Homeຂ່າວພາຍ​ໃນສປປ ລາວ ຈູດທໍາລາຍຢາເສບຕິດຄັ້ງໃຫຍ່ພອ້ມສະແດງກໍາລັງຕ້ານ ແລະ ປາບປາມຢ່າງຈິງຈັງ

ສປປ ລາວ ຈູດທໍາລາຍຢາເສບຕິດຄັ້ງໃຫຍ່ພອ້ມສະແດງກໍາລັງຕ້ານ ແລະ ປາບປາມຢ່າງຈິງຈັງ

Published on

ໃນວັນທີ 25 ມີຖຸນານີ້, ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ, ກະຊວງປ້ອງກັນຄວາມສະຫງົບຄະນະກໍາມະການແຫ່ງຊາດເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ແລະ ນະຄອນຫຼວງວຽງຈັນ ຕາງໜ້າລັດຖະບານ ສປປ ລາວ ພ້ອມກັບປະຊາຊາດໃນໂລກ ຮ່ວມກັນຈັດພິທີຈູດທໍາລາຍຢາເສບຕິດ ເພື່ອສະຫຼອງວັນສາກົນຕ້ານຢາເສບຕິດ ຄົບຮອບ 29 ປີ(26 ມີຖຸນາ 1987-26 ມີຖຸນາ 2016), ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ສປປ ລາວ, ມີຜູ້ຮັກສາການອົງການສະຫະປະຊາຊາດເພື່ອການພັດທະນາປະຈໍາລາວ, ບັນດາການນໍາຂັ້ນສູນກາງ, ບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

168

ທ່ານ ພົນຕີ ສົມແກ້ວ ສີລາວົງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ກ່າວວ່າ: ໃນໄລຍະ 1 ປີຜ່ານມາ ກະຊວງປ້ອງກັນຄວາມສະຫງົບສປປ ລາວ ໄດ້ເອົາໃຈໃສ່ຕໍ່ການພົວພັນຮ່ວມມືກັບສາກົນ ໂດຍສະເພາະກັບບັນດາປະເທດເພື່ອນບ້ານໄກ້ຄຽງ ແລະ ສະມາຄົມອາຊຽນ ເພື່ອແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານນໍາກັນ ໂດຍໄດ້ເຂົ້າຮ່ວມໃນການປະຕິບັດໂຄງການຕ້ານອາສະຍາກໍາ ທີ່ມີສ່ວນພົວພັນກັບຢາເສບຕິດກັບ 5 ປະເທດທີ່ມີຊາຍແດນຮ່ວມກັນ ແລະ ສາມາດມ້າງຄະດີໄດ້ຫຼາຍກໍລະນີ. ສໍາລັບຢາເສບຕິດທີ່ນໍາມາຈູດທໍາລາຍຄັ້ງນີ້, ປະກອບມີ, ຢາບ້າ 4,348,611 ເມັດ, ກັນຊາແຫ້ງ 883 ກິໂລກຣາມ, ຢາໄອສ 1,92 ກິໂລກຣາມ, ເຮໂຣອິນ 34,8 ກິໂລກຣາມ ແລະ ແປ້ງຝຸ່ນເພື່ອປະສົມຜະລິດຢາເສບຕິດ 105,8 ກິໂລກຣາມ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ ລາວ ໄດ້ມີຄໍາເຫັນສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍທຸກພາກສ່ວນໃນທົ່ວສັງຄົມ ພ້ອມທັງບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ເຂົ້າຮ່ວມໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢູ່ ສປປ ລາວຢ່າງໄດ້ຮັບຜົນດີຕະຫຼອດມາ ແລະ ຍັງໄດ້ໃຫ້ທິດຊີ້ນໍາເພື່ອເຮັດໃຫ້ວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດໃຫ້ໄດ້ຮັບຜົນດີໃນຊຸມປີຕໍ່ໜ້າ. ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ສປປ ລາວ ພ້ອມບັນດາທູຕານຸທູດ ແລະ ແຂກຮັບເຊີນເຂົ້າຊົມການວາງສະແດງຮູບພາບຢາເສບຕິດທີ່ຍຶດໄດ້ ແລະ ໄດ້ມີການຈູດທໍາລາຍຢາເສບຕິດປະເທດຕ່າງໆ.

ສ່ວນຢາເສບຕິດທີ່ຈະຖືກຈູດທໍາລາຍໃນຂອບເຂດທົ່ວປະເທດປະຈໍາປີ 2016ນີ້, ມີຢາບ້າ 5,671,731 ເມັດ, ກັນຊາແຫ້ງ 3,673 ກິໂລກຣາມ, ຢາໄອສ 72,53 ກິໂລກຣາມ, ເຮໂຣອິນ 81,32 ກິໂລກຣາມ, ຝິ່ນດິບ 14,89 ກິໂລກຣາມ, ສາສະກັດຈາກຕົ້ນໄມ້ເພື່ອຜະລິດຢາເສບຕິດ 2,880 ລິດ ແລະ ແປ້ງຝຸ່ນເພື່ອປະສົມຜະລິດຢາເສບຕິດ 747,3 ກິໂລກຣາມ.

ທີ່ມາ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...