spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອາການເລີ່ມຕົ້ນຂອງມະເຮັງຕ່ອມນ້ຳເຫຼືອງ ກວດສຸຂະພາບກ່ອນສາຍເກີນໄປ

ອາການເລີ່ມຕົ້ນຂອງມະເຮັງຕ່ອມນ້ຳເຫຼືອງ ກວດສຸຂະພາບກ່ອນສາຍເກີນໄປ

Published on

ເນື່ອງຈາກອາການມະເຮັງຕ່ອມນ້ຳເຫຼືອງ ຄ້າຍຄືກັບອາການອື່ນໆທີ່ພົບໄດ້ໃນພາວະການຕິດເຊື້ອພູມແພ້ ດັ່ງນັ້ນຈິ່ງມີຜູ້ປ່ວຍບາງສ່ວນທີ່ບໍ່ໄດ້ຮັບການວິໄຈ ຫຼືຮັບການຮັກສາທີ່ຖືກຕ້ອງແຕ່ເບື້ອງຕົ້ນ ໂດຍທົ່ວໄປອາການຂອງມະ ເຮັງຕ່ອມນ້ຳເຫຼືອງມັກຈະກິນເວລາດົນນານ ແລະ ບໍ່ສາມາດອະທິບາຍໄດ້ຈາກສາເຫດອື່ນ ສະນັ້ນວັນນີ້ພວກເຮົາເລີຍມີອາການເບື້ອງຕົ້ນຂອງການເປັນມະເຮັງຕ່ອມນ້ຳເຫຼືອງ ມາໃຫ້ທ່ານກວດສຸຂະພາບກ່ອນສາຍເກີນໄປ

ອາການຂອງມະເຮັງຕ່ອມນ້ຳເຫຼືອງທີ່ພົບໄດ້ເລື່ອຍໆ
– ການພົບກ້ອນທີ່ບໍລິເວນຕ່າງໆຂອງຮ່າງກາຍເຊັ່ນ: ທີ່ຄໍ, ຮັກແຮ້ ຫຼື ແງ່ມຂາ ໂດຍກ້ອນທີ່ເປັນມະເຮັງຕ່ອມນ້ຳເຫຼືອງນັ້ນຈະບໍ່ເຈັບ ເຊິ່ງຕ່າງຈາກການຕິດເຊື້ອທີ່ມັກມີອາການເຈັບໃນກ້ອນທີ່ພົບ
– ໄຂ້ ໜາວສັ່ນ
– ມີເຫື່ອອອກຫຼາຍຕອນກາງຄືນ
– ເບື່ອອາຫານ ແລະ ນ້ຳໜັກຫລຸດ
– ອ່ອນເພຍໂດຍບໍ່ຮູ້ສາເຫດ
– ໄອຊ້ຳເຮື້ອ ແລະ ຫາຍໃຈບໍ່ສະດວກ
– ຕ່ອມທອນຊິລໃຫຍ່
– ມີອາການຄັນທົ່ວຮ່າງກາຍ
– ປວດຫົວ (ພົບໃນມະເຮັງຕ່ອມນ້ຳເຫຼືອງໃນລະບົບປະສາດ)

ອາການຂອງມະເຮັງຕ່ອມນ້ຳເຫຼອງໃນໄລຍະລຸກລາມ

ໃນຜູ້ປ່ວຍບາງຄົນ ຈະພົບອາການປວດທີ່ຕ່ອມນ້ຳເຫຼືອງຫຼັງຈາກການດື່ມເຄື່ອງດື່ມທີ່ມີແອລກໍຮໍ ໃນຄົນທີ່ເປັນມະເຮັງຕ່ອມນ້ຳເຫຼືອງພາຍໃນຊ່ອງທ້ອງ ຈະມີອາການແໜ້ນທ້ອງ, ອາຫານບໍ່ຍ່ອຍ ຄຳເບິ່ງຈະພົບຄືກ້ອນເນື້ອໃນຊ່ອງທ້ອງອົມນ້ຳເຫຼືອງທີ່ໃຫຍ່ຈະມີຜົນຂ້າງຄຽງເຊັ່ນ: ຫຼອດເລືອດ ຫຼື ເສັ້ນປະສາດ ອາດເກີດອາການມຶນຊາ ຫຼື ບວມທີ່ຕາ, ແຂນ ແລະ ຂາໄດ້

ຢ່າງໃດກໍ່ຕາມຜູ້ປ່ວຍບາງຄົນອາດບໍ່ມີອາການໃດໆ ແຕ່ກວດພົບໂດຍເຄື່ອງມືແພດວ່າມີຕ່ອມນ້ຳເຫຼືອງໃຫຍ່

ລອງກວດສຸຂະພາບຕົວເອງເບິ່ງຖ້າຫາກມີອາການທີ່ກ່າວມາຂ້າງເທິງນີ້ຕ້ອງໄປພົບແພດເພື່ອເຂົ້າການຮັກສາດ່ວນ

ທີ່ມາ: http://www.thailymphoma.org/th/content.php?id=8

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...