spot_img
Homeນານາສາລະການລ່າສັດນ້ຳໃນລະດູວາງໄຂ່ ຍັງມີໃຫ້ເຫັນແຜ່ຫລາຍ ໂດຍບໍ່ເກງກົວຕໍ່ກົດໝາຍ!

ການລ່າສັດນ້ຳໃນລະດູວາງໄຂ່ ຍັງມີໃຫ້ເຫັນແຜ່ຫລາຍ ໂດຍບໍ່ເກງກົວຕໍ່ກົດໝາຍ!

Published on

ປັດຈຸບັນນີ້, ເຖິງວ່າລັດຖະບານເຮົາ ໄດ້ມີມາດຕະການເຂັ້ມງວດ ເພື່ອຕ້ານການຫາປາ ແລະ ສັດນ້ຳແບບດັບສູນ, ໂດຍສະເພາະແມ່ນ ຫ້າມບໍ່ໃຫ້ຫາປາໃນລະດູແຜ່ພັນ ຫຼື ລະດູວາງໄຂ, ໃນລະຫວ່າງເດືອນກໍລະກົດ-ກັນຍາ ແລະ ຍັງໄດ້ກຳນົດເອົາ ວັນທີ 13 ກໍລະກົດຂອງທຸກໆປີ ເປັນວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ, ແນ່ໃສ່ປົກປັກຮັກສາສັດນ້ຳ-ສັດປ່າທີ່ໃກ້ຈະສູນພັນ, ພ້ອມທັງເປັນການປຸກລະດົມໃຫ້ປະຊາຊົນ ມີຈິດສຳນຶກໃນການຮັກສາສິ່ງແວດລ້ອມ ແລະ ປ່ອຍສັດນ້ຳ-ສັດປ່າຄືນສູ່ທຳມະຊາດ, ພ້ອມໄດ້ອອກຂໍ້ຫ້າມຕ່າງໆ ເພື່ອຄຸ້ມຄອງ ແລະ ຍືດອາວຸດທີ່ໃຊ້ລ່າສັດ ແບບດັບສູນຢ່າງເຂັ້ມງວດ, ແຕ່ກໍຍັງປະກົດມີການລັກລອບ ລ່າສັດນ້ຳ-ສັດປ່າເກີນຂອບເຂດ ແລະ ຄ້າຂາຍສັດດັ່ງກ່າວ ທີ່ຜິດກົດໝາຍຍັງມີຢູ່ແຜ່ຫຼາຍ, ບໍ່ເວັ້ນແຕ່ໃນໄລດູຫ້າມ, ມັນສະແດງອອກປັດຈຸບັນ ຢູ່ຕະຫຼາດຫຼາຍແຫ່ງໃນນະຄອນຫຼວງວຽງຈັນ, ກໍຄືໃຂເຂດແຂວງອື່ນໆໃນທົ່ວປະເທດ ຍັງມີການວາງຂາຍປາ ແລະ ສັດນ້ຳຫາຍາກຢ່າງຫຼວງຫຼາຍ, ໂດຍບໍ່ຢ້ານກົວຕໍ່ລະບຽບກົດໝາຍ, ເຊັ່ນດຽວກັນກັບຢູ່ເຂດຊານເມືອງຕ່າງໆ ມີການວາງຂາຍປາ ແລະ ສັດນ້ຳຂີດແດງດັ່ງກ່າວ, ຊຶ່ງປະຊາຊົນຈຳນວນໜຶ່ງ ຍັງເຫັນແກ່ຜົນປະໂຫຍດສ່ວນໂຕ, ໂດຍບໍ່ຄຳນຶງເຖິງຂໍຫ້າມ ແລະ ລະບຽບກົດໝາຍແຕ່ຢ່າງໃດ.

ດັ່ງນັ້ນ ພາກສ່ວນກ່ຽວຂ້ອງ ຈະຕ້ອງໄດ້ເພີ່ມທະວີການປະຕິບັດໜ້າທີ່ ໃຫ້ເຂັ້ມງວດກວ່າເກົ່າ, ໂດຍສະເພາະມແມ່ນການກວດກາ, ດຳເນີນມາດຕະການ ຕໍ່ຜູ້ທີ່ລະເມີດຢ່າງເຂັ້ມງວດ, ໄປຄຽງຄູ່ກັບ ການປົກປັກຮັກສາປ່າໄມ້ ແລະ ແຫຼ່ງນ້ຳທີ່ສຳຄັນ, ເພື່ອຄວາມອຸດົມສົມບູນຂອງສັດນ້ຳ-ສັດປ່າ ແລະ ລະບົບນິເວນທາງທຳມະຊາດ, ກາຍເປັນທ່າແຮງ ໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ສົມກັບຄຳເວົ້າທີ່ວ່າ: ເມືອງລາວເປັນເມືອງທີ່ວວຍງາມ ແລະ ອຸດົມສົມບູນໄປດ້ວຍຊີວະນາໆພັນ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...