spot_img
HomeມູມໄອທີລາວCEO Huawei ສະແດງຄວາມເຫັນກ່ຽວກັບລາຍງານ OS ໃໝ່ຂອງບໍລິສັດ

CEO Huawei ສະແດງຄວາມເຫັນກ່ຽວກັບລາຍງານ OS ໃໝ່ຂອງບໍລິສັດ

Published on

ຈາກຂ່າວມື້ວານນີ້ທີ່ເຮົາຂຽນໄວ້ວ່າ ບໍລິສັດ Huawei ນັ້ນກຳລັງພັດທະນາລະບົບ OS ເປັນຂອງຕົນເອງຂຶ້ນມາ ໂດຍມີອະດີດນັກວິສະວະກອນຈາກ Nokia ເປັນສ່ວນໜຶ່ງຂອງທີມງານຫົວເຫວີ່ຍນຳ, ນອກນີ້ກໍມີລາຍງານໃໝ່ທີ່ວ່າ ທາງຫົວເຫວີ່ຍຈະຈ້າງນັກພັດທະນາຈາກບໍລິສັດອື່ນໆເພີ່ມມາອີກເພື່ອເຮັດໃຫ້ການພັດທະນາ OS ມີຄວາມໄວຂຶ້ນ ແລະລະບົບດັ່ງກ່າວນີ້ຈະໃຊ້ຊື່ວ່າ Kirin OS.

image

ໂດຍຫຼ້າສຸດນີ້ Richard Yu ທີ່ເປັນ CEO ຂອງ Huawei ໄດ້ອອກມາໂພສຂໍ້ຄວາມກ່ຽວກັບຂ່າວດັ່ງກ່າວນີ້ຜ່ານບັນຊີ Weibo ຂອງລາວ ໂດຍມີເນື້ອໃນວ່າ:

” Android ເປັນລະບົບໜຶ່ງທີ່ສົ່ງເສີມໃນດ້ານການພັດທະນາສະມາດໂຟນ ແລະຜູ້ໃຊ້ງານເອງກໍໄດ້ຮັບປະໂຫຍດຈາກມັນ. ຖ້າຫາກວ່າລະບົບປະຕິບັດການຍັງເປີດກວ້າງຕໍ່ການພັດທະນາຢູ່ແບບນີ້ Huawei ກໍຈະຍັງເລືອກໃຊ້ພື້ນຖານລະບົບ Android ຈາກ Google ຕໍ່ໄປ ແລະປະສົບການປັບແຕ່ງລະບົບດ້ວຍ EMUI ຂອງເຮົາ “

ຢ່າງໃດກໍຕາມລາວກໍບໍ່ໄດ້ປະຕິເສດລາຍງານກ່ຽວກັບການພັດທະນາລະບົບ Kirin OS ເລີຍ.

ທີ່ມາ:gizmochina,ເດັກລາວ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...