Homeມູມໄອທີລາວຫຼຸດສະເປັກເຄື່ອງ Vivo X7 ຜ່ານ GFXBench 

ຫຼຸດສະເປັກເຄື່ອງ Vivo X7 ຜ່ານ GFXBench 

Published on

ຫຼ້າສຸດນີ້ມີຂໍ້ມູນຂອງສະເປັກເຄື່ອງ Vivo X7 ອອກມາຜ່ານເວັບໄຊ GFXBench ຫຼັງຈາກທີ່ໄດ້ຮັບການຢືນຢັນຢ່າງເປັນທາງການຜ່ານ TENAA. ເຊິ່ງຂໍ້ມູນທີ່ຫຼຸດອອກມາແມ່ນເປັນຂໍ້ມູນກ່ຽວກັບໂຕເຄື່ອງ ແລະສາມາດຢືນຢັນສະເປັກໄດ້ເລີຍວ່າຈະເປີດໂຕອອກມາເປັນສະເປັກນີ້ແນ່ນອນ. 

ສຳລັບຂໍ້ມູນດັ່ງກ່າວນີ້ເຜີຍໃຫ້ເຫັນວ່າ Vivo X7 ແມ່ນມາພ້ອມໜ້າຈໍຂະໜາດ 5.2 ນິ້ວ, ຄວາມລະອຽດ FHD (1920 x 1080 ພິກເຊວ), ໃຊ້ງານຊິບປະມວນຜົນ Snapdragon 652 ຄວາມແຮງຢູ່ທີ່ 1.8GHz ມາພ້ອມກັບ GPU Adreno 510, RAM 4GB, ພື້ນທີ່ຈັດເກັບ 64GB, ໃນສ່ວນຂອງກ້ອງ ກ້ອງໜ້າຈະມີຄວາມລະອຽດຫຼາຍກວ່າກ້ອງຫຼັງຄື: 16 ລ້ານພິກເຊວ ແລະກ້ອງຫຼັງ 13 ລ້ານພິກເຊວ. (ເວົ້າໄດ້ວ່າເອົາໃຈຄົນມັກເຊວຟີ້ດີດີນີ້ເອງ)

ຖືວ່າສະເປັກນັ້ນຈັດມາເຕັມເລີຍສຳລັບສະມາດໂຟນລະດັບກາງລຸ້ນນີ້, ແຕ່ສິ່ງດຽວທີ່ໜ້າເສຍດາຍສຳລັບ Vivo X7 ນັ້ນກໍຄືຍັງໃຊ້ງານລະບົບ Android 5.1.1 Lollopop ຢູ່ຖືວ່າເກົ່າແລ້ວສຳລັບປີ 2016. ເພາະວ່າປີນີ້ກໍເປັນປີທີ່ຫຼາຍໆບໍລິສັດເລີ່ມຫັນອັບເກຣດມາເປັນ Android 6 ກັນແລ້ວ ແລະຕອນນີ້ Google ພັດທະນາ Android N ໄປໄດ້ລະດັບໜຶ່ງແລ້ວ. ແຕ່ເຖິງຢ່າງໃດກໍຕາມລາຄາໂຕເຄື່ອງຄາດວ່າຈະອອກມາປະມານບໍ່ເກີນ 3.500.000 ກີບ ເພາະລາຄາລະດັບນີ້ຍັງມີອີກລຸ້ນໜຶ່ງຂອງ Vivo ຄື V3 Max ທີ່ສະເປັກຢູ່ໃນລະດັບດຽວກັນ.
ທີ່ມາ:gizmochina,ເດັກລາວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...