Homeສຸຂະພາບ ແລະ ສີ່ງແວດລ້ອມຜູ້ຍິງຄຽດງ່າຍກວ່າຜູ້ຊາຍ

ຜູ້ຍິງຄຽດງ່າຍກວ່າຜູ້ຊາຍ

Published on

ການຄຽດຄືຕົ້ນເຫດສຳຄັນຂອງການບີບໂຕຂອງຫົວໃຈ ແລະເສັ້ນເລືອດ ເຊິ່ງບໍ່ເປັນຜົນດີຕໍ່ຮ່າງ ກາຍແລະຈິດໃຈເລີຍ ໃນທາງການແພດເຊື່ອວ່າ ຄວາມຄຽດຈະເຮັດໃຫ້ເກີດອາການ ແລະນຳໄປສູ່ການເກີດເປັນໂລກຮ້າຍຕ່າງໆໄດ້ ຕັ້ງແຕ່ອາການປວດເມື່ອຍຕາມຮ່າງກາຍ ໄປຈົນເຖິງຂັ້ນເປັນມະເຮັງ.

ທີ່ນະຄອນນິວຢອກ ປະເທດສະຫະລັດອາເມຣິກາ ມີກຸ່ມສຳຫລວດຄວາມຄິດເຫັນສາທາລະນະເພື່ອການຕະຫລາດ ແລະສື່ມວນຊົນ ຊື່ “ໂຣເພີສະຕາດເວີນໄວ”ທຳການສຳຫລວດເລື່ອງຄວາມຄຽດອອກມາ ໂດຍການສຳຫລວດຈາກກຸ່ມຕົວຢ່າງໃນຫລາຍປະເທດ ຕາມພູມພາກຕ່າງໆທົ່ວໂລກ ປະມານ 30 ປະເທດ ມີທັງ ອາເມຣິກາ ອັງກິດ ເຢຍລະມັນ ຝຣັ່ງ  ຣັດເຊຍ ຮົງກາຣີ ອາຝຣິກາໃຕ້ ບາຊິນ ອາກຊັງຕິນ ຈີນ ອິນເດຍ ອິນໂດເນເຊຍ ຟີລິບປິນ ແລະອື່ນໆ.

ກຸ່ມຕົວຢ່າງທັງໝົດຈະມີປະມານ 30,000 ຄົນຢູ່ໃນໄວອາຍຸ 13-65 ປີ ເຊິ່ງກໍພົບວ່າ ກຸ່ມທີ່ມີຄວາມຄຽດຫລາຍທີ່ສຸດ ເຖິງໜຶ່ງໃນສີ່ຄືປະມານ 24 ເປີເຊັນຈະເປັນກຸ້ມແມ່ບ້ານທີ່ມີລູກຢູ່ໃນໄວກຳລັງໃຫຍ່ ທີ່ບໍ່ເກີນ 13 ປີ ທີ່ຕ້ອງເບິ່ງແຍງດູແລ ແລ້ວຕົນເອງກໍຕ້ອງອອກໄປເຮັດວຽກເປັນປະຈຳອີກດ້ວຍ ກຸ່ມນີ້ຈະມີຄວາມຄຽດເກີດຂຶ້ນທຸກມື້.

ສ່ວນກຸ່ມທີ່ມີຄວາມຄຽດນ້ອຍທີ່ສຸດ ໄດ້ແກ່ກຸ່ມເດັກສາວໄວລຸ້ນ ພວກນີ້ມີພຽງ 14 ເປີເຊັນເທົ່ານັ້ນທີ່ຈະເກີດຄວາມຄຽດ ຮອງຈາກນີ້ກໍຄືກຸ່ມ “ແມ່ແຕ່ຍັງສາວ” ທີ່ບໍ່ມີລູກລ້ຽງເທື່ອ ພວກນີ້ມີຄວາມຄຽດຢູ່ 17 ເປີເຊັນ.

ນອກຈາກນີ້ຍັງພົບວ່າ ຜູ້ຍິງໃນໄວຕ່າງໆຈະມີຄວາມຄຽດຫລາຍກວ່າຜູ້ຊາຍໃນໄວດຽວກັນ. ສາວໂສດມີຄວາມຄຽດຫລາຍກວ່າຊາຍໂສດໃນອັດຕາ 17 ຕໍ່ 12 ເປີເຊັນ ຜູ້ຍິງທີ່ແຕ່ງງານແລ້ວ ຈະຄຽດກວ່າຜູ້ຊາຍໂສດ 21 ຕໍ່ 17 ເປີເຊັນ ສ່ວນຄູ່ຜົວເມຍທີ່ຢູ່ຮ່ວມກັນ ຝ່າຍເມຍທີ່ມີຄວາມຄຽດມີ 24 ເປີເຊັນ ຝ່າຍຜົວມີພຽງ 19 ເປີເຊັນ.

ແມ່ໝ້າຍຈະມີຄວາມຄຽດ 21 ເປີເຊັນ ສ່ວນພໍ່ໝ້າຍພຽງແຕ່ 10 ເປີເຊັນ ໃນການຢ່າຮ້າງກັນຝ່າຍຍິງຈະເກີດຮູ້ສຶກຄຽດ 28 ເປີເຊັນ ຝ່າຍຊາຍພຽງ 20 ເປີເຊັນ ແລະຜູ້ຍິງທີ່ເຮັດວຽກໃນລະດັບຜູ້ບໍລິຫານຈະມີຄວາມຄຽດເປັນພິເສດ 23 ເປີເຊັນ ຝ່າຍຊາຍຈະຮູ້ສຶກຄຽດພຽງແຕ່ 19 ເປີເຊັນເທົ່ານັ້ນ.

ເປັນຫຍັງ ? ຜູ້ຍິງຈຶ່ງຮູ້ສຶກຄຽດຫລາຍກວ່າຜູ້ຊາຍ ຄຳຕອບກໍເພາະວ່າ ເພາະຜູ້ຍິງເປັນເພດທີ່ມີອາລົມອ່ອນໄຫວ ຊ່າງຈົດຈຳແລະເກັບເອົາເຫດການອ້ອມຂ້າງ ຫລືປະສົບການມາຄິດຫລາຍກວ່າຜູ້ຊາຍ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...