Homeສຸຂະພາບ ແລະ ສີ່ງແວດລ້ອມການຖອນພິດ ຂະບວນການພິເສດຂອງຮ່າງກາຍ

ການຖອນພິດ ຂະບວນການພິເສດຂອງຮ່າງກາຍ

Published on

 

ຮ່າງກາຍຂອງຄົນເຮົານັ້ນ ຖ້າຫາກວ່າມີສິ່ງແປກປອມເຂົ້າມາໃນຮ່າງກາຍ ໂດຍສະເພາະແມ່ນພິດໄພທີ່ເປັນອັນຕະລາຍຫລາຍ ໂດຍທີ່ຮ່າງກາຍບໍ່ສາມາດຖອນອອກມາຕາມຊ່ອງປົກກະຕິໄດ້ທັນ ຮ່າງກາຍມັນຈະມີຂະບວນການຖອນພິດພິເສດດັ່ງນີ້ :

  • ການໄອຈາມຂີ້ມູກຍ້ອຍ ຂະບວນການເຫລົ່ານີ້ເປັນສິ່ງທີ່ດີ ເພາະວ່າຮ່າງກາຍໄດ້ຂັບຂອງເສຍອອກມາ ຫລືກຳລັງທຳຄວາມສະອາດຕົນເອງ ແຕ່ຄົນທົ່ວໆໄປແລ້ວກັບເຫັນວ່າ ເປັນອາການຢ່າງໜຶ່ງຂອງໂລກພະຍາດ ແລະພະຍາຍາມໄປສະກັດກັ້ນຂະບວນການເຫລົ່ານີ້ດ້ວຍການກິນຢາ ໃນຂະນະທີ່ຮ່າງກາຍພະ ຍາຍາມປົກປ້ອງເຮົາຈາກສິ່ງທີ່ເປັນພິດດ້ວຍການຂັບອອກມາ ເຮົາກັບໄປເລືອກທີ່ຈະທຳຮ້າຍຕົນເອງດ້ວຍການກັກເກັບພິດເອົາໄວ້ ເຊິ່ງຈະນຳໄປສູ່ໂລກທີ່ຮ້າຍແຮງກວ່າເກົ່າໄດ້ໃນອະນາຄົດ.
  • ການຮູ້ສຶກປວດ(ຮາກ) ໃນກໍລະນີທີ່ຮ່າງກາຍໄດ້ຮັບສານພິດຮຸນແຮງ ຮ່າງກາຍຈະຖອນພິດແບບໄວ ວາດ້ວຍການຮາກ ເມື່ອເຈັບທ້ອງແລ້ວມີອາການຮາກເກີດຂຶ້ນກັບເຮົາ ບໍ່ຈຳເປັນທີ່ຈະຕ້ອງໄປຫາໝໍ ເພື່ອຊາຢາມາກິນໃຫ້ມັນຢຸດເຊົາຮາກ ເພາະອາການນີ້ເປັນຂະບວນການໆຊຳລະລ້າງຮ່າງກາຍຕາມທຳມະຊາດ ເພື່ອໃຫ້ຮ່າງກາຍນັ້ນບໍລິສຸດ ພ້ອມທີ່ຈະຮັບຊີວິດທີ່ຈະມາເກີດໃໝ່ ຄວນໃຫ້ຜູ້ຍິງທີ່ກຳລັງຕັ້ງຄັນກິນນ້ຳໝາກພ້າວ ແລະງົດເວັ້ນການກິນຢາທຸກຊະນິດ ລວມທັງກໍລະນີອື່ນໆທີ່ມີອາການປວດຮາກຕິດຕໍ່ກັນຫລາຍເທື່ອ ຄວນໃຫ້ຜູ້ກ່ຽວກິນນ້ຳໝາກພ້າວ ຫລືນ້ຳໝາກໄມ້ແບບຈາງໆ ຫລືວ່າເອົານ້ຳເຜິ້ງປະສົມນ້ຳທຳມະດາກິນ ເພື່ອປ້ອງກັນບໍ່ໃຫ້ຮ່າງກາຍຂາດນ້ຳ ທາງການແພດຂອງສາສະໜາອິດສະລາມໄດ້ເວົ້າເຖິງອາການປວດຮາກໄວ້ດັ່ງຕໍ່ໄປນີ້ :

ມີສາເຫດມາຈາກ

  1. ມີນ້ຳບີເຫລືອຫລາຍເກີນໄປໃນກະເພາະອາຫານ
  2. ມີຂີ້ກະເທີ່ໜຽວຂ້ນໃນກະເພາະອາຫານ
  3. ກະເພາະອາຫານອ່ອນແອ ບໍ່ຍ່ອຍ
  4. ມີສ່ວນປະສົມທີ່ເປັນພິດເຂົ້າໄປຂັດຂວາງການຍ່ອຍ ຮ່າງກາຍຈຶ່ງຂັບອອກມາ
  5. ກິນຫລືດື່ມຫລາຍເກີນກວ່າກະເພາະອາຫານຈະຍ່ອຍໄດ້
  6. ອາຫານ ຫລືເຄື່ອງດື່ມທີ່ຮ່າງກາຍຮັບເຂົ້າໄປບໍ່ເໝາະກັບກະເພາະອາຫານ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...