spot_img
Homeຂ່າວພາຍ​ໃນໂຈນອ້າງຕົວເປັນຕຳຫຼວດສ້າງຄວາມເສຍຫາຍໃຫ້ກຳລັງ ປກສ

ໂຈນອ້າງຕົວເປັນຕຳຫຼວດສ້າງຄວາມເສຍຫາຍໃຫ້ກຳລັງ ປກສ

Published on

 

10402643_712124072178206_2353663738982427257_n

ໃນໄລຍະທີ່ຜ່ານປະຊາຊົນຈຳນວນໜຶ່ງເຄີຍຖືກຄົນບໍ່ດີຫຼອກລວງຫຼາຍວິທີການ ເປັນຕົ້ນການແອບອ້າງຕົນເປັນ ເຈົ້າໜ້າທີ່ພະນັກງານເຄື່ອນໄຫວຕົວະຍົວະນາບຂູ່ເອົາຊັບສິນຂອງປະຊາຊົນອັນສ້າງຄວາມເສຍຫາຍຢ່່າງໃຫຍ່ຫຼວງໃຫ້ແກ່ ເຈົ້າໜ້າທີ່ ຕຳຫຼວດ.
ໜຶ່ງເຫດການທີ່ເຈົ້າໜ້າທີ່ ປກສ ເມືອງໄຊທານີ ສາມາດສະກັດກັ້ນ ແລະ ແກ້ໄຂໄດ້ໃນວັນທີ 29 ພຶດສະພາ 2014. ທ້າວ ສາຍຄຳ ຫຼື  ທ. ແອ ອາຍຸ 54 ປີ ປະຊາຊົນ ບ້ານນາ ເມືອງໄຊທານີ ນະຄອນຫຼວງວຽຈັນ ໄດ້ກົ້ມໜ້າຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ໃນປີ 1980 ໄດ້ເປັນພະນັກງານຢູ່ກົມຕຳຫຼວດຈະລາຈອນ ມາເຖິງປີ 1989 ໄດ້ອອກຈາກຕຳຫຼວດ ແລະ ຢູ່ມາໄລຍະໜຶ່ງໄດ້ເກີດມີແນວຄິດຢາກເຄື່ອນໄຫວສໍ້ໂກງຊັບພົນລະເມືອງ ຈຶ່ງໄດ້ຂໍຢືມເຄື່ອງແບບເຈົ້າໜ້າທີ່ໂດຍອ້າງວ່າຈະເອົາໄປຖ່າຍຮູບເພື່ອເກັບໄວ້ເປັນທີ່ລະນຶກ ຈາກນັ້ນຜູ້ກ່ຽວກໍ່ໄດ້ຖ່າຍຮູບໃນເຄື່ອງແບບເຈົ້າໜ້າທີ່ໂດຍຕິດຊັ້ນ ຮອ ແລະ ພັທ ໃສ່ກອບໃຫຍ່ແຂວນໄວ້ຝາເຮືອນເພື່ອແອບອ້າງວ່າຕົນເປັນເຈົ້າໜ້າທີ່ ສ້າງຄວາມເຊື່ອຖືໃຫ້ແກ່ເຫຍື່ອທີ່ຖືກຫຼອກ.

