ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 1 ກໍລະກົດ

0
1717

​ວັນທີ 1 ກໍລະກົດ ປີ 1999 ຫຼືມື້ນີ້ເມື່ອ 17 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Dino Crisis ເທິງເຄື່ອງ PS1 ທີ່ປະເທດຍີ່ປຸ່ນ ໂດຍ Dino Crisis ເປັນເກມແນວ Survival Horror ຈາກ Capcom ເຊິ່ງໄດ້ທ່ານຊິນຈິ ມິຄາມິ ຜູ້ໃຫ້ກຳເນີດຊີຣີ Resident Evil ມາຮັບໜ້າທີ່ເປັນທັງໄດເຣັກເຕີ້ແລະໂປຣດິວເຊີ້, ທັງນີ້ ດ້ວຍຄວາມທີ່ Dino Crisis ຖືກພັດທະນາໂດຍທ່ານຊິນຈິ ມິຄາມິ ພ້ອມດ້ວຍລູກທີມທີ່ເຄີຍຮ່ວມກັນເຮັດ Resident Evil ມານຳກັນ, ໂຕເກມ Dino Crisis ຈຶ່ງມີອົງປະກອບຫຼາຍໆຢ່າງແມ່ນໄດ້ຮັບອິດທິພົນມາຈາກ Resident Evil ເຕັມໆ.

ສ່ວນເນື້ອເລື່ອງຂອງ Dino Crisis ຈະເກີດຂຶ້ນເທິງເກາະທີ່ມີຊື່ວ່າ ໄອບິສ ໃນປີ ຄ.ສ 2009 ເມື່ອໜ່ວຍປະຕິບັດການລັບ “SORT” ໄດ້ສົ່ງເຈົ້າໜ້າທີ່ນາມວ່າ ທອມ ລົງມາສອດແນມສະຖານີວິໄຈເທິງເກາະແຫ່ງນີ້ ໂດຍທອມໄດ້ພົບວ່າ ດຣ.ເອັດເວີຣ໌ດ ເຄີຣ໌ດ ນັກວິທະຍາສາດຊື່ດັງຂອງໂລກທີ່ໜ້າຈະເສຍຊີວິດໄປເມື່ອ 3 ປີທີ່ແລ້ວ, ກາຍເປັນຫົວໜ້າໂປຣເຈັກພັດທະນາອາວຸດລັບສຸດຍອດພາຍໃນສະຖານີວິໄຈດັ່ງກ່າວ. ທາງ SORT ເລີຍສົ່ງເຈົ້າໜ້າທີ່ອີກ 4 ຄົນ ໄດ້ແກ່: ເຣຈິນາ, ເກວ, ຣິກ ແລະ ຄູເປີ້, ເພື່ອມາສົມທົບກັບທອມແລະຈັບກຸມໂຕ ດຣ.ເຄິຣ໌ດ ກັບໄປສອບສວນ ແຕ່ວ່າໃນຂະນະທີ່ 4 ຄົນກຳລັງໂດດຈ້ອງຊູຊີບລົງໄປທີ່ເກາະໄອບິສ ຄູເປີ້ກໍມີເຫດຕ້ອງພັດຫຼົງກັບໝູ່ຈົນຕ້ອງໄປລົງຈອດທີ່ໃຈກາງປ່າ ແຕ່ສຸດທ້າຍລາວກໍຖືກ T-Rex ໄລ່ລ້າແລະຖືກກິນໄປ ສ່ວນອີກ 3 ຄົນທີ່ບໍ່ຮູ້ວ່າຄູເປີ້ຕາຍແລ້ວກໍຕ້ອງອອກໄປປະຕິບັດພາລະກິດຕໍ່ໄປ.

