Homeຂ່າວຕ່າງປະເທດຮືຮາ! ອິນເດຍຍິງຈະຫຼວດລູກດຽວສົ່ງດາວທຽມ 20 ດວງສູ່ອາວະກາດ

ຮືຮາ! ອິນເດຍຍິງຈະຫຼວດລູກດຽວສົ່ງດາວທຽມ 20 ດວງສູ່ອາວະກາດ

Published on

ເມື່ອວັນທີ 22 ມິຖຸນາ 2016 ທີ່ຜ່ານມາ ສຳນັກຂ່າວຕ່າງປະເທດລາວງາຍວ່າ ປະເທດອິນເດຍປະສົບຄວາມສຳເລັດໃນການປ່ອຍດາວທຽມຂຶ້ນສູ່ອາວະກາດພ້ອມກັນ 20 ດວງໃນພາລະກິດດຽວ ສ້າງສະຖິຕິປ່ອຍດາວທຽມພ້ອມກັນຫຼາຍທີ່ສຸດໃນປະຫວັດສາດໂຄງການອາວະກາດຂອງປະເທດອິນເດຍ ດາວທຽມດັ່ງກ່າວຖືກປ່ອຍຂຶ້ນຈາກທ່າອາວະ ກາດ ສີຫາໂຄດ ທາງພາກໃຕ້ຂອງອິນເດຍ ຂະນະທີ່ມັນບັນຈຸນ້ຳໜັກຕັ້ງແຕ່ 1.5 ກິໂລກຣາມ ໄປຈົນເຖິງຫຼາຍກວ່າ 700 ກິໂລກຣາມ.

ຜູ້ສື່ຂ່າວບີບີຊີບອກວ່າ ນີ້ຖືເປັນພາລະກິດຄັ້ງສຳຄັນສຳລັບໂຄງການດ້ານອາວະກາດຂອງອິນເດຍ ເຊິ່ງການປ່ອຍດາວທຽມຫຼາຍດວງພ້ອມກັນບໍ່ພຽງຈະຫຼຸດຕົ້ນທຶນໃນການສົ່ງດາວທຽມຂຶ້ນສູ່ອາວະກາດ ແຕ່ຍັງເຮັດໃຫ້ອິນເດຍກ້າວຂຶ້ນໄປເປັນປະເທດທີ່ມີຂີດຄວາມສາມາດໃນການແຂ່ງຂັນສູງໃນຂະແໜງອຸດສະຫະກຳອີກດ້ວຍ

ຢ່າງໃດກໍ່ຕາມ ຣັສເຊຍຍັງເປັນເຈົ້າຂອງສະຖິຕິສົ່ງດາວທຽມຂຶ້ນສູ່ອາວະກາດໃນເທື່ອດຽວຫຼາຍທີ່ສຸດຄື 37 ດວງ ໃນປີ 2014 ຕາມດ້ວຍອົງການນາຊາຂອງສະຫະລັດອາເມລິກາທີ່ສົ່ງດາວທຽມຂຶ້ນສູ່ອາວະກາດໃນເທື່ອດຽວ 29 ດວງ

ທີ່ມາ: http://news.mthai.com/

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...