Homeຂ່າວການພັດທະນານັກສິ່ງແວດລ້ອມເຜີຍ ເຂື່ອນໄຟຟ້າດອນສະໂຮງ ເປັນເຂື່ອນທີ່ດີທີ່ສຸດໃນປະເທດ ຫລື ອາດລະດັບໂລກ!

ນັກສິ່ງແວດລ້ອມເຜີຍ ເຂື່ອນໄຟຟ້າດອນສະໂຮງ ເປັນເຂື່ອນທີ່ດີທີ່ສຸດໃນປະເທດ ຫລື ອາດລະດັບໂລກ!

Published on

ເມື່ອທ້າຍເດືອນມີຖຸນາຜ່ານມາ, ທ່ານ ກົ້ງເຮີ່ ເຮີ່ຈະເລີນ ຫົວໜ້າພະແນກສິ່ງແວດລ້ອມ ແລະ ສັງຄົມ ທີ່ປະຕິບັດງານປະຈຳໂຄງການກໍ່ສ້າງ ເຂື່ອນດອນສະໂຮງ ເມືອງໂຂງ ແຂວງຈຳປາສັກ ໄດ້ຢັ້ງຢືນຕໍ່ສື່ມວນຊົນວ່າ: ເຂື່ອນແຫ່ງນີ້ເປັນເຂື່ອນທີ່ດີທີ່ສຸດໃນ ສປປ ລາວ ຫຼື ອາດເວົ້າໄດ້ວ່າດີທີ່ສຸດໃນໂລກ. ໃນຖານະຜູ້ເຮັດວຽກຢູ່ ພາກສະໜາມກວ່າສອງປີ, ທ່ານ ກົ້ງເຮີ່ ເຮີ່ຈະເລີນ ສາມາດຊີ້ແຈງເຖິງຄຸນລັກສະນະ, ປະສິດທິພາບ, ຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ ຂອງເຂື່ອນໄຟຟ້າດອນສະໂຮງ ໄດ້ຢ່າງຊັດເຈນ ໂດຍສະເພາະບັນຫາຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ ຊຶ່ງທ່ານໃຫ້ເຫດຜົນວ່າ: ເຂື່ອນໄຟຟ້າດອນສະໂຮງ ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມໜ້ອຍ ແຕ່ມີປະສິດທິພາບສູງ ຖ້າທຽບກັບເຂື່ອນໄຟຟ້າຫຼາຍແຫ່ງຢູ່ ລາວ ແລະ ຫຼາຍປະເທດໃນໂລກ ຕົວຢ່າງ: ເຂື່ອນດອນສະໂຮງ ມີຂະໜາດອ່າງເກັບນ້ຳພຽງ 2,8 ກິໂລແມັດມົນທົນ ແຕ່ກຳລັງຕິດຕັ້ງສູງເຖິງ 360 ເມກາວັດ ຖ້າທຽບໃສ່ເຂື່ອນໄຟຟ້ານ້ຳງື່ມ I ຢູ່ແຂວງວຽງຈັນ ທີ່ມີອ່າງກັບນ້ຳ 470 ກິໂລແມັດມົນທົນ, ກຳລັງຕິດຕັ້ງໄດ້ພຽງ 150 ເມກາວັດ ແລະ ອີກຫຼາຍເຂື່ອນ ກໍມີລັກສະນະອ່າງເກັບນ້ຳກວ້າງ ແຕ່ກຳລັງການຜະລິດຕ່ຳ, ສ່ວນດ້ານສິ່ງແວດລ້ອມ ໃນເຂດເຂື່ອນດອນສະໂຮງ ກໍເຫັນວ່າມີຜົນກະທົບໜ້ອຍທີ່ສຸດ ເຊັ່ນ: ປະຊາຊົນມີພຽງ 14 ຫຼັງຄາເຮືອນ ຕ້ອງຍ້າຍອອກຈາກເຂດກໍ່ສ້າງເຂື່ອນ ໄປຕັ້ງຖິ່ນຖານໃໝ່ຫ່າງ ຈາກບ້ານເດີມພຽງ 1 ກິໂລແມັດກວ່າໆ, ບັນຫາທາງປາຂຶ້ນ-ລົງ ໃນບໍລິເວນດັ່ງກ່າວ ກໍໄດ້ຮັບການປັບປຸງ ໃຫ້ສະດວກກວ່າເກົ່າ ຍ້ອນມີການທຳລາຍສິ່ງກີດຂວາງ ແລະ ເລີກຮື້ເຄື່ອງມືຫາປາທີ່ຜິດກົດໝາຍ, ຈັດລະບຽບການຫາປາ ໃຫ້ສອດຄ່ອງກັບກົດໝາຍ ແລະ ອື່ນໆ ຈົນສາມາດຮັກສາຄວາມສົມດຸນຂອງ ຊີວະນາໆພັນທາງນ້ຳໄດ້ເປັນຢ່າງດີ, ປັດຈຸບັນປາຢູ່ດ້ານເທິງຂອງເຂື່ອນນັບມື້ນັບຫຼາຍ, ພຽງແຕ່ຂໍ້ມູນບາງດ້ານ ກໍສາມາດເວົ້າໄດ້ວ່າ: ເຂື່ອນໄຟຟ້າດອນສະໂຮງ ເປັນເຂື່ອນທີ່ດີທີ່ສຸດ.

ເຂື່ອນໄຟຟ້າດອນສະໂຮງ ມີກຳນົດການກໍ່ສ້າງແຕ່ທ້າຍປີ 2015 ຮອດທ້າຍປີ 2019 ໃຫ້ສຳເລັດ ແລະ ຜະລິດກະແສໄຟຟ້າຢ່າງເປັນທາງການ ເພື່ອສົ່ງຂາຍໃຫ້ປະເທດເພື່ອນບ້ານເປັນສ່ວນໃຫຍ່ ແລະ ສ່ວນໜຶ່ງ ແມ່ນຊົມໃຊ້ພາຍໃນ.

 

ແຫລ່ງຂ່າວ:

ປຊຊ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...