ສຳລັບລະບົບການຫຼິ້ນຂອງເກມນີ້ຈະມີອົງປະກອບສ່ວນໃຫຍ່ຄ້າຍກັບ Resident Evil ພາກຕົ້ນໆ ແຕ່ຈະປ່ຽນສັດຕູພາຍໃນເກມຈາກພວກຊອມບີ້ມາເປັນໄດໂນເສົາພັນຕ່າງໆແທນ ໂດຍອາວຸດທີ່ໃຊ້ປ້ອງກັນໂຕຈາກພວກໄດໂນເສົາກໍຈະມີປືນທົ່ວໄປທີ່ເປັນປືນສັງຫານ ແຕ່ເມື່ອຜູ້ຫຼິ້ນດຳເນີນເນື້ອເລື່ອງໄປຈົນເຖິງຊ່ວງໜຶ່ງກໍຈະໄດ້ປືນລູກຊອງມາ ໂດຍປືນລູກຊອງນັ້ນສາມາດບັນຈຸລູກປືນລູກຊອງປົກກະຕິ ແລະລູກປືນຢາສະຫຼົບ. ເຊິ່ງພາຍໃນເກມເຮົາຈະພົບໄອເທັມທີ່ເປັນຜະລິດຕະພັນເຄມີຊະນິດຕ່າງໆ ໃຫ້ເກັບ ບາງອັນປະສົມແລ້ວຈະໄດ້ຢາຟື້ນພະລັງຊີວິດ, ບາງອັນກໍປະສົມໄດ້ຢາຫ້າມເລືອດ ໄປຈົນເຖິງຢາສະຫຼົບແລະ ຢາພິດ. ຄວາມໂຫດຂອງເກມນີ້ທີ່ຜູ້ຫຼິ້ນໃນຍຸກນັ້ນຈື່ກັນໄດ້ດີກໍຄືຈຳນວນລູກປືນ ແລະໄອເທັມຟື້ນພະລັງທີ່ຂ້ອນຂ້າງມີໃຫ້ເກັບແບບຈຳກັດ ແຖມພວກສັດຕູຫຼັກຂອງເກມແບບແຣັບເຕີ້ກໍອຶດມະຫາອຶດອີກນຳ.


Fact ເລັກນ້ອຍກ່ຽວກັບເກມ Dino Crisis

  • Dino Crisis ພາກນີ້ໄດ້ຮັບຄຳວິຈານຈາກຫຼາຍສຳນັກຣີວິວແລະຜູ້ຫຼິ້ນໄປໃນທາງບວກຫຼາຍ ໂດຍມີບາງກະແສແນມວ່າເກມນີ້ເປັນສ່ວນປະສົມປະສານລະຫວ່າງ Resident Evil ແລະຮູບເງົາ Jurassic Park ເຂົ້າໄວ້ນຳກັນໄດ້ລົງໂຕ ພ້ອມກັນນີ້ ໂຕເກມໃນເວີຊັ່ນ PS1 ຍັງສາມາດສ້າງຍອດຂາຍໄດ້ສູງເຖິງ 2.4 ລ້ານຊຸດທົ່ວໂລກ ແລະຂຶ້ນເປັນເກມຂາຍດີທີ່ສຸດອັນດັບ 19 ຂອງຄ້າຍ Capcom (ນັບຫຼ້າສຸດເມື່ອເດືອນພຶດສະພາ 2016 ທີ່ຜ່ານມາ )

  • ນອກຈາກເວີຊັ່ນ PS1 ແລ້ວ ໂຕເກມ Dino Crisis ຍັງໄດ້ມີການພອຣ໌ດລົງໃຫ້ກັບເຄື່ອງຄອນໂຊນອີກເຄື່ອງຄື Dreamcast (DC) ແຕ່ໃນເວີຊັ່ນ DC ພັດຖືກບັນດານັກວິຈານຕິດລົບຂ້ອນຂ້າງຫຼາຍ ເນື່ອງຈາກ Dreamcast ນັ້ນເປັນເຄື່ອງ Gen ດຽວກັບ PS2 ຜູ້ຄົນຈຶ່ງຄາດຫວັງວ່າທາງ Capcom ຈະມີການປັບປຸງກຣາບຟິກໃຫ້ມີຄວາມສວຍງາມຂຶ້ນສົມກັບເປັນເຄື່ອງເຈນໃໝ່ ແຕ່ກັບກາຍເປັນວ່າໂຕເກມຖືກເລືອກໃຊ້ວິທີການອັບສະເກວພາບແທນ ຈຶ່ງເຮັດໃຫ້ຄະແນນຣີວິວອອກມາບໍ່ຄ່ອຍດີ.

