Homeຂ່າວຕ່າງປະເທດເສດຖະກິດຫວຽດນາມ ຂະຫຍາຍຕົວຊ້າລົງຈາກຕະຫຼາດໂລກ ໄພແລ້ງ ແລະ ປາຕາຍ

ເສດຖະກິດຫວຽດນາມ ຂະຫຍາຍຕົວຊ້າລົງຈາກຕະຫຼາດໂລກ ໄພແລ້ງ ແລະ ປາຕາຍ

Published on

ສຳນັກງານສະຖິຕິແຫ່ງຊາດຫວຽດນາມລາຍງານວ່າ ເສດຖະກິດຫວຽດນາມຂະຫຍາຍຕົວຊ້າລົງໃນເຄິ່ງປີທຳອິດຂອງປີ 2016 ໂດຍໄດ້ຜົນກະທົບຈາກບັນຫາໄພແລ້ງຮຸນແຮງ ບັນຫາປາຕາຍຄັ້ງໃຫຍ່ ແລະ ພາວະຕະຫຼາດໂລກປັ່ນປ່ວນ.

ລວມຍອດຜະລິດຕະພັນພາຍໃນປະເທດ ຫຼື ຈີດີພີ ຕົກລົງມາ 5,52% ໃນຊ່ວງ 6 ເດືອນທຳອິດທຽບກັບ 6,32% ໃນຊ່ວງດຽວກັນຂອງປີຜ່ານມາ ເສດຖະກິດຫວຽດນາມເຄີຍຂະຫຍາຍຕົວວ່ອງໄວທີ່ສຸດໃນຮອບ 5 ປີ ເມື່ອປີ 2015 ຊຶ່ງເປັນເພາະການສົ່ງອອກຄຶກຄັກ ແລະ ເງິນລົງທຶນຈາກຕ່າງປະເທດຫລັ່ງໄຫລເຂົ້າຫວຽດນາມ ຖະແຫລງການສຳນັກງານສະຖິຕິຫວຽດນາມລະບຸວ່າ ສະຖານະການການຄ້າ ການລົງທຶນ ຕະຫຼາດເງິນ ແລະ ຕະຫຼາດທຶນໃນເສດຖະກິດໂລກ ສົ່ງຜົນກະທົບຕໍ່ເສດຖະກິດຫວຽດນາມນຳ ນອກຈາກນີ້ການຜະລິດພາຍໃນປະເທດຍັງໄດ້ຮັບຜົນກະທົບຈາກໄພແລ້ງຮຸນແຮງທີ່ສຸດໃນຮອບຫຼາຍສິບປີ ສົ່ງຜົນຕໍ່ການປູກເຂົ້າ ແລະ ກາເຟ ຄິດເປັນມູນຄ່າ 681 ລ້ານໂດລາ ລວມທັງເຫດປາຕາຍຫຼາຍໂຕນລອຍເຕັມຫາດຊາຍຄັ້ງໃຫຍ່ຊຶ່ງຍັງຫາສາເຫດບໍ່ໄດ້.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...