spot_img
Homeຂ່າວຕ່າງປະເທດຄົນ​ໃນສິງກະ​ໂປ​ແຫ່​ແລກ​ເງິນ​ປອນ​ທີ່​ຕົກ​ລົງ​ໜັກ

ຄົນ​ໃນສິງກະ​ໂປ​ແຫ່​ແລກ​ເງິນ​ປອນ​ທີ່​ຕົກ​ລົງ​ໜັກ

Published on

ຄົນ​ໃນ​ສິງກະ​ໂປ​ທີ່​ມີ​ແຜນ​ຈະ​ໃຊ້​ເງິນ​ປອນ​ເຂົ້າ​ແຖວ​ຍາ​ວ​ຢຽນຕາມ​ຮ້ານ​ຮັບ​ແລກ​ເງິນ​​ເພື່ອ​ແລກ​ເງິນ​ປອນ​ທີ່​ຕົກລົງ​ຢ່າງ​ໜັກ ຫຼັງ​ຮູ້​ຜົນ​ການ​ລົງ​ປະຊາ​ມະຕິ​ວ່າ​ສະຫະ​ລາຊະ​ອານາຈັກ​ຕ້ອງການ​ອອກ​ຈາກ​ສະ​ພະ​ພາບ​ເອີ​ຣົບ (ອີ​ຢູ) ຈົນ​ຮ້ານ​ຕ້ອງ​ແຂວນ​ປ້າຍ​ວ່າ​ເງິນ​ໝົດ.

​ເງິນ​ປອນ​ອ່ອນ​ຄ່າ​ລົງ 10% ທຽບ​ກັບ​ໂດ​ລາ​ສະຫະລັດ ​ໂດຍ​ໄປ​ທົດ​ສອບ​ລະດັບ​ຕ່ຳ​ສຸດ​ທີ່​ປອນ​ລະ 1.3229 ​ໂດ​ລາ​ສະຫະລັດ​ຕໍ່າ​ທີ່​ສຸດ​ນັບ​ຕັ້ງ​ແຕ່ 1985 ​ແລະ ອ່ອນ​ຄ່າ​ລົງ 5,43 ທຽບ​ກັບ​​ໂດ​ລາ​ສິງກະ​​ໂປ ​ໂດຍ​ເຄື່ອນ​ໄຫວທີ່​ປອນ​ລະ 1,88 ​ໂດ​ລາ​ສິງກະ​ໂປ ຜູ້​ບໍລິຫານ​ບໍລິສັດ​ຄົນ​ໜຶ່ງ​ເຜີ​ຍວ່າ ຈະ​ສົ່ງ​ເງິນ​ໄປ​ໃຫ້​ລູກ​ສາວ​ທີ່​ກຳລັງ​ສຶກສາລະ​ດັບ​ມະຫສາ​ວິທະຍາ​ໄລ​ໃນ​ສະຫະ​ຣາຊະ​ອານາຈັກ ​ເຂົາ​ມີ​ເງິນ​ສົດ​ຢູ່ 5.000 ​ໂດ​ລາ​ສິງກະ​​ໂປ ຫຼັງ​ວ່າ​ຈະ​ແລກ​ເງິນ​ເປັນ​ປອນ​ໄດ້​ບໍ່​ຕ່ຳ​ກວ່າ 2.600 ປອນ ຂະນະ​ທີ່​ຊາຍ​ໄວກະສຽນ​ຊຶ່ງ​ມີ​ແຜນ​ຈະ​ໄປ​ທ່ຽວສະຫະ​ຣາຊະ​ອານາຈັກ​ໃນ​ເດືອນ​ໜ້າ​ກ່າວ​ວ່າ ທຳ​ອິດ​ຕັ້ງ​ໃຈ​ຈະ​ແລກ​ເງິນ​ໄປ​ທ່ຽວ​ຈັກ 3.000 ປອນ ​ແຕ່​ກ່ອນ​ນີປ່ຽນ​ໃຈ​ທະຍອຍ​ແລກ​​ເທື່ອ​ລະ​ສ່ວນ ຈະ​ໄດ້​ປະຢັດ​ເງິນ​ຈາກ​ອັດຕາ​ແລກປ່ຽນ ດ້ານ​ຮ້ານ​ຮັບ​ແລກ​ເງິນ​ຫຼາຍ​ແຫ່ງ​ແຂວນ​ປ້າຍ​ວ່າ​ເງິນ​ປອນ​ໝົດ ຜູ້​ຈັດການ​ຮ້ານ​ຄົນ​ໜຶ່ງ​ຍອມ​ຮັບ​ວ່າ ມີ​ຕົ້ນ​ທຶນ​ເງິນ​ປອນ​ທີ່​ປອນ​ລະ 1,97 ​ໂດ​ລາ​ສິງກະ​ໂປ ຫາກ​ໃຫ້​ລູກ​ຄ້າ​ແລກ​ໃນ​ອັດຕາ​ນີ້​ຍ່ອມ​ຂາດທຶນ​ແນ່​ນອນ.

ນາຍົກ​ລັດຖະມົນຕີ​ລີ ຊຽນລຸງຂອງ​ສິງກະ​​ໂປ​ໂພສ​ເຟສບຸກສະ​ແດງ​ຄວາມ​ເຫັນ​ຕໍ່າ​ການ​ລົງ​ປະຊາ​ມະຕິ​ຂອງ​ອັງກິດ​ວ່າ ຊ່ວງ 2-3 ປີ ຂ້າງ​ໜ້າ​ຈະ​ເປັນ​ຊ່ວງ​ເວລາ​ທີ່​ບໍ່​ແນ່ນອນ​ຂອງ​ອັງກິດ ​ແລະ ​ເອີຣົບ ຂະນະ​ທີ່​ການ​ອອກ​ຈາກ​ເອີ​ຣົບ​ເປັນ​ເລື່ອງ​ຊັບຊ້ອນ​ບໍ່​ຕ່າງ​ຈາກ​ການ​ເຂົ້າ​ຮ່ວມອີ​ຢູ.

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...