spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມໜ້າ 7 ຫຼັງ 7 ນັບແນວໃດຈິ່ງຈະບໍ່ຖືພາ

ໜ້າ 7 ຫຼັງ 7 ນັບແນວໃດຈິ່ງຈະບໍ່ຖືພາ

Published on

ການນັບຮອບປະຈຳເດືອນແມ່ນເລີ່ມຈາກການນັບເອົາວັນທຳອິດທີ່ມີປະຈຳເດືອນມາຈົນເຖິງວັນມີປະຈຳເດືອນຄັ້ງຕໍ່ໄປ ຮອບເດືອນປົກກະຕິສະເລ່ຍຄື 28 ວັນ ບາງຄົນຈະມີຮອບເດືອນສັ້ນກວ່າ ຄື 26 ວັນ ຫຼື ບາງຄົນຈະມີຮອບເດືອນທີ່ຍາວກວ່າຄື 32 ວັນ ສະນັ້ນເມື່ອເປັນປະຈຳເດືອນທຸກຄັ້ງຕ້ອງໄດ້ມີການສັງເກດ ແລະ ຈົດບັນທຶກໄວ້ທຸກເດືອນເພື່ອຄວາມປອດໄພຫຼີກລ່ຽງຈາກການຖືພາໂດຍບໍ່ໄດ້ຕັ້ງໃຈ ແຕ່ຂໍບອກໄວ້ເລີຍວ່າສູດການນັບໜ້າ 7 ຫຼັງ 7 ນີ້ຈະໃຊ້ໄດ້ຜົນສູງກັບແມ່ຍິງທີ່ມີຮອບປະຈຳເດືອນມາສະໝ່ຳສະເໝີເທົ່ານັ້ນ ສ່ວນແມ່ຍິງທີ່ມີຮອບປະຈຳເດືອນມາບໍ່ສະໜ່ຳສະເໝີ ຄືບາງເດືອນອາດມາໄວກ່ອນກຳນົດ ຫຼື ບາງເດືອນອາດມາຊ້າກ່ອນກຳນົດ ສູດນັບໄລຍະປອດໄພໜ້າ 7 ຫຼັງ 7 ນີ້ອາດຈະມີຄວາມສ່ຽງໃນການຖືພາຢູ່ ເພາະການຄາດເຄື່ອນໃນຊ່ວງໄລຍະໜ້າ 7 ວັນກ່ອນມີປະຈຳເດືອນມານັ້ນເອງ

vss2ຕົວຢ່າງສົມມຸດ: ນາງ ກ ປະຈຳເດືອນມາຕົງກັນທຸກເດືອນ ໂດຍວັນທຳອິດແມ່ນວັນທີ 8      

ຊ່ວງໄລຍະປອດໄພໜ້າ 7 ກໍ່ຄື ກ່ອນວັນທີ 8 ໄປ 7 ວັນຄື: 1 2 3 4 5 6 7

ຊ່ວງໄລຍະປອດໄພຫຼັງ 7 ວັນ ເລີ່ມນັບແຕ່ວັນທີ 8 ໄປອີກ 7ວັນຄື: 8 9 10 11 12 13 14

ສະນັ້ນໄລຍະປອດໄພທີ່ສາມາດມີເພດສຳພັນໂດຍບໍ່ມີການປ້ອງກັນ ແລະ ບໍ່ມີໂອກາດຖືພານັ້ນຄືຕັ້ງແຕ່ວັນທີ 1-14

ຊ່ວງໄລຍະປອດໄພຫຼັງ 7 ວັນນັ້ນ ໝາຍເຖິງການນັບຮວມເອົາວັນທີ່ລົງປະຈຳເດືອນພ້ອມ ເຊິ່ງໃນຊ່ວງວັນທີ່ລົງປະຈຳເດືອນເປັນຊ່ວງໄລຍະປອດໄພແຕ່ບໍ່ເໝາະສົມທີ່ຈະມີເພດສຳພັນ ແລະ ບໍ່ມີຄົນນິຍົມເຮັດ ເພາະມັນເປື້ອນ ແລະ ສ່ຽງຕໍ່ການເກີດພະຍາດຕິດຕໍ່ທາງເພດສຳພັນໄດ້ງ່າຍ

ນັບວັນຕົກໄຂ່ ເຮັດແບບໃດ 

ການນັບວັນຕົກໄຂ່ ສາມາດໃຊ້ໄດ້ກັບຄົນທີ່ມີປະຈຳເດືອນມາຕົງກັນທຸກເດືອນເທົ່ານັ້ນ ເພາະຖ້າຜູ້ມີປະຈຳເດືອນມາບໍ່ຕົງກັນໃນແຕ່ລະເດືອນຈະເກີດຄວາມຄາດເຄື່ອນເຮັດໃຫ້ການນັບວັນຕົກໄຂ່ຜິດພາດໄດ້ ເຊິ່ງປົກກະຕິແລ້ວແມ່ຍິງເຮົາຈະມີຊ່ວງໄຂ່ຕົກຢູ່ທີ່ 2 ອາທິດກ່ອນເປັນປະຈຳເດືອນ ຖ້າຫາກບໍ່ຮູ້ວ່າຕົວເອງມີຊ່ວງໄຂ່ຕົກເມື່ອໃດ ກໍ່ສາມາດສັງເກດໃນຄັ້ງທຳອິດໄດ້ດ້ວຍການສັງເກດເມືອກທີ່ປາກມົດລູກຫາກພົບເມືອກທີ່ປາກມົດລູກຕິດຕໍ່ກັນ 2 ວັນ ນັ້ນແປວ່າສາວໆ ກຳລັງຢູ່ໃນຊ່ວງຈະເລີນພັນ ສິ່ງທີ່ຄວນເຮັດຄືຫຼີກລ່ຽງການມີເພດສຳພັນໂດຍບໍ່ປ້ອງກັນ

ທີ່ມາ: http://health.kapook.com/view127382.html

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...