spot_img
Home​ຂ່າວທ່ອງທ່ຽວທ່ຽວ 10 ຂົວຫິນທຳມະຊາດ ທີ່ໃຫຍ່ທີ່ສຸດໃນໂລກ

ທ່ຽວ 10 ຂົວຫິນທຳມະຊາດ ທີ່ໃຫຍ່ທີ່ສຸດໃນໂລກ

Published on

ສິ່ງມະຫັດສະຈັນທາງທຳມະຊາດຂອງໂລກເຮົານັ້ນມີຫຼວງຫຼາຍ ບໍ່ວ່າຈະເປັນພູຜາ ປ່າດົງ ແມ່ນ້ຳ ທະເລ ຖ້ຳ ນ້ຳຕົກຕາດ ຫຼືແມ່ນແຕ່ທະເລຊາຍ ເຊິ່ງສິ່ງມະຫັດສະຈັນບາງແຫ່ງອາດຈະເກີດຂຶ້ນຈາກການປ່ຽນແປງທາງທໍລະນີວິທະຍາມາຢ່າງຍາວນານ ບາງແຫ່ງອາດຈະໃຊ້ເວລາດົນນານເຖິງຫຼາຍລ້ານປີກໍມີ.

ຂົວຫິນທຳມະຊາດ ຄືອີກຕົວຢ່າງໜຶ່ງຂອງການປ່ຽນແປງທາງທໍລະນີວິທະຍາທີ່ເກີດຂຶ້ນຈາກການກັດເຊົາຂອງທະເລ ແມ່ນ້ຳ ຫຼືສະພາບດິນຟ້າອາກາດຈົນເຮັດໃຫ້ເກີດເປັນປະຕູໂຂງໃນຮູບຮ່າງແປກຕາເຊັ່ນ 10 ຂົວຫິນທຳມະຊາດທີ່ໃຫຍ່ທີ່ສຸດໃນໂລກ ດັ່ງທີ່ຈະນຳສະເໜີຕໍ່ໄປນີ້:

 

  1. ຂົວນາງຟ້າ

ຂົວໃຕ້ຫຼ້າອັນດັບໜຶ່ງ ຫຼືຂົວຊຽນເລິນ ຫຼືຂົວນາງຟ້າ ຄື ຂົວປະຕູໂຂງຫິນທຳມະຊາດທີ່ໃຫຍ່ທີ່ສຸດໃນໂລກ ເປັນຂົວຫິນທຳມະຊາດທີ່ເຊື່ອມແມ່ນ້ຳ Buliu ໃນເຂດເທດສະບານມົນທົນເຝິ້ງຊານ ໃນປົກຄອງຕົນເອງກວ່າງຊີຈ້ວງ ສາມາດແທກຄວາມຍາວໄດ້ປະມານ 120 ແມັດ.

ຂົວນາງຟ້າ

  1. ຂົວອະມະຕະຈ່ຽງໂຈວ

ຂົວອະມະຕະຈ່ຽງໂຈວ ເປັນຂົວຫິນທຳມະຊາດໃນເມືອງຈ່ຽງໂຈວ ໃນປົກຄອງຕົນເອງກວ່າງຊີຈ້ວງ ໂດຍຂົວແຫ່ງນີ້ມີລັກສະນະຄ້າຍໆ ກັບຂົວຊຽນເລິນ ສາມາດແທກຄວາມຍາວໄດ້ປະມານ 103 ແມັດ ຈຶ່ງເຮັດໃຫ້ຂົວຫິນແຫ່ງນີ້ມີຄວາມຍາວອັນດັບສອງຂອງໂລກ.

ຂົວອົມຕະຈ່ຽງໂຈວ

 

  1. ຂົວຫິນໂຄ້ງ ແລນສະເຄບ

ຂົວຫິນໂຄ້ງແລນສະເຄບ ໃນອຸທະຍານແຫ່ງຊາດອາເຊດ ຫຼືອຸທະຍານແຫ່ງຊາດຂົວຫິນໂຄ້ງ ໜຶ່ງໃນສະຖານທີ່ທ່ອງທ່ຽວທີ່ສຳຄັນໃນລັດຢູທາ ໃນສະຫະລັດອາເມລິກາ ສາມາດແທກຄວາມຍາວໄດ້ປະມານ 88.4 ແມັດ ບໍລິເວນຂົວມີບ່ອນບາງໆ ພຽງ 1.8 ແມັດກໍມີ ເຊິ່ງຂົວຫິນຊາຍຍື່ນອອກມາເໜືອຮ່ອມຜາຊັນດ້ວຍຄວາມສູງປະມານ 30 ແມັດ.

