spot_img
Homeຂ່າວການພັດທະນາທາງຮ່ອມເທສະບານເມືອງພີນ ຈະໄດ້ນຳໃຊ້ສະດວກຂຶ້ນ

ທາງຮ່ອມເທສະບານເມືອງພີນ ຈະໄດ້ນຳໃຊ້ສະດວກຂຶ້ນ

Published on

ເມື່ອ​ບໍ່​ດົນ​ມາ​ນີ້, ທາງ​ໂຄງ­ການ​ພັດ­ທະ­ນາ​ຕົວ​ເມືອງ​ຕາມ​ແລວ​ເສດ­ຖະ­ກິດ​ຕາເວັນ​ອອກ-ຕາ­ເວັນ­ຕົກ ໄດ້​ຮ່ວມ​ກັບ​ຫ້ອງ­ການ​ໂຍ­ທາ​ທິ​ການ ແລະ​ຂົນ­ສົ່ງ​ເມືອງ​ພີນ ໄດ້ຈັດ​ກອງ​ປະ­ຊຸມ​ຜ່ານ​ແບບ​ແຕ້ມ​ການ​ສ້າງ​ເສັ້ນ­ທາງ​ອ້ອມ​ຕົວ​ເມືອງ​ຂອງ​ເມືອງ​ພີນ​ຂຶ້ນໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ສະ­ແຫວງ ນັນ­ທະ​ວົງ ຮອງ​ເຈົ້າ­ເມືອງໆ​ພີນ, ທ່ານ ຄຳ​ຕັນ ນັນ­ທະ​ເສນ ຫົວ­ໜ້າ​ຫ້ອງ­ການ ຍທຂ ເມືອງ, ມີ​ທ່ານ ພົມ­ມາ ວົງ​ພະ​ຈິດ ຮອງ​ຫົວ­ໜ້າໂຄງ­ການ​ພັດ­ທະ­ນາ​ຕົວ​ເມືອງ​ມີ​ອຳ­ນາດ​ການ​ປົກ­ຄອງ​ບ້ານ ແລະ​ພໍ່​ແມ່​ປະ­ຊາ­ຊົນ​ທີ່­ຢູ່ ໃນ​ຂອບ​ເຂດ​ການ​ກໍ່­ສ້າງ​ເຂົ້າ​ຮ່ວມ​ຮັບ​ຟັງ​ນຳ.

ໂດຍ​ປະ­ຕິ­ບັດ​ຕາມ​ແຜນ​ພັດ­ທະ­ນາ ຂອງ​ແຂວງ​ສະ­ຫວັນ​ນະ​ເຂດ​ກໍ​ຄື 3 ຕົວເມືອງ​ທີ່​ນອນ​ຕາມ​ແລວ​ເສດ­ຖະ­ກິດ​ຕາເວັນ​ອອກ-ຕາເວັນ­ຕົກ​ຄື: ເມືອງ​ໄກ­ສອນ ພົມ­ວິ­ຫານ, ເມືອງ​ພີນ ແລະ​ເມືອງ​ເຊ​ໂປນ (ບ້ານ​ແດນ​ສະ­ຫວັນ) ດັ່ງ­ນັ້ນ, ຈິ່ງ​ໄດ້​ມີ ການ​ຈັດ​ກອງ​ປະ­ຊຸມ​ດັ່ງ­ກ່າວ​ຂຶ້ນ​ທັງ​ນີ້​ກໍ​ເພື່ອ​ເປັນ​ການ​ຜ່ານ​ແບບ​ແຕ້ມ​ການ​ກໍ່ສ້າງ​ໃນ​ເບື້ອງ​ຕົ້ນ ພ້ອມ​ທັງ​ມີ​ການ​ປຶກ ສາ​ຫາ­ລື​ແລກ­ປ່ຽນ​ຄຳ​ຄິດ​ເຫັນ​ກ່ຽວ​ກັບ ແບບ​ດັ່ງ­ກ່າວ ເພື່ອ​ໃຫ້​ມີ​ຄວາມ​ຖືກ­ຕ້ອງເໝາະ​ສົມ​ແທດ­ເໝາະ​ກັບ​ສະ­ພາບ​ຄວາມ ເປັນ​ຈິງ​ຂອງ​ການ​ພັດ­ທະ­ນາ ຕາມ​ການ ອອກ​ແບບ​ເສັ້ນ­ທາງ​ອ້ອມ​ຕົວ​ເມືອງ​ຂອງ ເມືອງ​ພີນ​ນີ້​ລວມ​ມີ​ມູນ​ຄ່າ​ການ​ກໍ່­ສ້າງ​ໃນ ເບື້ອງ​ຕົ້ນ 5,6 ລ້ານ​ກວ່າ​ໂດ​ລາ​ສະ­ຫະ ລັດ ໂດຍ​ທາງ​ດັ່ງ­ກ່າວ​ມີ​ຄວາມ​ກວ້າງ 07 ແມັດ, ຍາວ 9.978 ແມັດ ສ່ວນ​ລະ­ດັບ ຂອງ​ທາງ​ແມ່ນ​ລະ­ບົບ​ອັດ​ແໜ້ນ ແລະ​ປູດ້ວຍ​ຢາງ, ທັງ​ສອງ​ຂອບ​ທາງ​ແມ່ນ​ມີ​ໄຟ ເຍືອງ​ຕະ­ຫຼອດ​ເສັ້ນ​ສຳ­ລັບ​ທຶນ​ໃນ​ການກໍ່­ສ້າງ​ໂດຍ​ໄດ້​ຮັບ​ການ​ຊວ່ຍ​ເຫຼືອ​ຈາກ ໂຄງ­ການ ADB ແລະ​ໂຄງ­ການ​ນີ້​ຈະ​ໄດ້ລົງ­ມື​ກໍ່­ສ້າງ​ພາຍ­ຫຼັງ​ການ​ຜ່ານ​ແບບ​ເປັນ ທີ່​ຮຽບ​ຮ້ອຍ ແລະ​ຄາດ​ວ່າ​ຈະ​ໄດ້​ລົງ­ມື ແລະ​ໃຫ້​ສຳ­ເລັດ​ໃນ​ສົກ 2016-2017 ທີ່ຈະ​ເຖິງ​ນີ້.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...