spot_img
HomeມູມໄອທີລາວNubia Z11 ເປີດໂຕຢ່າງເປັນທາງການແລ້ວ ໂດຍໄຮ້ວີ່ແວວໂຣນັນໂດ້

Nubia Z11 ເປີດໂຕຢ່າງເປັນທາງການແລ້ວ ໂດຍໄຮ້ວີ່ແວວໂຣນັນໂດ້

Published on

​ໃນທີ່ສຸດກໍເຖິງມື້ເປີດໂຕຢ່າງເປັນທາງການສຳລັບສະມາດໂຟນເຮືອທຸງລຸ້ນໃໝ່ຈາກ Nubia ທີ່ກ່ອນໜ້ານີ້ທາງບໍລິສັດໄດ້ສົ່ງບັດເຊີນຮ່ວມງານເປີດໂຕທີ່ມີນັກເຕະບານຊື່ດັງແບບໂຣນັນໂດ້ມາເປັນພຣີເຊັນເຕີ້ໃຫ້, ໃນມື້ນີ້ເອງກໍປະກາດເປີດໂຕຢ່າງເປັນທາງການແລ້ວໂດຍເປັນໂທລະສັບມືຖືທີ່ມີນາມວ່າ: Nubia Z11 ຈັດຂຶ້ນທີ່ກຸງປັກກິ່ງ ປະເທດຈີນ. (ເຊິ່ງໄຮ້ວີ່ແວວຂອງໂຣນັນໂດ້ 55+).

ຮູບບັດເຊີນງານເປີດໂຕ
                                        ຮູບບັນເຊີນງານເປີດໂຕ

ສຳລັບໂຕເຄື່ອງຂອງ Nubia Z11 ຖືວ່າອອກແບບມາໄດ້ຢ່າງສວຍງາມມີຄວາມພຣີມ້ຽມໃນໂຕ, ໜ້າຈໍມີຂອບສີດຳໜ້ອຍລົງ ແລະມີການຈັດການເລື່ອງຂອງໜ້າຈໍໃຫ້ຄອບຄຸມໂຕເຄື່ອງໄດ້ເຖິງ 81%, ໂຕເຄື່ອງມີຂະໜາດສັດສ່ວນຢູ່ທີ່ 151.8 x 72.3 x 7.5 ມມ ແລະໜັກປະມານ 162 ກຣາມ. ທາງດ້ານຂອງຈໍແມ່ນໃຊ້ຈໍ LCD ຂະໜາດ 5.5 ນິ້ວ, ຄວາມລະອຽດ FullHD (1920 x 1080 ພິກເຊວ) ແລະເປັນຈໍໂຄ້ງ 2.5D. ນອກນີ້ຍັງສາມາດປັບແສງຂອງຈໍຂຶ້ນໄດ້ສູງເຖິງ 500 nit, ຈໍມີມຸມມອງທີ່ກວ້າງ, ປ້ອງກັນແສງສະທ້ອນ ແລະໜ້າຈໍຍັງມາພ້ອມກັບເທັກໂນໂລຢີ FiT edge touch ເຊິ່ງເປັນລຸ້ນໃໝ່ທີ່ພັດທະນາມາຈາກລຸ້ນກ່ອນທີ່ເປີດໂຕພ້ອມກັບ Nubia Z9 ປີແລ້ວນີ້.

ສ່ວນດ້ານສະເປັກຂອງ Nubia Z11 ແມ່ນໃຊ້ງານຊິບປະມວນຜົນ Snapdragon 820 ຄວາມແຮງຢູ່ທີ່ 2.15GHz ພ້ອມກັບເທັກໂນໂລຢີ TruSignal ທີ່ທາງ Nubia ແລະ Qualcomm ຮ່ວມກັນພັດທະນາ, ດ້ວຍເທັກໂນໂລຢີນີ້ຈະຊ່ວຍເຮັດໃຫ້ເສົາສັນຍານມີປະສິດທິພາບຂຶ້ນເພື່ອຫຼຸດຜ່ອນເລື່ອງສັນຍານຂາດຫາຍ 30%, ເພີ່ມຄວາມໄວອິນເຕີເນັດ 40% ແລະຫຼຸດຜ່ອນເລື່ອງການໃຊ້ພະລັງງານເມື່ອເຊື່ອມຕໍ່ເນັດ 20%. ໂດຍໂຕເຄື່ອງຈະແບ່ງອອກເປັນ 2 ລຸ້ນຄື: ລຸ້ນ RAM 4GB + ROM 64GB ແລະ ລຸ້ນ RAM 6GB + ROM 128GB. ທັງ 2 ລຸ້ນສາມາດເພີ່ມ MicroSD ໄດ້ສູງສຸດ 200GB. ນອກນີ້ກໍຍັງຮອງຮັບ 2 ຊິມພ້ອມທັງສາມາດສະແຕນບາຍ 4G+ ໄດ້ທັງ 2 ຊິມ ແລະຮອງຮັບ VoLTE.

