spot_img
Homeມູມໄອທີລາວບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 4 ກໍລະກົດ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 4 ກໍລະກົດ

Published on

ວັນທີ 4 ກໍລະກົດ ປີ 2002 ຫຼືມື້ນີ້ເມື່ອ 14 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Silent Hill 2: Restless Dream ເທິງເຄື່ອງ PS2 ທີ່ປະເທດຍີ່ປຸ່ນໂດຍ Restless Dream ນີ້ເປັນເວີຊັ່ນເສີມຂອງ Silent Hill 2 ທີ່ເຮັດອອກມາຄັ້ງທຳອິດເພື່ອລົງໃຫ້ກັບ Xbox ກ່ອນ ແລ້ວຈຶ່ງມີການພອຣ໌ດມາລົງໃຫ້ເຄື່ອງ PS2 ໃນ ພາຍຫຼັງ ທັງນີ້ Silent Hill 2: Restless Dream ຖືເປັນເວີຊັ່ນທີ່ທາງ Konami ເຮັດອອກມາເພື່ອສະຫຼອງຄວາມສຳເລັດດ້ານຍອດຂາຍຂອງພາກນີ້ ແລະຕ້ອງການຂະຫຍາຍລາຍລະອຽດເລື່ອງລາວຂອງເກມດ້ວຍການເພີ່ມເນື້ອເລື່ອງເສີມມາໃນເວີຊັ່ນນີ້.

ສຳລັບເນື້ອເລື່ອງຫຼັກຂອງ Silent Hill 2 ຈະເວົ້າເຖິງ ເຈມ ຊັນເດີແລນ ຊາຍໜຸ່ມທີ່ເດີນທາງມາເມືອງ Silent Hill ຄົນດຽວຫຼັງຈາກທີ່ໄດ້ຮັບຈົດໝາຍຈາກ ແມຣີ່ ເມຍຂອງລາວທີ່ເສຍຊີວິດໄປແລ້ວເມື່ອ 3 ປີກ່ອນ ໂດຍເຈມຕ້ອງອອກຄົ້ນຫາຄວາມຈິງເຖິງທີ່ມາຂອງຈົດໝາຍສະບັບດັ່ງກ່າວ ວ່າເມຍຂອງລາວເປັນຄົນສົ່ງມາແທ້ຫຼືບໍ່? ແລະເຫດການ 3 ປີກ່ອນມັນເກີດຫຍັງຂຶ້ນກັນແທ້?

ສິ່ງທີ່ເພີ່ມມາໃນພາກ Restless Dreams ຈະເປັນເນື້ອເລື່ອງເສີມທີ່ມີຊື່ວ່າ Born from a wish ໂດຍຜູ້ຫຼິ້ນຈະໄດ້ບັງຄັບເປັນມາເຣຍໃນຊ່ວງເຫດການກ່ອນທີ່ນາງຈະໄດ້ພົບກັບເຈມໃນອີກບໍ່ດົນ ເກມຈະເລີ່ມຫຼັງຈາກທີ່ມາເຣຍຕື່ນຂຶ້ນມາໃນເມືອງພ້ອມກັບປືນອັນໜຶ່ງ ເຊິ່ງນາງຄຶດທົບທວນຢູ່ວ່າຈະຂ້າໂຕຕາຍຫຼືບໍ່ ແຕ່ແລ້ວກໍຄຶດວ່າຢາກຈະພົບໃຜຈັກຄົນ ໃນທີ່ສຸດກໍໄປພົບຄະລືຫາດຫຼັງໜຶ່ງ ແລະສະຖານທີ່ແຫ່ງນັ້ນມາເຣຍກໍໄດ້ຍິນສຽງຂອງ ເອີເນສ ບອນວິນ ເຈົ້າຂອງຄະລືຫາດຫຼັງດັ່ງກ່າວ ໂດຍເອີເນສໄດ້ປະຕິເສດທີ່ຈະໃຫ້ມາເຣຍເຂົ້າໄປພົບລາວໃນຫ້ອງ ແລະຍອມໃຫ້ລົມກັນຜ່ານປະຕູເທົ່ານັ້ນ ເປົ້າໝາຍຂອງພາລະກິດໃນເນື້ອເລື່ອງ Born form a wish ກໍຄື ຜູ້ຫຼິ້ນຈະຕ້ອງເຮັດພາລະກິດທີ່ເອີເນສມອບໝາຍໃຫ້ສຳເລັດ ເມື່ອຜ່ານໄດ້ແລ້ວ ເອີເນສຈະເຕືອນມາເຣຍວ່າໃຫ້ລະວັງເຈມໄວ້ ພ້ອມບອກວ່າເຈມບໍ່ແມ່ນຄົນດີປານໃດ ຈາກນັ້ນມາເຣຍກໍລອງເປີດປະຕູໄປຫາເອີເນສ ແຕ່ກໍພົບວ່າຫ້ອງນັ້ນບໍ່ມີໃຜຢູ່ເລີຍ ນາງຈຶ່ງອອກຈາກຄະລືຫາດຫຼັງນັ້ນມາ ແລ້ວກໍຄຶດເຖິງເລື່ອງພະຍາຍາມຂ້າໂຕຕາຍອີກຄັ້ງ ກ່ອນທີ່ຈະຍ່າງມາພົບກັບເຈມໃນທີ່ສຸດ.

