Homeສຸຂະພາບ ແລະ ສີ່ງແວດລ້ອມໂຣກວຸ້ນຕາເສື່ອມອັນຕະລາຍ! ຄົນທີ່ໃຊ້ຄອມພິວເຕີຕ້ອງອ່ານ

ໂຣກວຸ້ນຕາເສື່ອມອັນຕະລາຍ! ຄົນທີ່ໃຊ້ຄອມພິວເຕີຕ້ອງອ່ານ

Published on

ໂຣກວຸ້ນຕາເສື່ອມເປັນໂຣກທີ່ມັກເກີດກັບຄົຮສູງອາຍຸ ແຕ່ອາຍຸ 50 ປີຂຶ້ນໄປ ແຕ່ປັດຈຸບັນພົບວ່າໂຣກນີ້ກໍ່ສາມາດເກີດກັບໄວ້ລຸ້ນ ໄວກາງຄົນໄດ້ແລ້ວຍ້ອນພຶດຕິກຳການໃຊ້ຄອມພິວເຕີ້, ຫຼິ້ນເກມ, ເບິ່ງມືຖືວັນລະຫຼາຍຊົ່ວໂມງ
eye550
ຕົນທີ່ເປັນໂຣກວຸ້ນຕາເສື່ອມຈະມີອາການ ເມື່ອເວລາມືນຕາຂຶ້ນມາຈະເຫັນເປັນຄາບດຳໆເໝືອນໄຍຂີ້ເຫຍື້ອລອຍໄປລອມມາ ເປັນຄ້າຍຄືຄາບທີ່ຕິດແວ່ນ ໂດຍຈະເຫັນຄາບນີ້ໄດ້ຊັດເຈນເມື່ອເວລາທີ່ເຮົາແນມໄປເບິ່ງພາບພື້ນຫຼັງທີ່ມີສີຟ້າຂາວ, ສີຂາວ, ຝາຫ້ອງຂາວໆ ເຮົາກໍ່ຈະເຫັນຄາບດຳໆລອຍໄປລອຍມາທີ່ຕາຂອງເຮົາ

ໃນບາງຄົນອາດມີອາການຫຼາຍກວ່ານັ້ນຄື ປະສາດຕາສີກຂາດ ຈະເຫັນແສງແຟລໃນບ່ອນມືດ ບໍ່ວ່າຈະລັບຕາ ຫຼື ມືນຕາກໍ່ຕາມ ເຊິ່ງອາການນີ້ອັນຕະລາຍທີ່ສຸດ ແລະ ເຖິງຂັ້ນຕ້ອງໄດ້ຜ່າຕັດ ເຊິ່ງບໍ່ມີີສິ່ງໃດຮັບປະກັນວ່າຈະກັບມາດີຄືເກົ່າຕາຈະບໍ່ບອດ ຫຼື ບໍ່? ນ້ຳວຸ້ນໃນຕາ (Viteous Floaters) ເປັນພາວະເສື່ອມຂອງນ້ຳວຸ້ນ ເຊິ່ງເຮັດໜ້າທີ່ລໍ່ລ້ຽງໜ່ວຍຕາເມື່ອມີອາຍຸຫຼາຍຂຶ້ນ ຈະບໍ່ມີອັນຕະລາຍໃດໆ ແຕ່ຖ້າມີອາການດັ່ງນີ້ຕ້ອງຟ້າວໄປພົບແພດດ່ວນ
1. ຈຸດດຳ, ເສັ້ນດຳ, ໄຍຂີ້ຕາທີ່ເຫັນມີຈຳນວນຫຼາຍຈົນຜິດສັງເກດ (ຫຼາຍກວ່າ 10 ຈຸດ)
2. ຕາມົວລົງຢ່າງໄວວາ
3. ເໝືອນມີມ່ານສີດຳ ເທົາ ມາບັງສ່ວນໃດສ່ວນໜຶ່ງຂອງລານສາຍຕາ
4. ເຫັນເໝືອນໄຟແມັບໆເກືອບຕະຫຼອດເວລາທັງກາງເວັນ ແລະ ກາງຄືນ

ວຸ້ນໃນສາຍຕາ ບໍ່ມີຫຼັກຖານທາງວິທະຍາສາດທີ່ບົ່ງບອກກ່ຽວກັບການໃຊ້ສາຍຕາ ຫຼື ຈໍຊະນິດໃດກໍ່ຕາມ ພາວະນີ້ທຸກຄົນໜີບໍ່ພົ້ນຢູ່ແລ້ວ ແຕ່ຂຶ້ນຢູ່ກັບວ່າໃຜຈະເປັນໄວ ຫຼື ເປັນຊ້ານັ້ນເອງ ເພາະ aging change ມັນກໍ່ຄືກັບຜົມຫງອກນັ້ນເອງ ແລະ ພາວະທີ່ເຮັດໃຫ້ເກີດວຸ້ນຕາເສື່ອມໄວຕັ້ງແຕ່ອາຍຸຍັງນ້ອຍຈະມີສາເຫດເຊັ່ນ:
– ສາຍຕາສັ້ນ
– ເຄີຍໄດ້ຮັບການຜ່າຕັດກ່ຽວກັບຕາມາກ່ອນ
– ເຄີຍໄດ້ຮັບອຸບັດຕິເຫດທີ່ບໍລິເວນຫົວມາກ່ອນ

ຖ້າວຸ້ນຕາເສື່ອມຮ່ວມກັບຈໍຮັບພາບຈີກ ທາງແພດຈະປ້ອງກັນຈໍຮັບພາບຫຼຸດລອກດ້ວຍເລເຊີຣ ເພາະຖ້າຈໍພາບຫຼຸດອອກ ກໍ່ຈະກາຍເປັນເລື່ອງໃຫຍ່ ແລະ ມີການຮັກສາທີ່ຄ່ອນຂ້າງຫຍຸ້ງຍາກ ແຕ່ຖ້າວຸ້ນຕາເສື່ອມຢ່າງດຽວ ບໍ່ຕ້ອງເຮັດສິ່ງໃດນອກຈາກການກວດຕາບາງຄັ້ງຄາວຕາມຄຳແນະນຳຂອງແພດ

ການດູແລເມື່ອເກີດອາການວຸ້ນຕາເສື່ອມຂຶ້ນ 

1. ພະຍາຍາມຢ່າຄິດຫຼາຍ

2. ນອນພັກຜ່ອນໃຫ້ພຽງພໍ ຄວນນອນກ່ອນ 22:00ໂມງ ຍິ່ງດີ

3. ຢ່າອອກແຮງງານໜັກ

4. ຢ່າເຮັດວຽກຫັກໂຫມ

5. ພະຍາຍາມຢ່າຫັນໜ້າໄວ

6. ກິນອາຫານໃຫ້ຄົນສານອາຫານ 5 ໝູ່ ເຊັ່ນ: ວິຕາມິນ ແລະ ເກືອແຮ່…

7. ງົດການສູບຢາ

ທີ່ມາ: http://sukkapab.com/

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...