Homeຂ່າວພາຍ​ໃນຈາກແມ່ຄ້າຂາຍຜັກ ກາຍເປັນເຈົ້າຂອງໂຮງງານ ຍ້ອນປາແດກ!

ຈາກແມ່ຄ້າຂາຍຜັກ ກາຍເປັນເຈົ້າຂອງໂຮງງານ ຍ້ອນປາແດກ!

Published on

ທ່ານ ນ. ວິໄລສິນ ແຕ່ກ່ອນຢຶດຖືອາຊີບ ຂາຍຜັກໃນຕະຫລາດເພື່ອລ້ຽງຊີບ ແລ້ວເຫັນວ່າຄອບຄົວຍັງຂາດເຂີນ ຈຶ່ງມີແນວຄິດຫັນປ່ຽນອາຊີບໃໝ່ ຈາກຂາຍຜັກມາຂາຍປາແດກ ເຫັນວ່າລາຍໄດ້ດີ ແລະ ເຮັດໃຫ້ຊີວິດຄອບຄົວດີຂຶຶ້ນ ຈຶ່ງຢຶດອາຊີບດັ່ງກ່າວມາແຕ່ປີ 1990 ເປັນຕົ້ນມາ ແລະ ສ້າງຕັ້ງໂຮງງານປຸງແຕ່ງ ປາແດກຂຶ້ນໃນປີ 2007 ຈົນມາເຖິງປັດຈຸບັນ.

ທ່ານ ນາງ ວິໄລສິນ ເຕີນຕານ ເຈົ້າຂອງໂຮງງານປາແດກໄດ້ເລົ່າສູ່ຟັງວ່າ: ນັບແຕ່ປີ 1988 ຕົນເອງມີຕົ້ນທຶນ 10 ພັນກີບ ມີໄຫ 1 ໜ່ວຍ ໄປຊື້ປາແດກໄດ້ 10 ກິໂລມາຂາຍຢູ່ຕະຫລາດ ເຫັນວ່າໄດ້ຂາຍດີສົມຄວນ ເລີຍຂາຍມາເປັນໄລຍະ 1 ປີ ແລ້ວຕົນກໍມີແນວຄິດຢາກເຮັດປາແດກຂາຍເອງ, ແຕ່ບໍ່ມີປະສົບການ ຈຶ່ງໄດ້ສອບຖາມນຳຜູ້ເຖົ້າ–ຜູ້ແກ່ ແລ້ວນຳເອົາບົດຮຽນຈາກຫລາຍຄົນມາປະສົມປະສານກັນ ແລ້ວມາເຮັດເອງ ຈົນຮອດປີ 1990 ຜົວຂອງຂ້າພະເຈົ້າ ໄດ້ຊ່ວຍປຸງແຕ່ງປາແດກ ໃຫ້ມີຫລາຍຮູບແບບ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງຜູ້ບໍລິໂພກ ແລະ ຂະຫຍາຍຕະຫລາດໃຫ້ຫລາຍຂຶ້ນ ຈຶ່ງຜະລິດໃນຮູບແບບຕ່າງໆຄື: ນ້ຳປາແດກຕົ້ມ, ປາແດກແຈ່ວ, ປາແດກຜົງ, ແຈ່ວສຸກກີ່, ແຈ່ວພັນປາ ແລະ ອື່ນໆ, ພາຍຫລັງທີ່ມີຫລາຍ ຜະລິດຕະພັນແລ້ວ ເຮັດໃຫ້ປາແດກໄດ້ຮັບຄວາມນິຍົມ ທັງພາຍໃນນະຄອນຫລວງ ແລະ ຕ່າງແຂວງ ໃນແຕ່ລະເດືອນ ຂາຍໄດ້ຫລາຍລ້ານກີບ. ຈາກຄວາມສຳເລັດດັ່ງກ່າວ ຈິ່ງໄດ້ປະກອບເອກະສານ ໄປຂໍຂຶ້ນລິຂະສິດ ຢູ່ກົມຊັບສິນທາງປັນຍາ ໃນປີ 2007 ເປັນຕົ້ນມາ.

ນ. ວິໄລສິນ ຍັງໄດ້ເວົ້າຕື່ມວ່າ: ພາຍຫລັງທີ່ເຮັດໂຮງງານປາແດກແລ້ວ ເຮັດໃຫ້ຄອບຄົວມີຢູ່ມີກິນ ແລະ ຫລຸດພົ້ນຈາກຄວາມທຸກຍາກ ທັງມີເງິນທ້ອນໄວ້ ແລະ ສົ່ງລູກຮຽນໃນຂະແໜງຕ່າງໆ ແລະ ຊື້ພາຫະນະ ຮັບໃຊ້ຄອບຄົວ. ນອກຈາກນີ້ຍັງໄດ້ປະກອບສ່ວນ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ໃຫ້ມີລາຍໄດ້ເຂົ້າຄອບຄົວ ຂອງເຂົາເຈົ້າອີກດ້ວຍ ເຊິ່ງປັດຈຸບັນໂຮງງານຂອງຕົນ ມີພະນັກງານກຳມະກອນ 10 ກວ່າຄົນ.

 

ແຫລ່ງຂ່າວ:

ຂປລ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...