spot_img
Homeຂ່າວຕ່າງປະເທດEU ແມ່ນຫຍັງ? ເປັນຫຍັງອັງກິດຈຶ່ງອອກຈາກ EU ? (ຂ່າວວິເຄາະ)

EU ແມ່ນຫຍັງ? ເປັນຫຍັງອັງກິດຈຶ່ງອອກຈາກ EU ? (ຂ່າວວິເຄາະ)

Published on

ດ້ວຍເຫດຜົນບາງປະການທີ່ຈະນຳສະເໜີຕໍ່ໄປໃນບົດນີ້ ເຮັດໃຫ້ປະຊາຊົນສະຫະ ຣາຊະອານາຈັກ (ອັງກິດ, ເວລສ໌, ສະກັອດແລນ, ໄອແລນເໜືອ ແລະຢິບຣອລຕາ) ຫຼືເອີ້ນງ່າຍໆເປັນ ອັງກິດ ແຕກອອກເປັນສອງຝ່າຍ ຄືຝ່າຍສະໜັບສະໜຸນໃຫ້ອັງກິດແຍກອອກຈາກການເປັນສະມາຊິກສະຫະພາບເອີຣົບ (Brexit) ແລະອີກຝ່າຍໜຶ່ງສະໜັບສະໜຸນໃຫ້ຄົງຄວາມເປັນສະມາຊິກຢູ່ກັບສະຫະພາບເອີຣົບຕໍ່ໄປ (Bremain) ໃນຂະນະທີ່ ທ່ານ ເດວິດ ຄາເມຣອນ ນາຍົກລັດຖະມົນຕີອັງກິດ ກໍສະໜັບສະໜຸນໃຫ້ອັງກິດຢູ່ຮ່ວມກັບສະຫະພາບເອີຣົບຕໍ່ໄປ. ແຕ່ບັນຫາດັ່ງກ່າວບໍ່ສາມາດແກ້ໄຂໃຫ້ຢຸດຕິລົງໄດ້ ໃນທີ່ສຸດກໍໄດ້ໃຊ້ລະບົບການຕັດສິນດ້ວຍຄວາມເຫັນສ່ວນຫຼາຍຂອງປະຊາຊົນ ໂດຍການລົງປະຊາມະຕິ ແລະຜົນອອກມາກໍເປັນຝ່າຍຜູ້ສະໜັບສະໜຸນໃຫ້ອອກຈາກການເປັນສະມາຊິກສະຫະພາບເອີຣົບເປັນຝ່າຍຊະນະ.

Brexit – Bremain ແມ່ນຫຍັງ?

Brexit ຫຍໍ້ມາຈາກ Britain+exit ກໍຄືການສະໜັບສະໜຸນໃຫ້ສະຫະຣາຊະອານາຈັກ ຫຼືອັງກິດ ແຍກໂຕອອກມາຈາກສະຫະພາບເອີຣົບ ໂດຍຍັງມີຄຳທີ່ຄຽງຄູ່ກັນມາກໍຄື Bremain ຫຍໍ້ມາຈາກ Britain+Remain ກໍຄືການສະໜັບສະໜຸນໃຫ້ອັງກິດຄົງຄວາມເປັນສະມາຊິກສະຫະພາບເອີຣົບຕໍ່ໄປ.

ເປັນຫຍັງປະຊາຊົນສ່ວນຫຼາຍຈຶ່ງຢາກໃຫ້ອັງກິດອອກຈາກ EU ?

ຄົນອັງກິດສ່ວນໜຶ່ງເລິ່ມເບິ່ງເຫັນວ່າ ອັງກິດສູນເສຍອະທິປະໄຕໃນການບໍລິຫານບ້ານເມືອງ ລວມໄປເຖິງຜົນປະໂຫຍດບາງປະການໄປຈາກການເປັນສະມາຊິກກຸ່ມອີຢູໄປ ເຊັ່ນ ເລື່ອງເງິນຄ່າບຳລຸງສະມາຊິກ ແທນທີ່ຈະຕ້ອງເສຍໃຫ້ອີຢູ ເອົາໄປຊ່ວຍເຫຼືອປະເທດສະມາຊິກນ້ອຍໆ ນັ້ນ ໃຫ້ເອົາມາພັດທະນາສ້າງປະໂຫຍດແນວອື່ນພາຍໃນປະເທດຍັງດີກວ່າ ຕົວຢ່າງຈາກກໍລະນີທີ່ໄດ້ເຫັນຄື ກໍລະນີປະເທດກຣີຊເສດຖະກິດຫຼົ່ມ ອີຢູກໍໄດ້ເອົາເງິນສ່ວນນີ້ໄປອັດຮູຮົ່ວ ຊູເສດຖະກິດຂອງກຣີຊເອົາໄວ້ບໍ່ໄດ້ລົ້ມລົງໄປ.

