spot_img
Homeຂ່າວພາຍ​ໃນປະກາດແຂ່ງຂັນຂຽນແຜນທຸລະກິດດີເດັ່ນ

ປະກາດແຂ່ງຂັນຂຽນແຜນທຸລະກິດດີເດັ່ນ

Published on

 ວັນທີ 24 ມິຖຸນາ 2016 ທີ່ສູນພັດທະນາຜູ້ປະກອບກິດຈະການລາວ-ອິນເດຍ, (ສລດ) ນະຄອນຫຼວງວຽງຈັນ, ໄດ້ມີພິທີປະກາດຜົນການແຂ່ງຂັນຂຽນແຜນທຸລະກິດດີເດັ່ນປະຈໍາປີ 2015-2016

ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສາສິລິພົງ ຮອງຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດໜ້ອຍ ແລະຂະໜາດກາງ, ທ່ານ ແກ້ວ ແສນວິໄລ ຫົວໜ້າຫ້ອງການສຶກສາເມືອງນາຊາຍທອງ, ມີຮອງຜູ້ອໍານວຍການວິທະຍາໄລເສດຖາບໍລິຫານທຸລະກິດ, ຜູ້ອໍານວຍການ, ຮອງຜູ້ອໍານວຍການ ສລດ ຜູ້ປະກອບກິດຈະການທີ່ປະສົບຜົນສໍາເລັດໃນການດໍາເນີນທຸລະກິດ, ພ້ອມດ້ວຍຄູອາຈານຈາກ ສລ-ດ ແລະສໍາມະນາກອນຈາກແຕ່ລະພາກສ່ວນເຂົ້າຮ່ວມ.

ການແຂ່ງຂັນຂຽນແຜນທຸລະກິດດີເດັ່ນປະຈໍາປີ 2015-2016 ແມ່ນຈັດຂຶ້ນໂດຍການຮ່ວມມືກັນລະຫວ່າງສູນພັດທະນາຜູ້ປະກອບກິດຈະການລາວ-ອິນເດຍ, ກະຊວງສຶກສາທິການ-ກີລາ, ກົມສົ່ງເສີມວິສາຫະກິດຂະໜາດໜ້ອຍ ແລະຂະໜາດກາງກະຊວງອຸດສາຫະກໍາ ແລະການຄ້າ, ຈຸດປະສົງໃນການຈັດແຂ່ງຂັນດັ່ງກ່າວກໍເພື່ອສົ່ງເສີມຜູ້ປະກອບກິດຈະການໃໝ່.

ສໍາລັບການແຂ່ງຂັນນັ້ນມີສໍາມະນາກອນຈາກພາກສ່ວນຕ່າງໆ ເຂົ້າຮ່ວມແຂ່ງຂັນທັງໝົດ 30 ຄົນ ຊຶ່ງທັງໝົດນີ້ແມ່ນໄດ້ຮັບການຝຶກ ອົບຮົມກ່ຽວກັບໂຄງການກໍ່ສ້າງຜູ້ ປະກອບກິດຈະການໃໝ່ໃນລະຫວ່າງວັນທີ 3-13 ພຶດສະພາ 2016 ຜ່ານການຂຽນແຜນທຸລະກິດຜົນປາກົດວ່າທຸລະກິດຟາມປານິນຄໍາຂອງ ທ່ານ ວິພອນ ເພົ້າພອນດີ, ທຸລະກິດໂຕ້ຟາມລ້ຽງແບ້ຂອງທ່ານ ພູຊະນະ ພິຈິດຕະວົງ ແລະທຸລະກິດນໍ້າເຕົ້າຮູ້ແຟນຊີຂອງ ທ່ານ ນາງ ສຸກສະຫວັນ ວົງສະຫວ່າງ ໄດ້ຮັບລາງວັນຊະນະເລີດ.

ແນວໃດກໍດີ ຜູ້ຊະນະການຂຽນທັງ 3 ທ່ານນັ້ນແມ່ນໄດ້ຮັບລາງວັນເປັນເງິນທຶນຈໍານວນ 10 ລ້ານກີບຈາກສູນພັດທະນາຜູ້ປະກອບກິດຈະການລາວ-ອິນເດຍ, ສ່ວນຜູ້ທີ່ຂຽນບໍ່ຊະນະກໍໄດ້ຮັບລາງວັນຊົມເຊີຍເປັນເສື້ອຈໍານວນ 1 ໂຕ.

ທີ່ມາ:

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...