spot_img
Homeຂ່າວທ້ອງຖິ່ນເຕັກ­ນິກ​ວິ­ຊາ​ຊີບ​ຈຳ­ປາ​ສັກ​ ເປີດ​ມະ​ຫະ​ກຳ­ຈັດ​ຫາ​ງານ​ຄັ້ງ​ທຳ​ອິດ

ເຕັກ­ນິກ​ວິ­ຊາ​ຊີບ​ຈຳ­ປາ​ສັກ​ ເປີດ​ມະ​ຫະ​ກຳ­ຈັດ​ຫາ​ງານ​ຄັ້ງ​ທຳ​ອິດ

Published on

ວິ­ທະ­ຍາ­ໄລເຕັກ­ນິກວິ­ຊາຊີບ ແຂວງຈຳ­ປາສັກ ໄດ້ຈັດງານມະຫະກຳ ຈັດຫາງານຄັ້ງທີ I ຂຶ້ນຢ່າງມີບັນຍາກາດ ທ່າມ­ກາງຄວາມສົນ­ໃຈຂອງບັນ­ດາຜູ້ປະ­ກອບການ, ນັກ­ທຸ­ລະ­ກິດທັງພາຍໃນ ແລະຕ່າງ­ປະ­ເທດໃຫ້ຄວາມສົນ­ໃຈ; ໃນຂະ­ນະທີ່ນັກສຶກສາທີ່ຮຽນຈົບແລ້ວ ແລະ ໃກ້ຈະຈົບຕ່າງກໍ່ສົນ­ໃຈປະ­ກອບເອ­ກະສານເພື່ອສະ­ໝັກເຂົ້າເຮັດວຽກຢ່າງມີບັນ­ຍາ­ກາດ.

ພິ­ທີເປີດງານມະຫະກຳດັ່ງ­ກ່າວໄດ້ ມີຂຶ້ນໃນ ວັນທີ 4 ກໍ­ລະ­ກົດ 2016 ທີ່ສະໂມສອນຂອງວິ­ທະ­ຍາ­ໄລເອງ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະ­ທານ ແລະຕັດແຖບຜ້າຂອງທ່ານ ນາງ ແສງສຸ­ວັນ ຊຸຍພະສິດ ຫົວ­ໜ້າພະແນກສຶກສາທິການ ແລະກີ­ລາແຂວງ, ມີບັນ­ດາທ່ານຫົວ­ໜ້າພະແນກ, ຮອງພະແນກ, ທ່ານເຈົ້າ­ເມືອງ ແລະບັນ­ດາທ່ານແຂກຜູ້ໃຫຍ່, ບັນດານັກທຸ­ລະກິດຕະ­ຫຼອດເຖິງຄູ-ອາ­ຈານ, ນັກຮຽນນັກສຶກສາເຂົ້າຮ່ວມ.