10342948_712124112178202_2138284344001751492_n

ໃນປີ 2009 ໄດ້ປອມແປງເອກະສານໂດຍເອົາກາຊື່ ແລະ ກາຈ້ຳ ຂອງກອງບັນຊາການ ປກສ ເມືອງທຸລະຄົມ ແຂວງວຽງຈັນ ທີ່ໄດ້ປະທັບໃນເອກະສານ ແລ້ວນຳໄປສະແກນ ແລະ ປຼິນສີໃສ່ໃບຢັ້ງຢືນວ່າຕົນເອງເປັນເຈົ້າໜ້າທີ່ຊັ້ນ ພັທ ສັງກັດຢູ່ກອງບັນຊາການ ປກສ ເມືອງທຸລະຄົມ ແຂວງວຽງຈັນ ພ້ອມທັງປອມແປງໃບຢັ້ງຢືນ ເລກທີ 109 ແອບອ້າງວ່າເປັນເຈົ້າໜ້າທີ່ຕຳຫຼວດສາກົນ ແລະ ຂຶ້ນທະບຽນສຳມະໂນຄົວ ຢູ່ບ້ານນາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍໄດ້ປ່ຽນນາມສະກຸນ ເຊິ່ງແຕ່ກ່ອນ ແມ່ນ ບູລະວົງ ປ່ຽນມາເປັນ ທຳມະວົງ ຈາກນັ້ນກໍ່ໄດ້ເຄື່ອນໄຫວຕົວະຍົວະປະຊາຊົນຢູ່ຂອບເຂດເມືອງທຸລະຄົມ ແຂວງວຽງຈັນ ຫຼາຍກໍລະນີ. ໃນນີ້ນາງ ຄຳຜິວ ໜຶ່ງໃນຜູ້ຖືກເສຍຫາຍໄດ້ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ວ່າ ໄດ້ຖືກ ທ້າວສາຍຄຳ ຫຼອກເອົາເງິນ 20 ລ້ານກວ່າກີບ ໂດຍຕົວະວ່າເປັນເຈົ້າໜ້າທີ່ ສາມາດແລ່ນເອົາລູກຊາຍ ຂອງນາງຄຳຜິວທີ່ຖືກດຳເນີນຄະດີ ອອກໄດ້ ດັ່ງນັ້ນນາງ ຄຳຜິວຈຶ່ງໄດ້ໄດ້ຫຼົງເຊື່ອ ແລະ ມອບເງິນໃຫ້ແຕ່ເວລາຜ່ານໄປລູກຂອງຕົນບໍ່ໄດ້ພົ້ນໂທດຈຶ່ງໄດ້ສືບທາວຫາທີ່ສັງກັດຂອງທ້າວ ສາຍຄຳ ສຸດທ້າຍຄວາມຈິງກໍ່ໄດ້ປະກົດ ຄື ທ້າວ ຄຳສາຍ ຫຼື ທ ແອ ບໍ່ແມ່ນເຈົ້າໜ້າທີ່ ເປັນພຽງໂຈນທີ່ແອບອ້າງ ສ້າງຄວາມບໍ່ສະຫງົບໃຫ້ແກ່ສັງຄົມແລະ ຕົນຕັດສິນໃຈແຈ້ງຄວາມກັບເຈົ້າໜ້າທີ່ດຳເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ ສ່ວນວ່າຜູ້ໃດທີ່ເຄີຍຖືກຜູ້ກ່ຽວຫຼອກກໍ່ໃຫ້ເຂົ້າມາແຈ້ງຕໍ່ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງ.
ເຫດການໃນຄັ້ງນີ້ເປັນພຽງໜຶ່ງເຫດການທີ່ເຈົ້າໜ້າທີ່ສາມາດສະກັດກັ້ນໄດ້ ແລະ ອາດຈະຍັງມີອີກຫຼາຍກໍລະນີ ທີ່ຄົນບໍ່ດີແອບອ້າງຕົວເປັນເຈົ້າໜ້າທີ່ໃນການເຄື່ອນໄຫວຕົວະຍົວະຫຼອກລວງປະຊາຊົນຜູ້ຮູ້ເທົ່າບໍ່ເຖິງການ ແລະ ຜູ້ທີ່ມັກງ່າຍ. ດັັ່ງນັ້ນຈຶ່ງຂໍໃຫ້ພໍ່ແມ່ນປະຊາຊົນລາວທຸກທົ່ວໜ້າເພີ່ມສະຕິຕໍ່ກົນອຸບາຍຂອງກຸ່ມຄົນບໍ່ດີທີ່ອາດຈະມີຫຼາຍຮູບຫຼາຍແບບ ແຕ່ກໍ່ຂໍໃຫ້ສຳນຶກສະເໝີວ່າການດຳເນີນກິດໃດໆກໍ່ຕາມທີ່ກ່ຽວພັນກັບວຽກງານທາງການລ້ວນແລ້ວແຕ່ມີລະບຽບມີຂັ້ນ ຕອນຂອງມັນ ສະນັ້ນທ່ານບໍ່ຄວນມັກງ່າຍຕ້ອງໄດ້ດຳເນີນການດ້ວຍຕົວເອງ ໂດຍຜ່ານການຈັດຕັ້ງບ້ານ, ເມືອງ, ແຂວງ, ສູນກາງ ຫຼື ບັນດາພາກສ່ວນທີ່ກ່ຽວຂ້ອງຕາມຂັ້ນຕອນຢ່າງຖືກຕ້ອງ ແລະ ລະອຽດ ເພື່ອປ້ອງກັນບໍ່ໃຫ້ເປັນຊ່ອງຫວ່າງແກ່ຄົນບໍ່ດີສວຍໃຊ້ໂອກາດສ້າງປະກົດການຫຍໍ້ທໍ້ໃນສັງຄົມ.
ພ້ອມດຽວກັນນັ້ນ, ກໍ່ຈຳແນກໃຫ້ໄດ້ລະຫວ່າງເຈົ້າໜ້າທີ່ ແລະ ຄົນບໍ່ດີ. ເຈົ້າໜ້າທີ່ ເປັນຜູ້ທີ່ມີລະບຽບວິໄນ, ມີຄຸນສົມບັດ, ມີຄວາມອ່ອນນ້ອມຖອມຕົນ, ສຸພາບຮຽບຮ້ອຍ, ດຳເນີນການຕ່າງໆຕາມລະບຽບຫຼັກການ ບໍ່ສວຍໃຊ້ໂອກາດ ບໍ່ໃຊ້ອຳນາດນາບຄູ່ປະຊາຊົນ, ປະຕິບັດໜ້າທີ່ດ້ວຍຄວາມຊື່ສັດ-ຈິງໃຈ ແລະ ອົດທົນ. ແຕ່ກົງກັນຂ້າມຄົນບໍ່ດີຈະມີພຶດຕິກຳທີ່ຫຍາບຊ້າ ບໍ່ມີຄຸນສົມບັດ, ຮຽກຮ້ອງວັດຖຸເງິນຄຳ, ດຳເນີນການນອກລະບຽບຫຼັກການ ນາບຂູ່ ແລະ ໃຊ້ຄວາມຮຸນແຮງຕໍ່ປະຊາຊົນຜູ້ບໍລິສຸດ. ຖ້າຫາກພົບເຫັນເຈົ້າໜ້າທີ່ ມີພຶດຕິກຳດັ່ງກ່າວນີ້ຂໍໃຫ້ທ່ານຢ່າງຫຼົງເຊື່ອ ແລະ ຕ້ອງເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ ທີ່ຢູ່ໃກ້ບ້ານຂອງທ່ານເພື່ອສະກັດກັ້ນພວກຄົນບໍ່ດີໃຫ້ໝົດໄປຈາກສັງຄົມລາວເຮົາ.

 

10296762_712124122178201_4640269610260238129_n

ຂອບໃຈຂໍ້ມູນຂ່າວຈາກ

R-bang Punya

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...