Homeເກັບຕົກ-ເລື່ອງແປກລີມິທີ ຈັດງານປະກວດແບ້ງາມ ລີທົວເນຍ

ລີມິທີ ຈັດງານປະກວດແບ້ງາມ ລີທົວເນຍ

Published on

ເມື່ອວັນທີ 27 ມິຖຸນາ 2016 ທີ່ຜ່ານມາ ຜູ້ຊື່ຂ່າວລາຍງານຈັດງານປະກວດແບ້ສວຍງາມຢ່າງຄຶກຄື້ນທີ່ໝູ່ບ້ານ ຣາມີກາລາ ໃນປະເທດລີທົວເນຍ ເພື່ອຄົນຫາແບ້ ທີ່ໜ້າຮັກທີ່ສຸດໃນຟາມລ້ຽງສັດທັງໝົດໃນໝູ່ບ້ານ

ງານໄດ້ເລີ່ມຂຶ້ນດ້ວຍການແຫ່ຂະບວນພາເຣດຂອງນັກດົນຕີ ມີການເຕັ້ນລຳ ແລະ ມີຜູ້ແຕ່ງກາຍເປັນພຣະຣາຊາ ແລະ ຣາຊີນີ ມາຄອຍຕ້ອນຮັບແບ້ ທີ່ເຂົ້າປະກວດໂດຍເຈົ້າຂອງແບ້ໄດ້ຈູງແບ້ຍ່າງເຂົ້າມາໃນງານ ທ່າມກາງຜູ້ທີ່ມາທ່ຽວຊົມໃນງານກວ່າ 500 ຄົນ ມີແບ້ເຂົ້າປະກວດທັງໝົດ 6 ໂຕ ທັງເພດຜູ້ ແລະ ເພດເມຍ ໂດຍເຈົ້າຂອງຈະແຕ່ງກາຍໃຫ້ໃຫ້ແບ້ຂອງເຂົາດ້ວຍເສື້ອຜ້າ ແລະ ປະດັບປະດາດ້ວຍດອກໄມ້ຢ່າງສວຍງາມ

ປີນີ້ແບ້ຊື່ ເດມີເຕ້ ໄວອາຍຸ 1ປີ 4 ເດືອນ ໄດ້ຮັບການສວມມົງກຸດໃນຕຳແໜ່ງແບ້ທີ່ໜ້າຮັກທີ່ສຸດປະຈຳເມືອງ ເປັນຄັ້ງທຳອິດ ຫຼັງຈາກ ເຟີດິນານດາສ ເພທເຄວິຊຽນ ສັດຕະວະແພດ ໄວອາຍຸ 74 ປີ ຜູ້ເປັນເຈົ້າຂອງ ເຄີຍສົ່ງມັນເຂົ້າປະກວດມາແລ້ວເຖິງ 6 ຄັ້ງ ແຕ່ທີ່ຜ່ານມາແມ່ນຕົກຮອບຕະຫຼອດ

042d04

 

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...