ເລື່ອງຂອງກ້ອງ Nubia Z11 ເອງກໍບໍ່ເປັນຮອງເພາະມາພ້ອມກັບກ້ອງຫຼັງຄວາມລະອຽດ 16 ລ້ານພິກເຊວ, ໃຊ້ເຊັນເຊີ້ກ້ອງ Sony IMX298 ນອກນີ້ກໍມາພ້ອມກັບເລນ 6P, Blue glass IR filter, f/2.0, OIS, PDAF ແລະເທັກໂນໂລຢີ NeoVision 6.0 ຂອງບໍລິສັດເອງ. ສຳລັບກ້ອງໜ້ານັ້ນໃຫ້ຄວາມລະອຽດມາ 8 ລ້ານພິກເຊວ ພ້ອມກັບ f/2.4 ແລະເລນມຸມກວ້າງ 80 ອົງສາ.

ທາງດ້ານຂອງຊ໋ອບແວຣ໌ກໍມາພ້ອມກັບລະບົບ Android 6.0.1 ຄອບດ້ວຍ Nubia UI 4.0. ແບັດເຕີຣີໃຫ້ມາ 3000mAh ພ້ອມກັບເທັກໂນໂລຢີ NeoPower ແລະຮອງຮັບການສາກໄວຢູ່ທີ່ 9V 2A. ສ່ວນດ້ານຫຼັງໂຕເຄື່ອງຈະມີເຊັນເຊີ້ສະແກນນິ້ວມືຕິດຕັ້ງຢູ່ ເຊິ່ງສາມາດສະແກນໄດ້ໄວເຖິງ 0.1 ວິນາທີ.

ສຳລັບລາຄາຂອງ Nubia Z11 ແບ່ງຕາມນີ້: 

  • Nubia Z11 ລຸ້ນທຳມະດາ ມາພ້ອມກັບ ROM 4GB+ ROM 64GB ລາຄາເລີ່ມຕົ້ນຢູ່ທີ່ 2499 ຢວນ (3.050.000 ກີບ)
  • Nubia Z11 ລຸ້ນພຣີມ້ຽມ ມາພ້ອມກັບ RAM 6 GB + ROM 128GB ລາຄາເລີ່ມຕົ້ນຢູ່ທີ່ 3499 ຢວນ (4.270.000 ກີບ). 

ສຳລັບໂຕເຄື່ອງຕອນນີ້ແມ່ນເລີ່ມເປີດໃຫ້ສັ່ງຈອງກັນແລ້ວ ແລະຈະເລີ່ມວາງຂາຍໃນວັນທີ 6 ກໍລະກົດນີ້ ເວລາ 10:00 AM. ນອກຈາກ 2 ລຸ້ນດ້ານເທິງນີ້ແລ້ວຍັງມີລຸ້ນພິເສດອີກ 1 ລຸ້ນຄື: Nubia Z11 C. Ronaldo special edition ແຕ່ທາງບໍລິສັດຍັງບໍ່ໄດ້ເປີດເຜີຍເລື່ອງລາຄາ ແລະມື້ວາງຈຳໜ່າຍຂອງລຸ້ນດັ່ງກ່າວໃນຕອນນີ້.

ທີ່ມາ: gizmochina,ເດັກລາວ

ບົດຄວາມຫຼ້າສຸດ

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...

ເສຍຊີວິດ 63 ຄົນ ເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ຟິລິບປິນ ທາງການເຕືອນອາດຈະເກີດສຶນາມິຕາມມາອີກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 63...

ການຂົນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ຖືວ່າເປັນນະຄອນຫຼວງແຫ່ງ ສປປ ລາວ ທີ່ມີລະບົບການຂົນສົ່ງສາທາລະນະທີ່ອ້ອມຮອບ ເນື່ອງຈາກມີລົດເມໄວ້ຄອຍໃຫ້ບໍລິການຢູ່ຫຼາຍເຂດ ຕັ້ງແຕ່ໃນຕົວເມືອງຈົນໄປຮອດນອກຕົວເມືອງ ເພື່ອຄວາມສະດວກສະບາຍໃນການໄປ-ມາ ຂອງປະຊາຊົນເວົ້າລວມ ເວົ້າສະເພາະກໍຄືຜູ້ທີ່ອາໄສໃນນະຄອນຫຼວງວຽງຈັນໃນແຕ່ລະມື້. ນອກຈາກນີ້, ໃນປີ 2026 ກໍຈະເປີດໃຫ້ບໍລິການສຳລັບລົດເມໂດຍສານດ່ວນພິເສດ...