spot_img
HomeມູມໄອທີລາວVivo ເປີດໂຕ X7 ແລະ X7 Plus ຢ່າງເປັນທາງການ

Vivo ເປີດໂຕ X7 ແລະ X7 Plus ຢ່າງເປັນທາງການ

Published on

Vivo ຜູ້ຜະລິດສະມາດໂຟນຈາກປະເທດຈີນ ທີ່ມີຈຸດເດັ່ນທາງດ້ານລະບົບສຽງແບບ Hi-Fi ໄດ້ເປີດໂຕສະມາດໂຟນເຮືອທຸງລຸ້ນໃໝ່ຂອງບໍລິສັດຢ່າງເປັນທາງການຄື Vivo X7 ແລະ X7 Plus. ສຳລັບ Vivo ຖືວ່າເປັນໜຶ່ງໃນບໍລິສັດລູກຂອງ BBK Electronics ໂດຍໄດ້ແຍກກັນອອກມາເຮັດຕະຫຼາດ ເຊິ່ງມີ Oppo ແລະ OnePlus ລວມຢູ່ນຳ. 

Vivo X7 ແລະ X7 Plus ການອອກແບບໂຕເຄື່ອງຖືວ່າມີຄວາມສວຍງາມມີຄວາມຄ້າຍກັນກັບ Oppo R9 ໂດຍໂຕເຄື່ອງແມ່ນໃຊ້ວັດສະດຸອະລູມີນ້ຽມ. ຂະໜາດໂຕເຄື່ອງ Vivo X7 ແມ່ນ 147.3 ມມ x 71.85 ມມ x 7.24 ມມ ແລະໜັກປະມານ 151 ກຣາມ, ສ່ວນທາງດ້ານອ້າຍໃຫຍ່ແບບ Vivo X7 Plus ມີຂະໜາດຢູ່ທີ່ 158.86 ມມ x 77.94 ມມ x 7.49 ມມ ແລະໜັກປະມານ 183.5 ກຣາມ

ດ້ານຂອງໜ້າຈໍທັງສອງລຸ້ນແມ່ນໃຊ້ຈໍ Super AMOLED, ໂດຍທີ່ X7 ມີໜ້າຈໍຂະໜາດ 5.2 ນິ້ວ, ຄວາມລະອຽດ FullHD (1920 x 1080 ພິກເຊວ) ແລະ X7 Plus ໜ້າຈໍຂະໜາດ 5.7 ນິ້ວ, ຄວາມລະອຽດ FullHD (1920 x 1080 ພິກເຊວ). ນອກນີ້ທັງສອງລຸ້ນແມ່ນໃຊ້ງານຊິບປະມວນຜົນອ໋ອກຕ້າຄໍ Snapdragon 652 ຄືກັນ ມີຄວາມແຮງຢູ່ທີ່ 1.8GHz. ດ້ານໜ່ວຍຄວາມຈຳເອງກໍຄືກັນເຊັ່ນ RAM 4GB + ROM 64GB ແຕ່ Vivo X7 Plus ຈະມີລຸ້ນ 128GB ໃຫ້ເລືອກ. ສ່ວນ microSD ບໍ່ມີລາຍລະອຽດໃດໆທີ່ບອກວ່າຮອງຮັບ

ສຳລັບກ້ອງຫຼັງ X7 ໃຫ້ມາ 13 ລ້ານພິກເຊວ ພ້ອມກັບ PDAF ແລະ f/2.2, ສ່ວນກ້ອງໜ້າໃຫ້ມາ 16 ລ້ານພິກເຊວ ພ້ອມ f/2.0 ແລະແຟລັດ moonlight studio. ທາງດ້ານຂອງ  Vivo X7 Plus ກ້ອງໜ້າແລະຫຼັງມີຄວາມລະອຽດຢູ່ທີ່ 16 ລ້ານພິກເຊວ ແລະໃຊ້ເຊັນເຊີ້ Sony IMX298  ພ້ອມກັບ f/2.0 (ມີແຟລັດໜ້າ ແລະຫຼັງຄືກັນກັບ X7). ນອກນີ້ທາງບໍລິສັດຍັງເປັນພາຣ໌ດເນີ້ຮ່ວມກັບ Arcsoft ເພື່ອເພີ່ມປະສິດທິພາບໃຫ້ກັບພາບຖ່າຍໃນບ່ອນທີ່ມີແສງໜ້ອຍ ເຮັດໃຫ້ຮູບທີ່ອອກມານັ້ນມີຄວາມຄົມຊັດ ແລະ ສວຍງາມ. 

ດ້ານຄຸນສົມບັດອື່ນໆຂອງທັງສອງລຸ້ນກໍມີ ໃຊ້ງານຊິບສຽງຊົງພະລັງ Hi-Fi AK4376 (ຮອງ QQ Music), ຮອງຮັບ 2 ຊິມ ສາມາດສະແຕນບາຍ 4G+ ໄດ້ທັງສອງ, USB 2.0, Bluetooth 4.0, Wi-Fi etc. ແບັດເຕີຣີ X7 ໃຫ້ມາ 3000mAh ໃນຂະນະທີ່ X7 Plus ມີ 4000mAh ແລະຮອງຮັບລະບົບສາກໄວທັງຄູ່. ດ້ານຊ໋ອບແວຣ໌ແມ່ນໃຊ້ງານລະບົບ Android 5.1.1 Lollipop ທັບດ້ວຍ FunTouch OS ແລະມີລະບົບສອງໜ້າຈໍແບບດຽວກັນກັບ V3 Max. ສຳລັບເຊັນເຊີ້ສະແກນນິ້ວມືແມ່ນປ່ຽນຈາກດ້ານຫຼັງມາໄວ້ທີ່ດ້ານໜ້າປຸ່ມໂຮມສາມາດສະແກນໄດ້ໄວເຖິງ 0.2 ວິນາທີ ແລະສາມາດແຕະສອງບາດທີ່ປຸ່ມໂຮມເພື່ອເປີດແອັບທີ່ມັກໄດ້.

ສຳລັບລາຄານັ້ນຖືວ່າເອົາມາແທນທີ່ V3Max ໄດ້ເລີຍ ເພາະ Vivo X7 ລາຄາເລິ່ມຕົ້ນຢູ່ທີ່ 2498 ຢວນ (3.050.000 ກີບ) ລາຄາດຽວກັບ V3Max ເລີຍ ແລະຈະເລີ່ມຂາຍໃນວັນທີ 7 ກໍລະກົດ ທີ່ປະເທດຈີນ. ສ່ວນ X7 Plus ຕອນນີ້ຍັງບໍ່ມີຂໍ້ມູນກ່ຽວກັບລາຄາແລະມື້ວາງຈຳໜ່າຍເທື່ອ
ທີ່ມາ:gizmochina,ເດັກລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...