  • ຈາກຄວາມສຳເລັດຂອງ Dino Crisis ເຮັດໃຫ້ໂຕລະຄອນ ເຣຈິນາ ໄດ້ເປັນ 1 ໃນມາສຄ໋ອດຂອງ Capcom ແລະລາວຍັງໄດ້ໄປໂຜ່ເປັນໂຕລະຄອນເລືອກໃຊ້ໃນເກມ Namco x Capcom ທີ່ວາງຈຳໜ່າຍລົງເທິງເຄື່ອງ PS2 ແຖມຊຸດຢູນິຟອຣ໌ມຂອງເຣຈິນາກໍຍັງປະກົດເປັນຊຸດເຄື່ອງແບບໃຫ້ກັບສາວຈິວ ວາເລນທາຍ ນາງເອກຂອງ Resident Evil 3: Nemesis ໄດ້ເລືອກໃສ່ອີກນຳ.

  • ປືນລູກຊອງທີ່ມີໃຫ້ເກັບໃນ Dino Crisis ພາກທຳອິດນີ້ມີຊື່ລຸ້ນວ່າ SPAS-12 ໂດຍເປັນປືນສັນຊາດອີຕາລີ ແລະເປັນປືນລຸ້ນດຽວກັບໂຕລະຄອນ Robert Muldoon ຈາກຮູບເງົາເລື່ອງ Jurassic Park ໃຊ້ໃນເລື່ອງນຳ.

  • ລວມຄວາມລັບທີ່ສາມາດປົດລ໋ອກໄດ້ຫຼັງຈາກຈົບເກມ
  1. ຫາກເຄລຍເກມໄປແລ້ວຮອບໜຶ່ງຈະປົດລ໋ອກປືນລູກຊອງມາໃຊ້ຕັ້ງແຕ່ຕົ້ນເກມ (ແຕ່ລູກປືນຍັງມີຈຳກັດຢູ່)
  2. ຫາກເຄລຍເກມໂດຍພົບສາກຈົບຄົບທັງ 3 ແບບ ຈະປົດລ໋ອກປືນ Grenade Launcher ແບບລູກປືນບໍ່ຈຳກັດມາໃຊ້ຕັ້ງແຕ່ເລີ່ມເກມ ແລະປືນອື່ນໆ ໃນເກມກໍຈະມີໃຫ້ໃຊ້ບໍ່ຈຳກັດເຊັ່ນດຽວກັນ
  3. ຫາກເຄລຍເກມໄດ້ 2 ຮອບພາຍໃນເວລາລວມກັນທັງ 2 ຮອບບໍ່ກາຍ 7 ຊົ່ວໂມງ ກໍຈະປົດລ໋ອກຊຸດພິເສດຂອງເຣຈິນາມາໃສ່ໄດ້
  4. ຫາກເຄລຍເກມໄດ້ພາຍໃນເວລາ 5 ຊົ່ວໂມງ ກໍຈະປົດລ໋ອກໂໝດພິເສດທີ່ມີຊື່ວ່າ Operation: WipeOut ມາຫຼິ້ນໄດ້ ໂດຍໂໝດນີ້ຈະໃຫ້ເຮົາກຳຈັດໄດໂນເສົາໃນແຕ່ລະຫ້ອງໃຫ້ໝົດທຸກໂຕ ເຊິ່ງທຸກຫ້ອງຈະມີໂຕເລກບອກທີ່ດ້ານລຸ່ມຂອງຈໍວ່າມີໄດໂນເສົາທີ່ຕ້ອງກຳຈັດຢູ່ຈັກໂຕ ທັງນີ້ ໂໝດດັ່ງກ່າວມີໄວ້ເພື່ອຫຼິ້ນ ມ່ວນໆແກ້ເຊັງເທົ່ານັ້ນ ເພາະບໍ່ມີລາງວັນອີ່ຫຍັງໃຫ້.

ທີ່ມາ:online station,ເດັກລາວ