spot_img
Homeມູມໄອທີລາວບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 29 ມິຖຸນາ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 29 ມິຖຸນາ

Published on

ວັນທີ 29 ມິຖຸນາ ປີ 2000 ຫຼືມື້ນີ້ເມື່ອ 16 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Street Fighter III: 3rd Strike ເກມໄຟຕິ້ງຊື່ດັງຈາກຄ້າຍ Capcom ທີ່ເຄີຍເຮັດໃຫ້ກັບຕູ້ອາເຂດຢອດຫຼຽນມາກ່ອນໃນປີ 1999, ໂດຍພາກນີ້ຍັງເຄີຍສ້າງຕຳນານໜ້າໜຶ່ງໃຫ້ກັບວົງການເກມໄຟຕິ້ງ ແລະເຮັດໃຫ້ຊື່ຂອງທ່ານໄດໂກະ ອຸເມຮາຣາ ເປັນທີ່ຮູ້ຈັກກັນໃນບັນດາເກມເມີ້ນັບຕັ້ງແຕ່ນັ້ນມາ.

ສຳລັບລະບົບຂອງ Street Fighter III: 3rd Strike ຈະມີການເພີ່ມຕື່ມໃນສ່ວນຂອງໂຕລະຄອນມາອີກ 5 ໂຕ (ເພີ່ມຈາກພາກ 2nd Impact) ໄດ້ແກ່ Chun-Li, Q, Remi, Twelve ແລະ Makoto ພ້ອມກັບປັບໃຫ້ Akuma ເປັນໂຕລະຄອນທີ່ສາມາດຫຼິ້ນໄດ້ຕັ້ງແຕ່ເລີ່ມເກມໂດຍທີ່ບໍ່ຕ້ອງປົດລ໋ອກ ແລະມີການແນະນຳລະບົບໃໝ່ທີ່ຊື່ວ່າ Judgement System ທີ່ຈະຄຳນວນຄວາມສາມາດຂອງຜູ້ຊະນະແຕ່ລະແມັດ ໂດຍອີງຈາກປະສິດທິພາບໃນການບຸກ, ການຕັ້ງຮັບ ແລະລວມເຖິງເທັກນິກທີ່ໃຊ້ລະຫວ່າງສູ້.

Fact ເລັກນ້ອຍກ່ຽວກັບເກມ Street Fighter III: 3rd Strike

  • ໃນບັນດາປະໂຫຍກທີ່ໂຕລະຄອນ Chun-Li ເວົ້າເວລາຊະນະການຕໍ່ສູ້ ຈະມີປະໂຫຍກໜຶ່ງທີ່ລາວອ້າງອີງເຖິງການ “ດຶກປະຫຼັກແຂນອອກໄປ” ເຊິ່ງແຟນໆຂອງ ຊີຣີ Street Fighter ໜ້າຈະຈື່ປະໂຫຍກໜຶ່ງກັນໄດ້ວ່າໃນ Street Fighter II ເຄີຍມີມຸກຕາຫຼົກທີ່ເປັນຂ່າວລືວ່າ Chun-Li ສາມາດດຶກປະຫຼັກແຂນໄປໂຈມຕີຄູ່ຕໍ່ສູ້ໃນໄລຍະໄກໄດ້ ໂດຍຂ່າວລືດັ່ງກ່າວນັ້ນ ສຸດທ້າຍທາງ Capcom ກໍເລີຍມີການປັບໃຫ້ Chun-Li ມີທ່າໄມ້ຕາຍໂຈມຕີໄລຍະໄກທີ່ຊື່ວ່າ: “Kikkoken” ທີ່ເປັນການປ່ອຍພະລັງອອກຈາກຝາມື ເຊິ່ງທ່າ Kikkoken ນີ້ມີໃຫ້ເຫັນຄັ້ງທຳອິດໃນ Street Fighter II Turbo ນັ້ນເອງ