ທ່ານ ຄຳໄຂ ສຸ­ພາອອນ ຜ້ອຳ­ນວຍການວິ­ທະ­ຍາ­ໄລໄດ້ກ່າວວ່າ: ປະ­ຈຸບັນໆດາບໍ­ລິ­ສັດຕ່າງໆໃນແຂວງຈຳ­ປາສັກ ກໍຄືໃນທົ່ວປະ­ເທດຍັງມີຄວາມຫຍຸ້ງ­ຍາກ ໃນການຊອກຫາພະ­ນັກ­ງານ ເພື່ອບັນ­ຈຸເຂົ້າເຮັດວຽກໃນບໍ­ລິ­ສັດຂອງຕົນ, ອີກບັນ­ຫາໜື່ງຄືບັນ­ດານັກສຶກສາທີ່ຮຽນຈົບຍັງບໍ່ທັນຮູ້ວ່າຈະໄປຊອກຫາເຮັດວຽກບ່ອນໃດ, ດັ່ງ­ນັ້ນ ວິ­ທະ­ຍາ­ໄລຈິ່ງໄດ້ຫາວິ­ທີດ້ວຍການຈັດງານມະຫະກຳ­ຈັດຫາງານຄັ້ງທຳອິດຂື້ນ, ຈຸດ­ປະ­ສົງແມ່ນສ້າງຄວາມສະ­ດວກໃຫ້ກັບບັນ­ດາບໍລິສັດຕ່າງໆທີ່ມີຄວາມຕ້ອງ­ການແຮງງານ, ໂດຍສະ­ເພາະແມ່ນນັກ­ຮຽນທີ່ຮຽນຈົບຈາກມັດ­ທະ­ຍົມຕອນຕົ້ນ, ຕອນປາຍຈະເຫັນໄດ້ວ່າ­ການເຂົ້າຮຽນວິ­ຊາຊີບ ເປັນທາງເລືອກທີ່ດີ ແລະສຳ­ຄັນໃນການສະໜັກເຂົ້າເຮັດວຽກນຳບໍ­ລິ­ສັດພາຍ­ຫຼັງຮຽນຈົບ, ການຈັດງານຄັ້ງນີ້ຍັງເພື່ອເຮັດ ໃຫ້ຜູ້ທີ່ຮຽນຈົບທີ່ກຳ­ລັງຊອກຫາວຽກເຮັດງານທຳໄດ້ມີໂອ­ກາດສະ­ໝັກວຽກ, ທັງເຮັດໃຫ້ນັກ­ຮຽນມັດ­ທະ­ຍົມຕອນຕົ້ນ, ຕອນປາຍໃຫ້ໄດ້ຄວາມສຳ­ຄັນ ແລະຫັນກັນເຂົ້າມາຮຽນວິ­ຊາຊີບຫຼາຍຂຶ້ນ.

ທ່ານ ນາງ ແສງສຸ­ວັນ ຊຸຍພະສິດ ກ່າວວ່າ: ເພື່ອສ້າງໃຫ້ໄດ້ກຳ­ລັງແຮງງານທີ່ມີຄຸນນະພາບ ແລະສາ­ມາດຕອບສະ­ໜອງຕາມຄວາມຕ້ອງ­ການຂອງບັນ­ດາຫົວ­ໜ່ວຍທຸ­ລະກິດ, ການຜະ­ລິດ ແລະ ການບໍ­ລິ­ການຕ່າງໆຢ່າງຕໍ່ເນື່ອງ ແລະ ຢືນຍົງ, ໂດຍສະ­ເພາະແມ່ນນາຍຊ່າງ, ນັກ­ວິ­ຊາ­ການ, ວິ­ສະ­ວະ­ກອນ, ນັກວິທະຍາສາດອື່ນໆ.. ທີ່ສັງ­ຄົມມີຄວາມຕ້ອງ­ການຫຼາຍໃນປະ­ຈຸບັນ, ດັ່ງ­ນັ້ນ ການຈັດງານຄັ້ງນີ້ແມ່ນສຸດແຕ່ມີຄວາມໝາຍຄວາມສຳ­ຄັນ ໂດຍສະ­ເພາະແມ່ນມີຜົນປະ­ໂຫຍດໃຫ້ກັບບັນ­ດາບໍ­ລິ­ສັດຕ່າງໆທີ່ມີຄວາມຕ້ອງ­ການແຮງງານ ເພື່ອບັນ­ຈຸເຂົ້າໃນໜ້າວຽກຕ່າງໆຂອງບໍ­ລິ­ສັດ, ມີຜົນປະ­ໂຫຍດຕໍ່ບັນ­ດານັກ­ຮຽນທີ່ຮຽນຈົບແລ້ວ ແຕ່ຍັງບໍ່ທັນມີບ່ອນເຮັດວຽກງານທີ່ດີສາ­ມາດເຂົ້າໄປສະ­ໝັກເຮັດວຽກນຳບໍ­ລິ­ສັດທີ່ຕົນເອງມັກ ແລະມີຄວາມຮູ້ຄວາມສາ­ມາດທາງດ້ານທີ່ຕົນໄດ້ຮຽນມາ ແລະນອກ­ຈາກນີ້ຍັງເປັນການຍົກລະດັບສາ­ຂາວິ­ຊາທີ່ມີຄວາມຈຳ­ເປັນໃນການປະ­ກອບວິ­ຊາອາ­ຊີບໃຫ້ນັກສຶກສາ.

ທີ່ມາ: ນສພ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...