Homeຂ່າວທ້ອງຖິ່ນ9 ເດືອນຜ່ານມາ ແຂວງຊຽງຂວາງ ລະດົມການລົງທຶນໄດ້ 2.390 ຕື້ກວ່າກີບ!

9 ເດືອນຜ່ານມາ ແຂວງຊຽງຂວາງ ລະດົມການລົງທຶນໄດ້ 2.390 ຕື້ກວ່າກີບ!

Published on

ຂປລ. ​ໃນ​​ໄລ​ຍະ 9 ​ເດືອນສົກປີ 2015-2016 ນີ້ ​ແຂວງ​ຊຽງຂວາງ​ ສາມາດລະດົມລົງທຶນທົ່ວສັງຄົມ ໄດ້ທັງໝົດ 2.390 ຕື້ກວ່າກີບ ທຽບໃສ່ແຜນການປີ ລື່ນ 19,16% ​ໃນ​ນັ້ນ, ປະກອບ​ມີທຶນ​ຈາກ​ລັດຖະບານ, ທຶນຊ່ວຍ​ເຫລືອ​ລ້າ-ກູ້​ຢືມ, ທຶນ​ເອກະ​ຊົນ​ພາຍ​ໃນ-ຕ່າງ​ປະ​ເທດ ​ແລະ ທຶນ​ຈາກ​ລະບົບການ​ເງິນ-​ເງິນຕາ. ຄາດວ່າໝົດປີ ຈັງຫວະ ການຂະຫຍາຍຕົວຂອງເສດຖະກິດ ຢູ່ໃນລະດັບ 8,96% ລວມຍອດຜະລິດຕະພັນພາຍໃນ ບັນລຸ​ເກືອບ 3.000 ຕື້ກີບ, ສະເລ່ຍລາຍຮັບ GDP ຕໍ່ຄົນບັນລຸ 1.500 ​ໂດລາສະຫະລັດຕໍ່ຄົນຕໍ່ປີ.

ຂໍ້​ມູນ​ດັ່ງກ່າວ, ​ໄດ້​ຮັບ​ການ​ລາຍ​ງານ​ ໃນກອງປະຊຸມອົງການປົກຄອງແຂວງຊຽງຂວາງ ຮ່ວມກັບບັນດາເຈົ້າເມືອງ ​ໃນ​ວັນທີ 1 ກໍ​ລະ​ກົດ 2016 ພາຍໃຕ້ການເປັນປະທານຂອງ ທ່ານ ສົມກົດ ມັງໜໍ່ເມກ ກຳມະການ ສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຊຽງຂວາງ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...