  • ພາກນີ້ມີຊື່ເຕັມວ່າ Street Fighter III: 3rd Strike – Fight for the Future ແລະເປັນພາກຍ່ອຍທີ 3 ຂອງ Street Fighter III ໂດຍ 2 ພາກກ່ອນໜ້ານີ້ຈະໃຊ້ຊື່ວ່າ Street Fighter III: New Generation ແລະ Street Fighter III: 2nd Impact – Giant Attack ຕາມລຳດັບ ແລະຖ້ານັບລວມ Street Fighter III: 3rd Strike Online Edition ນຳ ກໍຈະເທົ່າກັບວ່າຊີຣີ Street Fighter III ນັ້ນມີພາກຍ່ອຍທັງໝົດ 4 ພາກດ້ວຍກັນ.

  •  ຫາກນັບກັນຕາມ Timeline ຂອງເນື້ອເລື່ອງແລ້ວ ເຫດການໃນ Street Fighter III ຈະເກີດເປັນລຳດັບຫຼັງສຸດ ໂດຍສາມາດລຽນຕາມລຳດັບໄດ້ດັ່ງນີ້:

1. Street Fighter

2. Street Fighter Alpha (ຫຼື Street Fighter Zero ໃນເວີຊັ່ນຍີ່ປຸ່ນ)

3. Street Fighter II

4. Street Fighter IV

5. Street Fighter V

6. Street Fighter III

  • Street Fighter III: 3rd Strike ເຄີຍຖືກຈັດອັນດັບໂດຍ Complex ເຊິ່ງເປັນວາລະສານຊື່ດັງແນວ Lifestyle ຈາກສະຫະລັດອາເມຣິກາວ່າເປັນເກມໄຟຕິ້ງທີ່ດີຫຼາຍແລະເປັນອັນດັບ 11 ເຊິ່ງຈັດອັນດັບໄປເມື່ອປີ 2013 ທີ່ຜ່ານມາ

  • ສຳລັບໃຜທີ່ມີໂອກາດໄດ້ຫຼິ້ນໂໝດ Trial ໃນ Street Fighter III: 3rd Strike Online Edition ເທິງເຄື່ອງ PS3 ແລະ Xbox 360 ຈະພົບວ່າ 10 ພາລະກິດສຸດທ້າຍຂອງ Trial ທີ່ໃຫ້ເຮົາຝຶກການ Parry ນັ້ນມີຊື່ວ່າ EVO Moment #37 ເຊິ່ງຈະເປັນການທົດສອບສຸດມະຫາໂຫດທີ່ຜູ້ຫຼິ້ນຈະຕ້ອງເຮັດການ Parry ແບບຕໍ່ເນື່ອງໃຫ້ໄດ້ຄືກັນກັບທ່ານ ໄດໂກະ ອຸເມຮາຣາ (Daigo Umehara) ຮອງແຊ້ມຈາກການແຂ່ງຂັນ EVO 2004 ໄດ້ໃຊ້ທ່າ Parry ຕັ້ງຮັບທ່າໄມ້ຕາຍຂອງ Chun-Li ທີ່ຫຼິ້ນໂດຍ ຈັສຕິນ ຫວ່ອງ (Justin Wong) ກ່ອນທີ່ຈະສວນກັບຈົນຊະນະໄປໃນທີ່ສຸດ. ທັງນີ້ ການແຂ່ງຂັນດັ່ງກ່າວໄດ້ຖືກຂະໜານນາມວ່າ: “The Daigo Incident” ແລະໄດ້ຮັບການຍົກໃຫ້ເປັນ 1 ໃນການແຂ່ງຂັນທີ່ດີທີ່ສຸດຕະຫຼອດການຂອງວົງການເກມໄຟຕິ້ງຈົນເຖິງຍຸກປັດຈຸບັນນີ້ (ສຳລັບໃຜທີ່ຕ້ອງການເບິ່ງ The Daigo Incident ເຮົາມີຄລິບໃຫ້ເບິ່ງທີ່ດ້ານລຸ່ມນີ້)

https://youtu.be/Lq1ey4-ewyQ

ທີ່ມາ:online station,ເດັກລາວ

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...