ເຖິງແມ່ນວ່າຈະມີສຽງຄັດຄ້ານຈາກຝ່າຍ Bremain ວ່າ ອັງກິດເອງກໍໄດ້ຜົນປະໂຫຍດຈາກການເຂົ້າຮ່ວມອີຢູ ໂດຍສະເພາະແມ່ນດ້ານລາຍໄດ້ຈາກການສົ່ງອອກ ເພາະເຄິ່ງໜຶ່ງຂອງສິນຄ້າທີ່ອັງກິດສົ່ງອອກ ກໍຖືກສົ່ງໄປຍັງອີຢູ ນັ້ນເອງ ແຖມຍັງໄດ້ລາຍໄດ້ເຕັມເມັດເຕັມໜ່ວຍ ບໍ່ມີກຳແພງພາສີພ້ອມ.

ສະຫະພາບເອີຣົບ ຫຼື EU ນັ້ນເກີດຂຶ້ນຈາກການໂຮມໂຕກັນທາງເສດຖະກິດແລະການເມືອງຂອງບັນດາປະເທດສະມາຊິກ ເຊິ່ງປັດຈຸບັນມີຢູ່ 28 ປະເທດ ແນ່ນອນວ່າ ການໂຮມໂຕກັນນີ້ເຮັດໃຫ້ເກີດຄວາມແຂງແກ່ນໃນດ້ານເສດຖະກິດ ໂດຍຖ້າເບິ່ງຈາກ GDP ຂອງເອີຣົບແລ້ວກໍມີສະໜາດໃຫຍ່ທີ່ສຸດໃນໂລກ ແລະຍັງເປັນກຸ່ມທີ່ມີອຳນາດໃນການເຈລະຈາຕໍ່ລອງການຄ້າສູງ ນອກຈາກນີ້ປະເທດສະມາຊິກກໍມີການອຸດໜຸນຊ່ວຍເຫຼືອກັນ ການເຄື່ອນຍ້າຍຂອງທຶນແລະແຮງງານລະຫວ່່າງກັນເປັນໄປດ້ວຍໂດຍງ່າຍ ການສົ່ງອອກລວມທັງນຳເຂົ້າສິນຄ້າຈາກປະເທດສະມາຊິກເຮັດໄດ້ໂດຍບໍ່ມີກຳແພງພາສີ ໂດຍສະມາຊິໃນກຸ່ມ EU ຈະຕ້ອງເສຍຄ່າບຳລຸງສະມາຊິກ ເພື່ອເອົາໄປເປັນເງິນກອງກາາງໃນການຊ່ວຍເຫຼືອພັດທະນາປະເທດສະມາຊິກກັນເອງ.

ສ່ວນລະບົບການບໍລິຫານຂອງສະຫະພາບເອີຣົບນັ້ນຄ້າຍຄືລັດ ຄື ມີລັດຖະສະພາເອີຣົບ ເຮັດໜ້າທີ່ອອກກົດໝາຍຂໍ້ບັງຄັບຕ່າງໆ ມາເປັນແນວທາງຄຸມຄຸມບັນດາປະເທດສະມາຊິກອີກເທື່ອໜຶ່ງ ແລະກໍມີສານຍຸດຕິທຳເອີຣົບ ອັນຈະເຮັດໜ້າທີ່ຕັດສິນເລື່ອງລາວຕ່າງໆ ອັນກ່ຽວຂ້ອງກັບກົດໝາຍຂອງກຸ່ມ.

ປະຊາຊົນອັງກິດຄົງສະຫຼຸບບົດຮຽນທີ່ຜ່ານມາແລະພົບເຫັນແລ້ວວ່າ ການໃຊ້ເງິນສະກຸນເອີໂຣແລ້ວມີບັນຫາຕິດຕາມມາຄືຫຍັງ (ຊູ່ມື້ນີ້ຄ່າເງິນປອນກໍຍັງແຂງກວ່າເງິນເອີໂຣ) ເພາະຕ້ອງການບໍລິຫານການເງິນຜ່ານທະນາຄານກາງເອີຣົບເປັນສຳຄັນ ໃນຂະນະທີ່ເມື່ອໃຊ້ເງິນປອນຢູ່ສາມາດຈັດການໄດ້ລົງໂຕແລະງ່າຍກວ່າ ແລະການຖອນໂຕອອກຈາກການເປັນສະມາຊິກສະຫະພາບເອີຣົບ ກໍເທົ່າກັບປິດທາງທີ່ສະຫະຣາຊະອານາຈັກຈະເຂົ້າລະບົບການເງິນເອີໂຣໄປເລີຍ ເວົ້າໄດ້ວ່າຄືນສູ່ສະຖານະເດິມ.