ຂົວໂຄ້ງແລນສເຄບ

 

  1. ຂົວຫິນໂຄລອບ ອາກ

ຫົວຫິນໂຄລອບ ອາກ ຕັ້ງຢູ່ເລິກລົງໄປໃນເຂດທຸລະກັນດານຂອງອຸທະຍານແຫ່ງຊາດໄປອອນ ໃນລັດຢູທາ ສະຫະລັດອາເມລິກາ ສາມາດແທກຄວາມຍາວໄດ້ປະມານ 87 ແມັດ ແລະຍັງເຄີຍເປັນຂົວຫິນທຳມະຊາດທີ່ຍາວທີ່ສຸດໃນໂລກເມື່ອປີ 2006.

ຂົວຫິນໂຄລອບອາດ

 

  1. ຂົວຫິນອະໂລບາ

ຂົວຫິນອະໂລບາ ໃນປະເທດຊາດ (Chad) ທີ່ເປັນໜຶ່ງໃນປະຕູໂຂງທຳມະຊາດທີ່ງົດງາມທີ່ສຸດໃນໂລກ ຕັ້ງຢູ່ກາງພູຜາ Ennedi ໃນເຂດທະເລຊາຍຊາຮາຣາ ສິ່ງທີ່ໂດດເດັ່ນຂອງປະຕູໂຂງນີ້ຄື ເສົາຫິນ ທີ່ເຊື່ອມຕໍ່ກັບຂົວຫິນທີ່ມີຄວາມສູງປະມານ 120 ແມັດ ໃນຂະນະທີ່ມີຄວາມຍາວໄດ້ປະມານ 87 ແມັດ.

ຂົວຫິນອະໂລບາ

 

  1. ຂົວຫິນທຳມະຊາດມໍນິ່ງ ກລໍຣີ່

ຂົວຫິນທຳມະຊາດມໍນິ່ງ ກລໍຣີ່ ຕັ້ງຢູ່ໃນນິໂກຣບິລແຄນຢອນ ທີ່ໃກ້ໆ ກັບເມືອງໂມອັບ ໃນເຂດຢູທາ ຂອງສະຫະລັດອາເມລິກາ ແຕ່ບໍ່ຄ່ອຍເປັນທີ່ໜ້າສົນໃຈຈາກນັກທ່ອງທ່ຽວປານໃດ ເນື່ອງຈາກຂົວຢູ່ໄກຈາກໜ້າຜາພຽງ 4.5 ແມັດ ມີຄວາມຍາວໄດ້ປະມານ 74 ແມັດ.

ຂົວຫິນທຳມະຊາດ ມໍນິ່ງ ກລໍຣີ່

 

  1. ຂົວຫິນເຣນໂບວ໌

ຂົວຫິນເຣນໂບວ໌ ໃນເຂດພື້ນທີ່ນັນທະນາການແຫ່ງຊາດເກລນແຄນຢອນ ໃນເຂດລັດຢູທາ ສະຫະລັດອາເມລິກາ ສາມາດເຂົ້າເຖິງໄດ້ໂດຍການນັ່ງເຮືອປະມານສອງຊົ່ວໂມງ ມີຄວາມຍາວປະມານ 71 ແມັດ.

ຂົວຫິນເຣນໂບ

 

  1. ຂົວຫິນທຳມະຊາດເກົາຕັນ

ຂົວຫິນທຳມະຊາດເກົາຕັນ ເປັນຂົວຫິນນ້ຳຕົກຕາດທຳມະຊາດຕັ້ງຢູ່ບໍລິເວນແມ່ນ້ຳຟູລູ່ ຢູ່ບໍ່ໄກຈາກເມືອງລີ່ປິງ ໃນມົນທົນກຸ້ຍໂຈວ໌ ຂອງປະເທດຈີນ ປັດຈຸບັນເປັນໜຶ່ງໃນສະຖານທີ່ທ່ອງທ່ຽວສຳຄັນຂອງບໍລິເວນຈຸດຊົມວິວພູເຂົາ Bazhou ມີຄວາມຍາວປະມານ 70 ແມັດ.

ຂົວຫິນທຳມະຊາດ ເກົາຕັນ

 

  1. ຂົວຫິນທຳມະຊາດສິປາປູ

ຂົວຫິນທຳມະຊາດສິປາປູ ຢູ່ໃນອະນຸສອນສະຖານແຫ່ງຊາດຂົວຫິນທຳມະຊາດ ໃນເຂດລັດ ຢູທາ ສະຫະລັດອາເມລິກາ ຂົວຫິນສາມາດເບິ່ງໄດ້ຈາກມຸມມອງຂ້າງທາງຫຼືການຍ່າງເຂົ້າໄປຊົມ ເຊິ່ງມີຄວາມຍາວປະມານ 69 ແມັດ.

ຂົວຫິນທຳມະຊາດ ສິປາປູ

10. ຂົວຫິນສະຕີເວນ

ຂົວຫິນສະຕິເວນ ຢູ່ໃນເຂດ Escalante ແຄນຢອນ ໃນເຂດລັດຢູທາ ສະຫະລັດອາເມລິກາ ແທກຄວາມຍາວໄດ້ປະມານ 67 ແມັດ.

ຂົວຫິນສະຕີເວນ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...