spot_img
Homeຂ່າວທ້ອງຖິ່ນສູນ​ການ​ຄ້າ​ທັນ​ສະ­ໄໝຊຽງ​ຂວາງສຳ­ເລັດ 9%

ສູນ​ການ​ຄ້າ​ທັນ​ສະ­ໄໝຊຽງ​ຂວາງສຳ­ເລັດ 9%

Published on

ວັນທ 25 ມິ­ຖຸ­ນາຜ່ານມານີ້ ທ່ານ ສົມກົດ ມັງໜໍ່ເມກ ເຈົ້າ­ແຂວງໆຊຽງຂວາງ ພ້ອມດ້ວຍຄະ­ນະໄດ້ລົງກວດ­ກາໂຄງ­ການກໍ່­ສ້າງສູນການຄ້າທັນສະໄໝແຂວງຊຽງຂວາງເປັນການລົງ­ທຶນຂອງບໍ­ລິ­ສັດເອ­ກະຊົນຊາວຈີນຈາກແຂວງ ເຈີຈຽງທີ່ມາລົງ­ທຶນ ໂດຍແມ່ນບໍ­ລິ­ສັດຢູຢາວມິງຊຽງພລາສຕິກຈຳ­ກັດ.

ໂຄງ­ການກໍ່­ສ້າງສູນການຄ້າທັນສະ­ໄໝເປັນອາ­ຄານ 9 ຊັ້ນ ລວມມູນຄ່າການກໍ່­ສ້າງ 72 ຕື້ກວ່າກີບ ຫຼື ປະ­ມານ 9 ລ້ານໂດລາ ຊຶ່ງເລີ່ມລົງ­ມື ກໍ່­ສ້າງແຕ່ວັນທີ 25 ພຶດ­ສະ­ພາ 2016 ແລະຄາດວ່າຈະສຳ­ເລັດໃນປີ2018 ມາຮອດປະ­ຈຸບັນ ໜ້າວຽກ ໂດຍລວມປະ­ຕິ­ບັດໄດ້ 9%.

ໃນໂອ­ກາດນີ້ທ່ານເຈົ້າ­ແຂວງໆຊຽງຂວາງກໍໄດ້ ປຶກ­ສາຫາ­ລືກັບທ່ານ ຢາງ ຈ້ຽນຮົວ (Yang Jianhua) ປະ­ທານບໍ­ລິ­ສັດຢູຢາວມິງ ຊຽງພລາສຕິກຈຳ­ກັດ ຊຶ່ງທ່ານເຈົ້າ­ແຂວງໄດ້ສະ­ແດງຄວາມດີ­ໃຈຕໍ່ການລົງ­ທຶນກໍ່­ສ້າງໂດຍຖ້າໂຄງການນີ້ສຳ­ເລັດຈະເຮັດໃຫ້ຊາວຊຽງຂວາງມີສູນການຄ້າທີ່ທັນສະ­ໄໝໃນຕົວເມືອງໂພນສະຫວັນ ນອກນີ້ ຍັງເປັນການຕ້ອນ­ຮັບງານມະຫະກຳກີ­ລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງເປັນເຈົ້າພາບ, ກຽມຮັບໄຫຫີນເປັນມໍ­ລະ­ດົກໂລກທີ່ນັກທ່ອງທ່ຽວຈະໄດ້ໃຊ້ຈ່າຍເພື່ອຊື້ສິ່ງຂອງທີ່ລະ­ນຶກຈາກແຂວງຊຽງຂວາງ ເຮັດໃຫ້ແຂວງຊຽງຂວາງປ່ຽນໂສມໜ້າໃໝ່ທັນສະ­ໄໝຂຶ້ນເລື້ອຍໆ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...