Fact ເລັກນ້ອຍກ່ຽວກັບເກມ SIlent Hill 2: Restless Dreams

  • ຖ້າຜູ້ຫຼິ້ນມີເຊບຈາກເກມ Silent Hill 2 ເວີຊັ່ນທຳອິດທີ່ປົດລ໋ອກຄວາມລັບໃນເກມມາແລ້ວ ກໍສາມາດນຳເຊບນັ້ນມາຫຼິ້ນໃນເວີຊັ່ນ Restless Dreams ຕໍ່ໄດ້ເລີຍ ໂດຍສິ່ງທີ່ເຄີຍປົດລ໋ອກມາຈະຖືກໂອນມາຫາໂຕເກມເວີຊັ່ນໃໝ່ທັງໝົດ

  • ຫາກເຮົາເຄລີຍໂໝດເນື້ອເລື່ອງປົກກະຕິແລະເນື້ອເລື່ອງເສີມໄດ້ແລ້ວ ໃຫ້ເລີ່ມເກມແບບເນື້ອເລື່ອງປົກກະຕິອີກເທື່ອໜຶ່ງແລ້ວແລ່ນໄປຕາມທາງໃນຊ່ວງຕົ້ນໆ ລະຫວ່າງທາງຈະພົບກັບເລື່ອຍ ເຊິ່ງເປັນອາວຸດພິເສດຂອງເກມນີ້ ແລະຖ້າເກັບມາແລ້ວໃຫ້ລອງຖືເປັນອາວຸດໄວ້ ຈາກນັ້ນກໍໄປຍືນເທິງຮ່າງສົບໃດກໍໄດ້ ແປັບໜຶ່ງເຈມກໍຈະຍົກເລື່ອຍຂຶ້ນເທິງຫົວແລະຮ້ອງໂຫຍຫວນ ໂດຍແອັກຊັ່ນນີ້ຈະເປັນການຮຽນແບບໂຕລະຄອນ ແອດ ຈາກຮູບເງົາ The Evil Dead ທີ່ສາຍເມື່ອປີ 1981.

  • ອະພາຣ໌ດເມັ້ນ Blue Creek ທີ່ປະກົດຢູ່ໃນເມືອງ Silent Hill ນັ້ນເປັນການຫຼິ້ນຄຳຈາກຮູບເງົາເລື່ອງ Blue Velvet ທີ່ສາຍເມື່ອປີ 1986 ເຊິ່ງຄຳວ່າ Blue ນັ້ນຈະເປັນການເອົາມາຈາກຊື່ຮູບເງົາໂດຍກົງ ສ່ວນຄຳວ່າ Creek ຈະມີຄວາມໝາຍໃກ້ຄຽງກັບຄຳວ່າ River.

  • ໃນຍຸກທີ່ທາງ Konami ກຳລັງພັດທະນາເກມ Silent Hill 2 ໃນຊ່ວງເວລານັ້ນເທັກໂນໂລຢີ Motion Capture ແລະ Facial Animation ຍັງບໍ່ກ້າວໜ້າຄືປັດຈຸບັນ ທາງຄ້າຍເກມຈຶ່ງໃຊ້ວິທີເຮັດສີໜ້າໂຕລະຄອນແລະໃສ່ທ່າທາງການເຄື່ອນໄຫວຂອງໂຕລະຄອນຂຶ້ນມາເອງໂດຍບໍ່ມີຄົນແທ້ໆເປັນຕົ້ນແບບ 

ທີ່ມາ:online station,ເດັກລາວ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...