Homeຂ່າວຕ່າງປະເທດຜົນການສຳຫຼວດຊາວອັງກິດເລືອກຢູ່ ອີຢູ ຕໍ່ໄປ

ຜົນການສຳຫຼວດຊາວອັງກິດເລືອກຢູ່ ອີຢູ ຕໍ່ໄປ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ຜົນການສຳຫຼວດຂອງປະຊາຊົນຊາວອັງກິດຍັງຄົງເລືອກຢູ່ ອີຢູ ຕໍ່ໄປ ເຊິ່ງການລົງຄະແນນສຽງໄດ້ປິດລົງຢ່າງເປັນທາງການໄປແລ້ວເມື່ອເວລາ 04.00ໂມງ (ວານນີ້) ຕາມເວລາບ້ານເຮົາ ແລະ ໄດ້ມີການນັບຄະແນນສຽງ ເຊິ່ງທາງການຂອງອັງກິດ ຈະເຜີຍຜົນປະຊາມະຕິຢ່າງເປັນທາງການໃນເວລາ 8.00ໂມງ (ວັນນີ້) ຕາມເວລາບ້ານເຮົາ

ສ່ວນຜົນການສຳຫຼວດຄວາມຄິດເຫັນຂອງປະຊາຊົນ (You Gov Poll) ເຜີຍວ່າ ເລືອກຢູ່ຕໍ່ 52% ສ່ວນເລືອກອອກຈາກອີຢູມີ 48% ໂພລຂອງລອນດອນ ອິຟນິງ ສະແຕນດາດ ເຜີຍຜົນສຳຫຼວດໄປໃນທາງດຽວກັນຄື ຊາວອັງກິດເລືອກຢູ່ ອີຢູຕໍ່ປະມານ 52% ເຊັ່ນດຽວກັນ ສ່ວນຜົນສຳຫຼວດຄວາມຄິດເຫັນທາງໂທລະສັບຂອງ ຄອມເຣສ ທີ່ຈັດທຳໃຫ້ແກ່ທາງ ເດລີເມລ ແລະ ITV ນິວສ໌ ເຜີຍກ່ອນເປີດລົງຄະແນນສຽງລະບຸວ່າ ຝ່າຍຢູ່ຕໍ່ນຳດ້ວຍຄະແນນ 48% ຕໍ່ 42%

ແນວໃດກໍດີ ຄົນອັງກິດຫລາຍລ້ານຄົນຍັງບໍ່ແນ່ໃຈວ່າຖ້າແຍກໂຕອອກແລ້ວຊີວິດການເປັນຢູ່ ແລະ ຊະຕາກໍາຂອງອັງກິດຈະດີຂຶ້ນ ຫລື ຂີ້ຮ້າຍລົງກວ່າເກົ່າ ແຕ່ໃນຄວາມເປັນຈິງອັງກິດບໍ່ຢາກຢູ່ໂດດດ່ຽວຈາກສະຫະພາບເອີລົບ ປັດ ຈຸບັນເຢຍລະມັນ, ຝຣັ່ງ, ອີຕາລີເປັນເສົາຄໍ້າສໍາຄັນເຮັດໃຫ້ເສດຖະກິດເອີລົບຍັງສືບຕໍ່ຂະຫຍາຍຕົວເປັນກ້າວໆ

ທີ່ມາ: http://www.innnews.co.th/

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...