ນັ້ນໝາຍເຖິງວ່າເມື່ອຖອນໂຕອອກແລ້ວ ຈະຫວິດຈາກຂໍ້ຜູກມັດຕ່າງໆ ບໍ່ວ່າຈະໄດ້ປະໂຫຍດຫຼືເສຍປະໂຫຍດຈາການເກາະກຸ່ມດຽວກັນໃນເອີຣົບ ເຊິ່ງໃນປະຫວັດສາດແລ້ວຄົນອັງກິດທ້າຍທີ່ສຸດມັກຈະເບິ່ງຄົນໃນຊາດຂອງຕົນເອງເປັນສຳຄັນກວ່າ ແລະຢຶດຕິກັບຄວາມພາກພູມໃຈໃນເສລີພາບທາງການເມທືອງ ແລະລະບອບທີ່ເປັນຢູ່ ແລະເນີນມາຢ່າງຕໍ່ເນື່ອງ ອີກທັງຄົງຈະເບື່ອໜ່າຍກັບບັນຫາຂອງອີຢູທີ່ເກີດຂຶ້ນຕະຫຼອດ ບໍ່ວ່າຈະເປັນບັນຫາດ້ານການອົບພະຍົບເຂົ້າເມືອງຂອງສະມາຊິກສະຫະພາບເອີຣົບ ບັນຫາໃຫ້ຄວາມຮ່ວມມືດ້ານຜູ້ອົບພະຍົບຈາກຕາເວັນອອກກາງ ບັນຫາທີຕ້ອງຮ່ວມກັນຮັບຜິດຊອບຈ່າຍຄ່າສະມາຊິກເຊິ່ງຈ່າຍໄປແລ້ວກວ່າ 11,000 ລ້ານປອນ ໃນຂະນະທີ່ມີຜົນຕອບແທນກັບມາພຽງເລັກນ້ອຍ ລວມທັງກົດລະບຽບຂອງອີຢູທີ່ແພ່ປົກຄຸມອຳນາດລັດຖະສະພາ.

ທະນາຄານກາງເອີຣົບເອງກໍບໍ່ສາມາດທີ່ຈຸຫຼຸດບັນຫາທີ່ເກີດຂຶ້ນແກ່ປະເທດສະມາຊິກໄດ້ທັງໝົດ ຕົວຢ່າງປະເທດກຣີຊທີ່ຕ້ອງອຸ້ມຊູໃຫ້ເສດຖະກິດຟື້ນຂຶ້ນມາໃຫ້ໄດ້ ເພາະເປັນພັນທະຮ່ວມກັນຂອງປະເທດສະມາຊິກ ທີ່ຈະຕ້ອງເບິ່ງແຍງກັນແລະກັນ ບໍ່ໃຫ້ດັບຫາຍຕາຍໄປຈາກກັນ ທະນາຄານກາງເອີຣົບຈະຫຼຸດດອກເບ້ຍກໍເຮັດໃຫ້ຍາກ ຂະນະທີ່ລັດຖະບານຊາດຕ່າງໆ ທີ່ເປັນສະມາຊິກຈະອອກມາຕະການກະຕຸ້ນເສດຖະກິດໃດໆ ກໍຕ້ອງດຳເນີນການຢ່າງລະມັດລະວັງ ເພາະທະນາຄານກາງເອີຣບຄວບຄຸມງົບປະມານຢູ່ ບໍ່ໃຫ້ມີການໃຊ້ຈ່າຍຂາດດຸນຕາມຫຼັກເກນອັນເຂັ້ມງວດຂອງການລວມເງິນສະກຸນດຽວກັນ.

ອັງກິດໄດ້ເຂົ້າຮ່ວມເປັນສະມາຊິກ ໃນກຸ່ມສະຫະພາບເມື່ອປີ 1973 ເຊິ່ງຕອນນັ້ນ ສະຫະພາບເອີຣົບຍັງເປັນພຽງປະຊາຄົມເສດຖະກິດເອີຣົບ ກ່ອນຈະກາຍເປັນສະຫະພາບເອີຣົບເຕັມໂຕໃນປີ 1993 ແລະຄົງສະພາບເປັນສະມາຊິກເລື້ອຍໆ ມາຈົນມາເຖິງການລົງປະຊາມະຕິ ໃນມື້ວານນີ້ ເຊິ່ງສຽງໂຫວດໃຫ້ອອກຫຼາຍກວ່າ.

ເຊິ່ງແນ່ນອນວ່າ ການອອກຈາກອີຢູຂອງອັງກິດ ຈະສົ່ງຜົນສະທ້ອນຕໍ່ລະບົບເສດຖະກິດ-ການເງິນຂອງໂລກຢ່າງແນ່ນອນ ແລະຈົ່ງຕິດຕາມຂ່າວຢ່າງຕໍ່ເນື່ອງວ່າ ອັງກິດຈະເປັນແນວໃດຕໍ່, ອີຢູຈະເປັນແນວໃດ ແລະສະພາບເສດຖະກິດໂລກຈະເປັນແນວໃດ ໃນອັນດັບຕໍ່ໄປ?

ບົດຄວາມຫຼ້າສຸດ

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...