Homeສຸຂະພາບ ແລະ ສີ່ງແວດລ້ອມຂີ້ມິ້ນຊ່ວຍແກ້ໄຂບັນຫາໂຣກກະດູກຜ່ອຍໄດ້.

ຂີ້ມິ້ນຊ່ວຍແກ້ໄຂບັນຫາໂຣກກະດູກຜ່ອຍໄດ້.

Published on

ການຮັບປະທານຂີ້ມິ້ນສາມາດຮັກສາໂຣກກະດູກຜ່ອຍໄດ້ ເຊິ່ງຜົງກະຫຼີທີ່ເຮົານຳມາໃຊ້ເປັນສ່ວນປະສົມໃນອາຫານຕ່າງໆກໍ່ເຮັດມາຈາກຂີ້ມິ້ນ ຫຼື ໃຊ້ເປັນເຄື່ອງເທດໃນອາຫານປະເພດຕ່າງໆເຊັ່ນ: ອາຫານປະເພດແກງກະຫຼີ່, ຂົ້ວປູໃສຜົງກະຫຼີ ແລະ ອື່ນໆອີກ ໂດຍໃນຜົງກະຫຼີທີ່ເຮັດຈາກຂີ້ມິ້ນນີ້ຈະມີສ່ວນຊ່ວຍປ້ອງກັນໂຣກກະດູກຂໍ້ອັກເສບ ແລະ ໂຣກກະດູກຜ່ອຍໄດ້.

osteoporosis-1

ໂດຍທີມນັກວິທະຍາສາດ ສະຫະລັດອາເມຣິກາ ຈາກມະຫາວິທະຍາໄລ ອະຣິໂຊນາ ລະບຸວ່າ: ຂີ້ມິ້ນ ສ່ວນໃຫຍ່ມັກໃຊ້ເປັນສ່ວນປະສົມໃນອາຫານປະເພດແກງເຜັດ ຫຼື ແກງສີເຫຼືອງທັງຫຼາຍ ໂດຍມີສັບພະຄຸນຊ່ວຍບໍາບັດພະຍາດໄດ້.
ໃນວົງການແພດເອເຊຍການໃຊ້ຂີ້ມິ້ນໃນການຮັກສາພະຍາດຕ່າງໆແມ່ນເຮັດມາເປັນເວລາດົນຫຼາຍຮ້ອຍປີແລ້ວເຊັ່ນ: ອາການອັກເສບ ແລະ ພົບວ່າ: ສານເຄີຣ໌ຄູມິນ ທີ່ຢູ່ໃນຂີ້ມິ້ນມີປະສິດທິພາບໃນການປ້ອງກັນການເກີດໂຣກຂໍ້ຕໍ່ອັກເສບໄດ້ ແລະ ຊ່ວຍຮັກສາອາການອັກເສບຂອງຜິວໜັງ ຫຼື ອາການບວມຂອງພະຍາດອຶ່ນໆນຳເຊັ່ນ: ພະຍາດຫອບຫືດ, ລໍາໄສ້ອັກເສບ ແລະ ພະຍາດກ່ຽວກັບກະດູກ.

ນອກນີ້ຍັງຊ່ວຍຫຼຸດອາການໄອໄດ້ອີກດ້ວຍ ໂດຍການຊອຍຂີ້ມິ້ນໃຫ້ເປັນປ່ຽງບາງໆແລ້ວນຳມາຈ້ຳເກືອເລັກໜ້ອຍຈະຊ່ວຍໃຫ້ຄໍຊຸມຊື່ນຂຶ້ນ ແລະ ບັນເທົາອາການໄອໄດ້ດີ ເຊິ່ງນີ້ເປັນສູດທີ່ຜູ້ເຖົ້າເພິ່ນແນະນຳມາ ແລະ ໃຊ້ມາແຕ່ບູຮານມາແລ້ວ ໂດຍເປັນວິທີທຳມະຊາດທີ່ໃຊ້ແລ້ວໄດ້ຜົນຕະຫຼອດ.

ທີ່ມາ: ຂ່າວເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...