເປັນເກມເທິງເຄື່ອງ Atari 2600. ໂດຍນັກວິເຄາະການຕະຫຼາດແນມວ່າ 2 ເກມນີ້ອາດສ້າງລາຍຮັບໃຫ້ກັບ Atari ຫຼາຍກວ່າ 300 ລ້ານຫຼຽນສະຫະລັດ.

ຈຸດເລີ່ມຕົ້ນຂອງຄວາມຜິດພາດເກີດຂຶ້ນຈາກຄວາມຕ້ອງການ (ຄວາມໂລບ) ກອບໂກຍເອົາລາຍຮັບໃນຊ່ວງຄຣິສມາດ ເຮັດໃຫ້ Atari ເລັ່ງການພັດທະນາ 2 ເກມນີ້ໃນເວລາທີ່ໄວເກີນໄປ ໂດຍໃຊ້ເວລາບໍ່ຮອດ 2 ເດືອນເພື່ອອອກວາງຂາຍ ແລະນັ້ນກໍຄືການກໍ່ວິດນາດສະກຳດ້ວຍໂຕເອງຂອງ Atari ເມື່ອຄຸນນະພາບທັງ 2 ເກມນັ້ນ ແບບເຂົ້າຂັ້ນວ່າຮ້າຍແຮງທີ່ສຸດ ແບບທີ່ອະທິບາຍບໍ່ໄດ້ເລີຍ, ຜູ້ຊື້ມາຫຼິ້ນຕ່າງກໍຈົ່ມກັນມະຫາສານ ແຖມທາງ Atari ຍັງປັ້ມເກມອອກມາຫຼາຍກວ່າຈຳນວນເຄື່ອງທີ່ຂາຍໄປ ດ້ວຍຄວາມຄຶດທີ່ວ່າເກມຈະເຮັດໃຫ້ຄົນຊື້ເຄື່ອງຫຼາຍຂຶ້ນແຕ່ນັ້ນກໍເປັນຄວາມຜິດພາດອັນໃຫຍ່ຫຼວງ ເກມຂາຍໄດ້ບໍ່ຕາມເປົ້າແລະເຫຼືອໃນສະຕ໋ອກຫຼາຍເກີນໄປ ຈົນເຮັດໃຫ້ Atari ຕ້ອງນຳເອົາທັງ 2 ເກມນີ້ໄປຝັງຢູ່ຊາຍແດນແຖບ Maxico ແລະເຮັດໃຫ້ຄວາມໜ້າເຊື່ອຖືແລະລາຄາຮຸ້ນກໍຫຼຸດລົງເຊັ່ນກັນ ແລະເຫດການນີ້ກໍແກ່ຍາວມາສູ່ປີ 1983 ບໍລິສັດເກມບໍ່ມີຄວາມໜ້າເຊື່ອຖື ບໍ່ມີໃຜລົງທຶນກ່ຽວກັບເກມ ແລະ ຍອດຂາຍຫຼຸດລົງຢ່າງມະຫາສານ ຈຶ່ງເກີດເຫດການທີ່ເອີ້ນວ່າ ຍຸກວິກິດການ Video Game 1983 ເຮັດໃຫ້ຕະຫຼາດວົງການເກມຊຸດໂຊມລົງແບບສຸດຂີດຈົນເຮັດໃຫ້ບໍລິສັດເກມຫຼາຍບໍລິສັດຕ້ອງປິດໂຕລົງໃນທີ່ສຸດ.

ໃນປີ 1983 Atari ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກເຫດການນີ້ ລາຄາຮຸ້ນຫຼຸດລົງເຮັດໃຫ້ບໍລິສັດຍົກເລີກໂປຣເຈັກເກມປະຈົນໄພ 3 ເກມທີ່ເຮັດໃຫ້ຜູ້ຫຼິ້ນເຂົ້າຊິງລາງວັນທອງຄຳຈາກບໍລິສັດ ຍອດຂາຍຄອມພິວເຕີ້ທີ່ບໍ່ໄດ້ຕາມເປົ້າ ເຮັດໃຫ້ Atari ຕ້ອງຟ້າວຜະລິດເຄື່ອງຄອນໂຊນໂຕໃໝ່ຂອງຄ້າຍອອກມານັ້ນກໍຄື Atari 5200 ທີ່ມີປະສິດທິພາບຫຼາຍກວ່າ Atari 2600 ເຊິ່ງມາພ້ອມກັບເກມ Mrs Pac-Man ໂດຍຫວັງວ່າເຄື່ອງເກມນີ້ຈະຊ່ອຍກອບກູ້ບໍລິສັດຈາກສະພາວະທີ່ເປັນຢູ່ເນື່ອງຈາກວິກິດການໃນຄັ້ງນີ້ໄດ້.

ແຕ່ວ່າເຄື່ອງ Atari 5200 ກໍຂາຍບໍ່ໄດ້ຕາມເປົ້າ ແຖມຍັງຖືກຜູ້ຊື້ເວົ້າໃຫ້ທັງໃນເລື່ອງຂອງການຕິດຕັ້ງທີ່ຍາກລຳບາກ, ການອອກແບບທີ່ໃຫຍ່ແບບບໍ່ມີເຫດຜົນ, ປຸ່ມຄວບຄຸມບໍ່ໄດ້ເລື່ອງ ທີ່ສຳຄັນບໍ່ສາມາດເອົາເກມ Atari 2600 ມາຫຼິ້ນເທິງເຄື່ອງນີ້ໄດ້ ເຮັດໃຫ້ຈາກລາຄາຮຸ້ນທີ່ຄວນດີຂຶ້ນ ກໍຫຼຸດລົງໄປຫຼາຍກວ່າເກົ່າ. ບໍລິສັດຈຶ່ງຕ້ອງປ່ຽນໄປເຮັດອຸປະກອນເສີມໃຫ້ກັບເຄື່ອງຂາຍດີແບບ Atari 2600 ເຊັ່ນ ການເຮັດໃຫ້ເຄື່ອງເກມນີ້ເປັນຄອມພິວເຕີແດ່ ແຕ່ກໍບໍ່ໄດ້ເຮັດອອກມາຂາຍແບບທີ່ຄຶດ ຈົນເຮັດໃຫ້ຕ້ອງມີການປົດພະນັກງານ 600 ຄົນເພື່ອຮັກສາສະພາວະຂອງບໍລິສັດໄວ້.

ທ້າຍທີ່ສຸດວົງການເກມກໍຕົກຕ່ຳລົງສຸດຂີດ ຈົນມາເຖິງການມາຂອງ Nintendo ໃນປີ 1984 ທີ່ເຮັດໃຫ້ວົງການເກມກັບຄືນມາໃໝ່ອີກຄັ້ງ, ສ່ວນທາງ Atari ກໍບໍ່ສາມາດກັບມາຍິ່ງໃຫຍ່ໄດ້ອີກເລີຍຈົນເຖິງປັດຈຸບັນ.

ທີ່ມາ:online station,ເດັກລາວ

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...