spot_img
Homeຂ່າວເຫດການນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເຂົ້າຢ້ຽມຂໍ່ານັບເຈົ້າຊີວິດຣາຊະອານາຈັກກຳປູເຈຍ

ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເຂົ້າຢ້ຽມຂໍ່ານັບເຈົ້າຊີວິດຣາຊະອານາຈັກກຳປູເຈຍ

Published on

ມື້ທີສອງຂອງການຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຂອງທ່ານ ທອງລຸນ ສີສຸລິດ ນາ ຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມພັນລະຍາ ແລະ ຄະນະໄດ້ເຂົ້າຢ້ຽມຂໍ່ານັບ ພະມະຫາກະສັດ ໂນໂຣດົມ ສີຫາໂມນີ ເຈົ້າຊີວິດແຫ່ງຣາຊະອານາຈັກ ກຳປູເຈຍ ໃນຕອນເຊົ້າວັນທີ 28 ມິຖຸນານີ້ ທີ່ພະລາດຊະວັງ ນະຄອນຫລວງ ພະນົມເປັນ.

ໃນໂອກາດອັນອົບອຸ່ນນີ້, ພະມະຫາກະສັດໂນໂຣດົມ ສີຫາໂມນີ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມພັນລະຍາ ແລະ ຄະນະມາຢ້ຽມຢາມຣາຊະອາ ນາຈັກກຳປູເຈຍຄັ້ງນີ້ ເຊິ່ງເປັນການຢ້ຽມຢາມທີ່ມີຄວາມໝາຍຄວາມສຳຄັນໃນການເພີ່ມທະວີຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ມີມາແຕ່ດົນນານລະຫວ່າງສອງປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ທ່ານທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງພະມະ ຫາກະສັດໂນໂຣດົມ ສີຫາໂມນີ, ພ້ອມທັງໄດ້ແຈ້ງຜົນການພົບປະກັບນາຍົກລັດຖະມົນຕີ ຮຸນແຊນ ຊາບວ່າ: ສອງຝ່າຍໄດ້ຕີລາຄາການພົວພັນ ແລະ ການຮ່ວມມື ມີການຂະ ຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຄະ ນະຜູ້ແທນຂັ້ນປະມຸກລັດ, ຫົວໜ້າລັດຖະບານ ແລະ ຂະແໜງການຕ່າງໆຂອງສອງປະເທດເປັນປົກກະຕີ, ເພີ່ມທະວີການຮ່ວມມືການຈັດຕັ້ງປະຕິບັດບັນດາສັນຍາ ແລະ ຂໍ້ຕົກລົງຕ່າງໆທີ່ສອງຝ່າຍໄດ້ຕົກລົງກັນໃຫ້ເກີດດອກອອກຜົນ ແລະ ເປັນຮູບປະທຳ; ສືບຕໍ່ເພີ່ມທະວີການຮ່ວມມື ໃນການຮັກສາຄວາມສະຫງົບ,ສະ ກັດກັ້ນການເຄື່ອນໄຫວຂອງຄົນບໍ່ດີ, ການລັກລອບຂົນສົ່ງ-ຄ້າຂາຍຢາເສບຕິດ ແລະ ປະກົດການຫຍໍ້ທໍ້ ອື່ນໆເພື່ອຮັກສາສັນຕິພາບ, ສະຖຽນລະພາບລຽບຕາມຊາຍແດນສອງປະເທດ. ສອງຝ່າຍເຫັນທີ່ຈະເປີດດ່ານສາກົນໜອງນົກຂຽນ-ຕຣາປຽງກຣຽນ ຢ່າງເປັນທາງການໃນທ້າຍປີນີ້.

ໃນໂອກາດຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ທ່ານນາຍົກລັດຖະມົນຕີແຫ່ງສປປ ລາວ ໄດ້ພົບປະກັບ ສົມເດັດ ເຮັງຊຳຣິນ ປະທານສະພາແຫ່ງຊາດກຳປູເຈຍ, ພົບປະກັບສົມເດັດ ຊາຍຊຸມປະທານສະພາສູງ ຣາຊະອານຈັກ ກຳປູເຈຍ ອີກດ້ວຍ.

ທີ່ມາ: ລາວພັດທະນາ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...