Homeມູມໄອທີລາວເປີດໂຕແອັບ GoChat ໄວ້ໃຊ້ຄວບຄູ່ກັບເກມ Pokemon GO

ເປີດໂຕແອັບ GoChat ໄວ້ໃຊ້ຄວບຄູ່ກັບເກມ Pokemon GO

Published on

ເກມ Pokemon GO ຖືເປັນເກມໜຶ່ງໃນຊີຣີ Pokemon ທີ່ພັດທະນາລົງມືຖືລະບົບ iOS ແລະ Android ເຖິງວ່າຕອນນີ້ຈະຍັງບໍ່ເປີດໃຫ້ຫຼິ້ນກໍຕາມ. ແຕ່ຫຼ້າສຸດນີ້ກໍມີແອັບພລະເຄຊັ່ນ Chat for Pokemon GO – GoChat ອອກມາ ຫຼືເອີ້ນຫຍໍ້ໆວ່າ GO Chat (ແຕ່ບໍ່ມີການເປີດໂຕຢ່າງເປັນທາງການໃດໆ), ເຊິ່ງຕອນນີ້ແມ່ນເປີດໃຫ້ໂຫຼດແລ້ວສຳລັບເວີຊັ່ນ Android ສ່ວນເວີຊັ່ນ iOS ຈະມານຳຫຼັງ.

ລິ້ງສຳລັບໂຫຼດແອັບພລິຊັ່ນ GO Chat (ເວີຊັ່ນ Android)

https://play.google.com/store/apps/details?id=com.parse.gochat

image

   GO Chat ເປັນແອັບພລິເຄຊັ່ນທີ່ໃຊ້ສຳລັບສື່ສານທີ່ພັດທະນາໂດຍບໍລິສັດ Tehtr ເຊິ່ງມີໄວ້ໃຊ້ຄວບຄູ່ກັບເກມ Pokemon GO ໄປພ້ອມໆກັນ ອີກທັງລະບົບແຜນທີ່ຍັງປະມວນຜົນມາຈາກແຜນທີ່ຂອງ Google ພ້ອມກັບສົ່ງຂໍ້ຄວາມໃຫ້ຜູ້ຫຼິ້ນອື່ນທີ່ຢູ່ໃກ້ໆ, ເຊິ່ງກ່ອນໜ້ານີ້ໃນຊ່ວງເປີດໃຫ້ທົດສອບ Feild Test ນັ້ນ ໂຕເກມ Pokemon GO ບໍ່ມີໂປຣແກຣມ Chat ສຳລັບອີງສະຖານະສະຖານທີ່ໃຫ້ຜູ້ຫຼິ້ນໄດ້ໃຊ້ ຈຶ່ງໄດ້ພັດທະນາແອັບພລິເຄຊັ່ນ GO Chat ໂຕນີ້ຂຶ້ນມາ.

ທີ່ມາ:online station,ເດັກລາວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...